ສະໜອງທຶນສ້າງໂຮງໝໍກະເສມລາດ ທີ່ວຽງຈັນ

  ທະນາຄານກະສິກອນໄທ ຈຳກັດ ລົງນາມເປັນພັນທະມິດທາງທຸລະກິດເພື່ອໃຫ້ບໍລິການດ້ານການເງິນໃຫ້ແກ່ເຄືອບໍລິສັດບາງກອກເຊັ້ນ ຮອສປີໂທ ຈຳກັດ (ມະຫາຊົນ) (BCH) ຜູ້ປະກອບການກຸ່ມໂຮງໝໍ ເວີເມດິຄໍ

  ກຸ່ມໂຮງໝໍກະເສມລາດອິນເຕີເນຊັ້ນແນວກຸ່ມໂຮງໝໍກະເສມລາດກຸ່ມໂຮງໝໍກາລຸນເວດ ໂດຍການສະໜັບສະໜູນທາງການເງິນສຳລັບໂຄງການກໍ່ສ້າງ “ໂຮງໝໍກະເສມລາດອິນເຕີເນຊັ້ນແນວວຽງຈັນ” ຊ່ຶງຈະເປັນໂຮງໝໍມາດຕະຖານສາກົນທີ່ໃຫ້ບໍລິການທາງການແພດທີ່ມີຄຸນນະພາບໃຫ້ແກ່ປະຊາຊົນລາວ ແລະຊາວຕ່າງຊາດໃນນະຄອນຫຼວງວຽງຈັນ ແລະຂົງເຂດໃກ້ຄຽງ.

 ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານທະນາຄານກະສິກອນໄທ ຈຳກັດ ເປີດເຜີຍວ່າ: ການທີ່ທະນາຄານ ກະສິກອນໄທ ຈຳກັດ ໄດ້ລົງນາມສັນຍາສະໜັບສະໜູນທາງການເງິນໃຫ້ແກ່ບໍລິສັດບາງກອກອິນເຕີເນຊັ້ນແນວ (ລາວ) ຈຳກັດ ຊຶ່ງເປັນບໍລິສັດຍ່ອຍໃນ ເຄືອ BCH ໃນຄັ້ງນີ້ຈະນຳມາຊຶ່ງການພັດທະນາລະບົບສາທາລະນະສຸກໃນ ສປປ ລາວ ໃຫ້ມີຄວາມທຽບເທົ່າລະດັບສາກົນເພື່ອຜົນປະໂຫຍດຂອງປະຊາຊົນລາວເປັນຫຼັກ.

  ທ່ານ ຮສ ດຣ ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ບາງກອກ ອິນເຕີເນຊັ້ນແນວ (ລາວ) ຈຳກັດ ໄດ້ກ່າວວ່າ: ການລົງທຶນໂຄງການກໍ່ ສ້າງ ໂຮງໝໍກະເສມລາດອິນເຕີເນຊັ້ນແນວວຽງຈັນ ໃນຄັ້ງນີ້ໃຊ້ງົບປະມານໃນການລົງທຶນປະມານ 70 ລ້ານໂດລາ ໂດຍໃນໄລຍະທຳອິດຈະໃຊ້ງົບປະມານໃນການລົງທຶນປະມານ 50 ລ້ານໂດລາການລົງທຶນຂອງກຸ່ມໃນຄັ້ງນີ້ເພື່ອສອດຄ່ອງກັບການຈະເລີນເຕີບໂຕຂອງຊຸມຊົນເສດຖະກິດ ແລະ ປະຊາກອນໂດຍທາງບໍ ລິສັດຕັ້ງ ໃຈທີ່ຈະນຳສະເໜີບໍລິການທາງການແພດ ທີ່ທັນສະໄໝ ແລະຄຸນນະພາບມາດຕະ ຖານລະດັບສາກົນ ໂດຍບໍລິສັດຈະໃຫ້ບໍລິ ການພາຍໃຕ້ ແບຣນໂຮງໝໍກະເສມລາດອິນເຕີເນຊັ້ນແນວຮອງຮັບກຸ່ມຄົນໄຂ້ທົ່ວໄປເຊັ່ນ: ຄົນໄຂ້ສັນຊາດລາວຊາວຕ່າງປະເທດທີ່ເຮັດວຽກໃນລາວ ແລະນັກທ່ອງທ່ຽວ.

  ສຳລັບບາງກອກເຊັ້ນອິນເຕີເນຊັ້ນແນວ (ລາວ) ຈຳກັດເປັນວິສາຫະກິດຮ່ວມທຶນລະຫວ່າງບໍລິສັດ ບາງກອກ ເຊັ້ນຮອສປີໂທ ຈຳກັດ (ມະຫາຊົນ) ຈາກປະ ເທດໄທ ແລະນັກທຸລະກິດທ້ອງຖິ່ນໃນ ສປປ ລາວ ພາຍໃນການຄວບຄຸມ ແລະດູແລຈາກກະຊວງສາທາລະນະສຸກຂອງ ສປປ ລາວ ບໍລິສັດຈະດຳເນີນທຸລະກິດ ການໃຫ້ບໍລິການທາງການແພດພາຍໃຕ້ ຊື່ “ໂຮງໝໍກະເສມລາດ ອິນເຕີເນຊັ້ນແນວ ວຽງຈັນ” ຊຶ່ງມີ 254 ຕຽງ ຫ້ອງກວດ 38 ຫ້ອງ ຕັ້ງຢູ່ນະຄອນຫຼວງວຽງຈັນ ແລະຈະໃຫ້ບໍລິການໃນປີ 2021 ເປັນຕົ້ນໄປ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ