ຮອດ 2020 ລາວຈະສ້າງສີມືແຮງງານໃໝ່ໃຫ້ໄດ້ 6 ແສນກວ່າຄົນ

  ລັດຖະບານໄດ້ກໍານົດການສົ່ງເສີມການພັດທະນາສີມືແຮງງານໃຫ້ກັບແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ໄດ້ 658.080 ຄົນ ພາຍໃນປີ 2020 ໃນນັ້ນຂົງເຂດກະສິກໍາໃຫ້ໄດ້ 510.521 ຄົນ, ອຸດສາຫະກໍາ 52.004 ຄົນ ແລະ ຂົງເຂດບໍລິການ 95.555 ຄົນ ທັງໝົດນັ້ນກໍເພື່ອເປັນການຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດຂະນະທີ່ໃນປີ 2018 ຜ່ານມາໃນທົ່ວປະເທດສາມາດສ້າງແຮງງານທີ່ມີສີມືໃໝ່ໄດ້ 1,05 ແສນຄົນ.

    ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານກະຊວງ ຮສສ ໄດ້ສະເໜີຕໍ່ກອງປະຊຸມສໍາມະນາສົ່ງ ເສີມການພັດທະນາສີມືແຮງງານ ແລະ ຈັດຫາງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ໃນວັນທີ 4 ມັງກອນ 2019 ໃຫ້ຮູ້ວ່າ: ການພັດທະນາສີມືແຮງງານແມ່ນການຝຶກສີມື, ຍົກລະດັບດ້ານທັກສະ,ຄວາມຊໍານານງານ, ຄວາມສາມາດໃນການເຮັດວຽກ ແລະ ທັດສະນະຄະຕິໃນການອອກແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ, ລະບົບການພັດທະນາສີມືແຮງງານ ປະກອບດ້ວຍຫຼັກສູດຝຶກສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນສີມືແຮງງານ ແລະ ການແຂ່ງຂັນສີມືແຮງງານດ້ວຍການມີສ່ວນຮ່ວມຂອງສະຖານທີ່ພັດທະນາສີມືແຮງງານ ແລະ ຫົວໜ່ວຍແຮງງານ.

  ໂດຍສະຖິຕິ ໃນປີ 2017 ສປປ ລາວ ມີພົນລະເມືອງທັງໝົດ 6,9 ລ້ານຄົນ ຊຶ່ງສ່ວນຫຼາຍແມ່ນພົນລະເມືອງໃນເກນອາຍຸອອກແຮງງານ ກວມເອົາ 69% ຫຼື ມີປະມານ 4,7 ລ້ານຄົນ ໃນນີ້ມີກໍາລັງງານແຮງງານ 1,9 ລ້ານຄົນ ແຕ່ພົນລະເມືອງມີວຽກເຮັດງານທໍາພຽງ 1,7 ລ້ານຄົນ.

         ປະຈຸບັນທົ່ວປະເທດມີສູນຝຶກຫົວໜ່ວຍແຮງ ງານທັງໝົດ 163 ແຫ່ງ, ຊຶ່ງໃນປີ 2018 ຜ່ານມາສາມາດພັດທະນາສີມືແຮງງານໄດ້ 105.551 ຄົນ ຍິງ 45.698 ຄົນ ໃນນີ້ຂະແໜງກະສິກໍາ-ປ່າໄມ້ມີ 32.820 ຄົນ, ອຸດສາຫະກໍາ 27.649 ຄົນ ແລະ ການບໍລິການ 45.082 ຄົນ.

     ດັ່ງນັ້ນ, ເພື່ອເປັນການສົ່ງເສີມພັດທະນາສີມືແຮງງານໃຫ້ກັບແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ບັນລຸ 658.080 ຄົນ ຕາມແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ IV (2016-2020) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016- 2020) ຂອງລັດຖະບານ, ກົມພັດທະນາ ສີມືແຮງງານ ແລະຈັດຫາງານກະຊວງ ຮສສ ຈະສືບຕໍ່ປັບປຸງ ແລະສ້າງນິຕິກໍາ ແລະ ລະບຽບການດ້ານແຮງງານຈໍານວນໜຶ່ງໃຫ້ສອດຄ່ອງກັບນິຕິກໍາຂອງພາກພື້ນ ແລະ ສາກົນ; ຂະຫຍາຍຕາໜ່າງການພັດທະນາສີມືແຮງງານໃຫ້ກວ້າງ ຂວາງ ແລະ ທົ່ວເຖິງ.

      ພ້ອມດຽວກັນນັ້ນກໍຈະເລັງໃສ່ປັບປຸງຄຸນນະພາບຂອງລະບົບການພັດທະນາສີມືແຮງງານໃຫ້ຫຍັບໃກ້ມາດຕະຖານສາກົນ ແລະ ພາກພື້ນ; ສ້າງລະບົບຖານຂໍ້ມູນຕະຫຼາດແຮງງານທີ່ລວມສູນເອກະພາບມີເຄືອຄ່າຍໃນຂອບເຂດທົ່ວປະເທດ; ຕັ້ງໜ້າພັດທະນາສີມືແຮງງານ ດ້ານຄຸນນະພາບການສ້າງມາດຕະຖານສີມືແຮງງານແຫ່ງຊາດໃຫ້ໄດ້ຫຼາກຫຼາຍສາຂາວິຊາຊີບເພື່ອເປັນເຄື່ອງມືໃນການເຮັດທົດສອບ-ອອກໃບຢັ້ງຢືນມາດຕະຖານສີມືແຮງງານໃນລະດັບວິຊາຊີບ, ຂັ້ນທ້ອງຖິ່ນ ແລະລະດັບຊາດຢ່າງກວ້າງຂວາງ.

  ທັງນີ້ຄາດວ່າຮອດປີ 2020 ຕ້ອງສ້າງມາດຖານສີມືແຮງງານໃຫ້ໄດ້ 25 ສາຂາວິຊາຊີບ, ເຮັດການທົດສອບ-ອອກແບບໃບຢັ້ງຢືນໃຫ້ໄດ້ 21 ສາຂາວິຊາອາຊີບ, ຈັດຕັ້ງການແຂ່ງຂັນສີມືແຮງງານລະດັບຊາດ ແລະລະດັບແຂວງ 1 ຄັ້ງຕໍ່ປີ ແລະດັບສະຖາບັນພັດທະນາສີມືແຮງ ງານ 2 ຄັ້ງຕໍ່ປີ.