ເປີດເປັນທາງການອະນຸສາວະລີອົງແກ້ວວິລະບຸລຸດຂອງຊາດ

 ອະນຸສາວະລີອົງແກ້ວ ວິລະບຸລຸດຂອງຊາດລາວທີ່ປະດິດສະຖານຢູ່ຫຼັກສອງບ້ານໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ ໄດ້ເປີດຢ່າງເປັນທາງການໃນວັນ ທີ 13 ມິຖຸນານີ້ໂດຍທ່ານ ຄຳພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ; ພ້ອມນີ້ກໍມີການນຳ 3 ແຂວງພາກໃຕ້ຄື: ແຂວງສາລະວັນ, ຈໍາປາສັກ, ອັດຕະປື, ພາກສ່ວນກ່ຽວຂ້ອງ ແລະມວນຊົນແຂວງດັ່ງກ່າວເຂົ້າ ຮ່ວມ.

  ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງກ່າວວ່າ: ທ່ານ ອົງແກ້ວ ແມ່ນຜູ້ນຳທີ່ໂດດເດັ່ນ ແລະສຳຄັນໃນສະໄໝຕໍ່ສູ້ຕ້ານຝຣັ່ງ ແລະຈາກການເປັນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດຍອມເສຍສະລະຊີວິດເພື່ອຊາດເພື່ອປະຊາຊົນຢ່າງແທ້ຈິງ, ທ່ານໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າຢູ່ເຂດພາກໃຕ້ລາວລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍປະເທດຊາດໃຫ້ຫຼຸດພົ້ນຈາກການກົດຂີ່ຂູດຮີດຂອງພວກສັກດິນນາໃນປະເທດ ແລະ ພວກຈັກກະພັດຮຸກຮານໂດຍສະເພາະ ພວກລ່າເມືອງຂຶ້ນຝຣັ່ງເພື່ອຄວາມເປັນເອກະລາດປົກປັກຮັກສາຜືນແຜ່ນດິນຂອງຕົນໄວ້ໃຫ້ຍືນຍົງຊຶ່ງການກໍ່ສ້າງສວນອະນຸສາວະລີອົງແກ້ວເພື່ອຈາລຶກວິລະກໍາອັນລໍ້າເລີດ ແລະ ເພື່ອເຮັດໃຫ້ຄົນຮຸ່ນຫຼັງໄດ້ຮຽນເອົາຄຸນງາມຄວາມດີ ແລະ ບົດຮຽນອັນລໍ້າຄ່າທັງເປັນການເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອສາ ມັກຄີປອງດອງຕໍ່ສູ້ບໍ່ຍອມຈຳນົນຂອງເພິ່ນຈົນໄດ້ຮັບນາມມະຍົດເປັນ: “ວິລະບຸລຸດຂອງຊາດລາວ”. ຂະນະດຽວກັນກໍເປັນສັນຍະລັກແຫ່ງດິນແດນຖິ່ນກຳເນີ ດວິລະຊົນຄົນກ້າ ແລະເປັນສະຖານທີ່ສັກກາລະບູຊາທັງເປັນສູນລວມຈິດໃຈເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຄຽງຄູ່ກັບຫຼັກເມືອງ,ເປັນບ່ອນອົບຮົມບົ່ມສອນຄົນຮຸ່ນຫຼັງໃຫ້ຮູ້ຮັກເຊື້ອແພງຊາດ, ຮູ້ຄຽດແຄ້ນສັດຕູຂອງຊາດທັງເປັນການເສີມຂະຫຍາຍລັດທິວິລະຊົນ.

 ຂະນະທີ່ ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງເຊກອງ ກ່າວວ່າ: ຍ້ອນເຫັນໄດ້ວິລະກຳອັນລໍ້າເລີດ, ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ປະເທດຊາດ, ກົມການເມືອງສູນກາງພັກໄດ້ຕົກລົງໃຫ້ແຂວງເຊກອງ ສ້າງອະນຸສາວະລີ ແລະຫຼໍ່ຮູບ ທ່ານ ອົງແກ້ວ ໃນເນື້ອທີ່ 4 ເຮັກຕາ ແລະດໍາເນີນການກໍ່ສ້າງອາຄານ, ນ້ຳພຸ, ສວນສາທາລະນະ ແລະ ເດີ່ນອະເນກປະສົງ, ຕາຂ່າຍໄຟຟ້າ ແລະ ຖານຕັ້ງຮູບຫຼໍ່ອົງແກ້ວໂດຍມີມູນຄ່າ 23 ຕື້ກວ່າກີບ. ສ່ວນຮູບຫຼໍ່ອົງແກ້ວຫຼໍ່ດ້ວຍທອງປະສົມສູງ 4,90 ແມັດ, ໜັກ 6 ໂຕນ ມູນຄ່າ 1,8 ຕື້ກວ່າກີບ.

ຂຽນໂດຍ: ພຸດທະສອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ