ປີນີ້ລັດໃຊ້ງົບ 5 ຮ້ອຍຕື້ກີບ ຟື້ນຟູຫຼັງໄພພິບັດ

  2018 ຜ່ານມາ, ລາວເຮົາໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດທຳມະຊາດ, ເຮັດໃຫ້ຫຼາຍຂະແໜງການຖືກເສຍຫາຍ ແລະເພື່ອເປັນການແກ້ໄຂສຸກ ເສີນຊຶ່ງລັດຖະບານກໍໄດ້ມີການນຳໃຊ້ງົບປະມານສຸກເສີນແກ້ໄຂແລ້ວຈຳນວນໜຶ່ງ ແລະໃນປີ 2019 ນີ້ ລັດຈຶ່ງໄດ້ນຳໃຊ້ງົບປະມານການລົງທຶນຂອງລັດເຂົ້າ ໃສ່ວຽກຟື້ນຟູຫຼັງໄພພິບັດຈຳນວນ 5 ຮ້ອຍຕື້ກີບໃສ່ 4 ຂະແໜງການຫຼັກ, ຂໍ້ມູນດັ່ງກ່າວຖືກເປີດເຜີຍໃນກອງປະຊຸມຄະນະກໍາມະການປ້ອງກັນ ແລະ ຄວບ ຄຸມໄພພິບັດແຫ່ງຊາດ (ຄພຊ) ວັນທີ 12 ມິຖຸນາ ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ).

  ກອງປະຊຸມ ຄພຊ ໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານ ແລະທົບທວນຄືນການຈັດຕັ້ງປະຕິບັດການຊ່ວຍເຫຼືອໄລຍະສຸກເສີນ ແລະຟື້ນຟູຄືນຫຼັງໄພພິບັດ ນໍ້າຖ້ວມປີ 2018, ຊຶ່ງໄລຍະຜ່ານມາກໍຄືປະຈຸບັນຂອງບັນດາກະຊວງທີ່ກ່ຽວຂ້ອງໃນ ຄພຊ ລວມທັງບັນດາອົງການປົກຄອງທ້ອງຖິ່ນທີ່ຖືກກະທົບຈາກໄພພິ ບັດແມ່ນໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຈ້ງການຂອງລັດຖະບານ ແລະທິດຊີ້ນໍາຕ່າງໆຂອງຂັ້ນເທິງກ່ຽວກັບການແກ້ໄຂ ແລະຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດ, ຊຶ່ງລັດຖະບານໄດ້ອະນຸມັດເງິນແກ້ໄຂສຸກເສີນ 100 ຕື້ກີບ ຈັດແບ່ງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງໂຍທາທິການ ແລະຂົນສົ່ງ, ພ້ອມດຽວກັນນັ້ນກໍໄດ້ຫັນງົບປະມານລົງທຶນໂຄງການຂອງລັດປີ 2019 ເຂົ້າໃນການແກ້ໄຂຟື້ນຟູຫຼັງໄພພິບັດມູນຄ່າ 500 ຕື້ກີບ ເພື່ອແກ້ໄຂຟື້ນຟູໃນ 4 ຂະແໜງການທີ່ເປັນບູລິມະສິດຄື: ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງສາທາລະນະສຸກ ແລະຂະແໜງສຶກສາທິການ ແລະກີລາ.

   ມາຮອດປະຈຸບັນບັນດາວຽກງານດັ່ງກ່າວໄດ້ມີຄວາມຄືບໜ້າໂດຍພື້ນຖານເປັນຕົ້ນສືບຕໍ່ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ຜ່ານຫຼາຍຮູບແບບຂອງກິດຈະກໍາເຊັ່ນ: ການສະໜອງສົງເຄາະເງິນສົດໃຫ້ຜູ້ປະສົບໄພພິບັດຜູ້ທີ່ບໍ່ສາມາດອອກແຮງງານໄດ້, ສະໜອງເງິນສົດຜ່ານກິດຈະກໍາອາຫານເພື່ອງານສໍາລັບຜູ້ປະສົບໄພພິບັດທີ່ສາມາດອອກແຮງງານ, ກິດຈະກໍາສົ່ງເສີມການຄໍ້າປະກັນດ້ານສະບຽງອາຫານໂດຍການສະໜອງແນວພັນພືດ, ສັ ດລ້ຽງ ແລະການປະມົງ, ການສົ່ງເສີມດ້ານສຸຂະພາບ, ສຸຂະອະນາໄມ, ໂພຊະນາການສໍາລັບໄວຈະເລີນພັນ ແລະເດັກ, ການສ້ອມແປງ ແລະ ກໍ່ສ້າງຄືນໃໝ່ດ້ານທີ່ຢູ່ອາໄສຂອງປະຊາຊົນ, ການບຸກເບີກ ແລະ ຈັດສັນທິ່ດິນການຜະລິດໃຫ້ປະຊາຊົນ, ພ້ອມນັ້ນກໍໄດ້ສໍາເລັດບັນດາໂຄງການຟື້ນຟູທັງໄລຍະສັ້ນສຸກເສີນ ແລະຮີບດ່ວນເປັນຕົ້ນການສ້ອມແປງ ແລະກໍ່ສ້າງບັນດາເສັ້ນທາງ, ຂົວ,ລະບົບຊົນລະປະທານ,ໂຮງຮຽນ, ໂຮງໝໍ,ຫ້ອງການສໍານັກງານ ແລະອື່ນໆ, ສະເພາະການແກ້ໄຂຟື້ນຟູຫຼັງໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ກໍມີຄວາມຄືບໜ້າ ແລະ ສໍາເລັດຫຼາຍດ້ານຕົ້ນຕໍວຽກງານຈັດສັນທີ່ຢູ່ຊົ່ວຄາວ, ວຽກງານສັງຄົມສົງເຄາະ, ວຽກງານສາທາລະນະສຸກ, ສຶກສາ, ວຽກຟື້ນຟູ ແລະ ຈັດສັນອາຊີບເຊັ່ນ: ການເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ, ການບຸກເບີກເນື້ອທີ່ທໍາການຜະລິດຢູ່ 5 ຈຸດສູນພັກເຊົາ, ວຽກແຜນຜັງບ້ານ ແລະ ອອກແບບເຮືອນຖາວອນ, ການຟື້ນຟູເສັ້ນທາງ-ຂົວ ແລະອື່ນໆ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ