ປະທານປະເທດ ຢ້ຽມຍາມ ແລະລົງຊຸກຍູ້ໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ

  ເນື່ອງໃນໂອກາດທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ເມື່ອທ້າຍອາທິດຜ່ານມາໂດຍຖືກຕ້ອນຮັບຮັບຢ່າງອົບອຸ່ນຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ທ່ານປະທານປະເທດກໍໄດ້ເປັນກຽດລົງຢ້ຽມຢາມ ແລະຊຸກຍູ້ຫົວໜ່ວຍການຜະລິດພາຍໃນແຂວງໜື່ງໃນນັ້ນກໍແມ່ນໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ (SK) ຂອງບໍລິສັດເອັດອີເອັດກໍ່ສ້າງຄົບວົງຈອນຈຳກັດ.

  ໃນການລົງຢ້ຽມຢາມ ແລະຊຸກຍູ້ຫົວໜ່ວຍທຸລະກິດຄັ້ງນີ້ຂອງທ່ານ ບຸນຍັງ ວໍລະຈິດ ພ້ອມຄະນະກໍໄດ້ຮັບຟັງລາຍງານການເຄື່ອນໄຫວທຸລະກິດຈາກ ທ່ານ ໄຊຍະເພັດ ຈັນທິສອນ ອຳນວຍການໂຮງງານວ່າ: ໂຮງງານຜະລິດໝໍ້ແປງໄຟຟ້າຍີ່ຫໍ້ເອັສເຄ (SK) ມີທີ່ຕັ້ງຢູ່ບ້ານໂພນະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ  ໄດ້ເປີດດຳເນີນການຜະລິດຢ່າງເປັນທາງການໃນເດືອນມີນາ 2017 ໂດຍແມ່ນການລົງທຶນຂອງຄອບຄົວ 100% ທັງນີ້ກໍເພື່ອເປັນການສ້າງອາທີບທີ່ໝັ້ນ ຄົງໃຫ້ກັບໄວໜຸ່ມພາຍໃແຂວງ ແລະສາມາດຫຼຸດຜ່ອນການນຳເຂົ້າສິນຄ້າປະເພດໝໍ້ແປງໄຟຟ້າໄດ້ເທື່ອລະໜ້ອຍເຮັດໃຫ້ຄົນລາວໄດ້ຊົມໃຊ້ຜະລິດຕະພັນລາວ ທີ່ມີລາຄາຖືກ ແລະມີຄຸນນະພາບທຽບເທົ່າກັບສາກົນ.

 ທ່ານ ໄຊຍະເພັດ ຈັນທິສອນ ລາຍງານຕື່ມວ່າ: ທາງໂຮງງານແມ່ນສາມາດຜະລິດໝໍ້ແປງໄຟຟ້າໄດ້ແຕ່ຂະໜາດ 30-2.250 KVA ທີ່ຮັບຮອງມາດຕະຖາ ນການບໍລິຫານຄຸນນະພາບ  ISO  9001-2015 ຊຶ່ງຂັ້ນຕອນການຜະລິດທາງໂຮງງານແມ່ນມີການນຳເຂົ້າວັດຖຸດິນຈາກຕ່າງປະເທດເພື່ອມາຜະລິດເປັນໝໍ້ແປງໄຟຟ້າໃນຂະໜາດຕ່າງໆຕາມຄວາມຕ້ອງການຂອງຕະຫຼາດພາຍໃນແຂວງ ແລະຕ່າງແຂວງ.

  ພ້ອມດຽວກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ພາກລັດສືບຕໍ່ສະໜັບສະໜູນ, ຊຸກຍູ້, ສົ່ງເສີມ ແລະປ້ອງກັນຜະລິດຕະພັນພາຍໃນຂອງຄົນລາວທາງດ້ານນະໂຍ ບາຍຊ່ວຍໂຄສະນາໃນໂຄງການລົງທຶນຕ່າງໆ ແລະ ປະກອບສ່ວນຊຸກຍູ້ສິນຄ້າຂອງຄົນລາວໂດຍສະເພາະລັດວິສາຫະກິດໄຟຟ້າລາວທີ່ມີການນຳໃຊ້ໝໍ້ແປງໄຟ ຟ້າເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.

  ແນວໃດກໍດີຫຼັງຈາກສຳເລັດຮັບຟັງລາຍງານຈາກທ່ານຜູ້ອຳນວຍການແລ້ວທ່ານປະທານປະເທດກໍໄດ້ເປັນກຽດກ່າວໂອ້ລົມພ້ອມຍ້ອງຍໍຊົມເຊີຍຕໍ່ໂຮງງານທີ່ຍາດໄດ້ໝາກຜົນສຳເລັດໃນໄລຍະຜ່ານມາຊຶ່ງຄົນລາວເຮົາເອງກໍມີຄວາມສາມາດຜະລິດໝໍ້ແປງໄຟຟ້າເອງໄດ້ເຊັ່ນດຽວກັນ ແລະທຸກພາກສ່ວນພາຍໃນກໍຕ້ອງໃຫ້ການຊຸກຍູ້ສົ່ງເສີສິນຄ້າທີ່ເປັນຂອງຄົນລາວເຮົາທັງນີ້ທ່ານໄດ້ເນັ້ນໃຫ້ໂຮງງານເພີ່ມທະວີໃນການໂຄສະນາສິນຄ້າໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງຫຼາຍຂຶ້ນຕໍ່ຈາກນັ້ນກໍມີການເລາະຊົມຂະບວນການຜະລິດ ແລະສິນຄ້າພາຍໃນໂຮງງານຕື່ມອີກ.

ຂຽນໂດຍ:  ວຽງສະຫວັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ