ການຄ້າລາວ ແລະຫວຽດນາມ ເພີ່ມຂຶ້ນ 13 ເປິເຊັນ

  ປະຈຸບັນການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາປະມານ 34,85 ພັນຕື້ກີບ ຈັດຢູ່ໃນອັນດັບ 3 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວສ່ວນມູນຄ່າການຄ້າລະຫວ່າງສອງປະເທດໃນປີ 2018 ບັນລຸໄດ້ 1 ຕື້ໂດລາ ປະມານ 8,5 ພັນຕື້ກີບ ເພີ່ມຂື້ນ 13% ທຽບໃສ່ໄລຍະດຽວຂອງປີ 2017 ຂະນະທີ່ປີ 2019 ລັດຖະບານສອງປະເທດຈະຊອກຫາວິທີການ ແລະ ມາດຕະການເພື່ອເພີ່ມມູນຄ່າການຄ້າລະຫວ່າງສອງປະເທດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ແລະເຫັນດີເພີ່ມທະວີການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການສູງເຊັ່ນ: ການຊື້-ຂາຍໄຟຟ້າ ແລະ ຂົງເຂດກະສິ ກຳເຕັກໂນໂລຊີສູງ.

    ເຊົ້າວັນທີ 6 ມັງກອນ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນຟຸກ ນາຍົກລັດ ຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

  ໃນກອງປະຊຸມສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 40 ກໍຄືຂໍ້ຕົກລົງວ່າດ້ວຍແຜນ ການຮ່ວມມືປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນປີ 2019. 

     ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນ ສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືໃນປີ  2018 ຜ່ານມາ, ຊຶ່ງບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດໄດ້ ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນຈໍານວນນັກສຶກສາລາວທີ່ກໍາລັງຄົ້ນຄວ້າຢູ່ຫວຽດນາມ ມີທັງໝົດ 14.644 ຄົນ, ໃນນັ້ນທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າ 4,1 ຕື້ໂດລາ, ຈັດຢູ່ໃນອັນດັບ 3 ໃນຈໍານວນບັນດາປະເທດ ແລະເຂດ ແຄວ້ນທີ່ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງປະເທດໃນປີ 2018 ບັນລຸໄດ້ 1 ຕື້ໂດລາ, ເພີ່ມຂຶ້ນ 13% ທຽບໃສ່ໄລຍະດຽວຂອງປີ 2017.

  ການຈັດຕັ້ງປະຕິບັດບັນດາໂຄງການທີ່ນໍາໃຊ້ທຶນຊ່ວຍເຫຼືອກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ມີ 12 ໂຄງການໄດ້ສໍາເລັດ, ມອບ-ຮັບ ແລະໄດ້ນໍາໃຊ້ໃນປີ 2018; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຕ່າງໆຂອງສອງຝ່າຍໄດ້ເພີ່ມທະວີການພົບປະແລກປ່ຽນບົດຮຽນ ແລະເປີດກວ້າງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ; ບັນດາກົນໄກ, ນະໂຍ ບາຍການຮ່ວມມືໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດກໍຄືລະບຽບການສາກົນ.

   ສຳລັບທິດທາງແຜນການຮ່ວມມືໃນປີ 2019, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງສອງລັດຖະບານໃຫ້ປາກົດຜົນເປັນຈິງໃນນັ້ນເອົາໃຈໃສ່ປະຕິບັດໂຄງ ການຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ ແລະພັດທະນາຊັບພິຫຍາກອນມະນຸດ, ຊອກຫາວິທີການ ແລະມາດຕະການເພື່ອເພີ່ມມູນຄ່າການຄ້າລະຫວ່າງສອງປະເທດໃຫ້ບັນລຸຕາມເປົ້າໝາຍທີ່ວາງອອກ; ມີມາດຕະການຊ່ວຍເຫຼືອ ແລະແກ້ໄຂຂໍ້ຫຍຸ້ງຍາກ, ຂ້ອງຄາໃຫ້ແກ່ບັນດາວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວກໍ່ຄືການແກ້ໄຂຢ່າງຂາດຕົວຕໍ່ບັນດາວິສາຫະກິດທີ່ບໍ່ປະ ຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ; ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການສູງເຊັ່ນ: ການຊື້ຂາຍໄຟຟ້າ ແລະ ຂົງເຂດກະສິກຳເຕັກໂນໂລຊີສູງ.

   ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພິຍານໃນການລົງນາມ 6 ເອກະສານສໍາຄັນ ແລະມອບໃບຢັ້ງຢືນ 1 ເອກະສານຄື: (1) ບົດບັນ ທຶກກອງປະຊຸມຄັ້ງທີ 41; (2) ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2019 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງສອງລັດຖະບານ; (3) ແຜນການຮ່ວມມືປະຈຳປີ 2019 ລະຫວ່າງສອງກະຊວງສຶກສາທິການ-ກິລາລາວ ແລະ ກະຊວງສຶກສາ-ກໍ່ສ້າງ ຫວຽດນາມ; (4) ການມອບ-ຮັບໂຄງການສຳເລັດໃນການກໍ່ສ້າງໂຮງຮຽນ 3 ແຫ່ງຄື: ໂຮງຮຽນມັດທະຍົມສົມບູນມິດຕະພາບເຈົ້າອານຸວົງຢູ່ແຂວງໄຊສົມບູນ, ຫໍພັກນັກສຶກສາຕ່າງປະເທດຢູ່ດົງໂດກ, ໂຮງຮຽນມັດທະຍົມສົມບູນມິດຕະພາບໄລຍະ 2 (ຫຼັກ 5) ແລະສູນພາສາຫວຽດຢູ່ມະຫາວິທະຍາໄລ ສຸພານຸວົງ ແລະ ມະຫາວິທະ ຍາໄລຈຳປາສັກ; (5) ການມອບ-ຮັບໂຄງການກໍ່ສ້າງສຳເລັດໃນການກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງສະຫວັນນະເຂດ; (6) ຂໍ້ ຕົກ ລົງວ່າດ້ວຍການຊ່ວຍເຫຼືອແນວພັນເຂົ້າຈໍານວນ 300 ໂຕນ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ (7) ມອບໃບຢັ້ງ ຢືນຮັບຊື້ໄຟຟ້າຈາກໂຄງການໄຟຟ້ານໍ້າຊໍາ (ລາວ).

   ແນວໃດກໍດີ ສອງຝ່າຍເຊື່ອໝັ້ນວ່າຜົນສຳເລັດກອງປະຊຸມຄັ້ງນີ້ລວມທັງບັນດາເອກະສານທັງໝົດທີ່ໄດ້ລົງນາມໃນໂອກາດນີ້ຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດ ນາມ ທີ່ຢູ່ໃນລະດັບສູງສຸດຢູ່ແລ້ວ, ຂຶ້ນສູ່ລະດົບສູງເປັນຂີດໝາຍ ອັນໃໝ່ໃນປີ 2019.

     ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ; ທ່ານ ນາງ ຫງວຽນ ທິກິມເງິນ ປະ ທານສະພາແຫ່ງຊາດຫວຽດນາມ.