ອຄ ປາຖະກາຖາ ວັນສ້າງຕັ້ງສະຫະພັນກໍາມະບານ

  ເພື່ອເຮັດໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າຮູ້ເຖິງຄວາມໝາຍ, ຄວາມສຳຄັນຂອງອົງການຈັດຕັ້ງສະຫະພັນກຳມະ ບານລາວ ແລະມູນເຊື້ອໃນການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດກໍຄືພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະມີຫຼັກການຂອງພັກເຮົາ.

  ໃນວັນທີ 13 ມິຖຸນາ 2019 ກະຊວງອຸດສາຫະກໍາ ແລະການຄ້າ (ອຄ) ໄດ້ຈັດພິທີປາຖະກາຖາວັນສ້າງຕັ້ງກໍາມະບານລາວຄົບຮອບ 63 ປີ. ໂດຍໃຫ້ກຽດການເປັນປະທານຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ສີມູນ ອຸ່ນລາສີ ຮອງເລຂາຄະນະພັກຮອງປະທານສູນ ກາງສະຫະພັນກໍາມະບານລາວ, ມີບັນດາຜູ້ຕາງໜ້າຈາກກະຊວງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ສີມູນ ອຸ່ນລາສີ ໄດ້ໃຫ້ກຽດປາຖະກາຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ (1 ກຸມພາ 1956-1 ກຸມພາ 2019) ຄົບຮອບ 63 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ, ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງ ງານ, ມູນເຊື້ອສາ ມັກຄີປອງດອງ, ມູນເຊື້ອວັດທະ ນະທໍາທີ່ເປັນເອກະລັກອັນດີງາມ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈໍານົນຕ້ານການຮຸກຮານຂອງພວກສັດຕູຢ່າງເດັດດຽວໜຽວແໜ້ນຂອງບັນດາບັນພະບຸລຸດ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນການທ້ອນໂຮມ, ປົກປັກຮັກສາ ແລະສ້າງສາປະເທດຊາດ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກສະໄໝສືບທອດກັນມາຈົນເຖິງປະຈຸບັນ.

  ທ່ານ ບຸນມີ ມະນີວົງ ໃຫ້ຮູ້ວ່າ: ຊົນຊັ້ນກໍາມະບານບໍ່ເປັນພຽງແຕ່ຜູ້ຜະລິດວັດຖຸພັນຕ່າງໆເພື່ອຮັບໃຊ້ສັງຄົມເທົ່ານັ້ນແຕ່ຍັງເປັນກໍາລັງແຮງຜະລິດທີ່ສໍາຄັນໃນການຂັບເຄື່ອນເສດຖະກິດຂອງຊາດ ແລະ ຍັງເປັນຜູ້ຂັບເຄື່ອນຂະບວນການໃຫ້ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ນອກນັ້ນຊົນຊັ້ນກໍາມະກອນຍັງເປັນກໍາລັງແຮງປ່ຽນແປງລະບອບສັງຄົມຈາກສະຫະຊີບປະຖົມບູຮານມາສູ່ລະບອບທີ່ທັນສະໄໝອີກດ້ວຍ.

ຂຽນໂດຍ: ວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ