ເອກະຊົນສຳປະທານດິນປູກໝາກມັງກອນຢູ່ປາກກະດິງ

 ພິທີລົງນາມເຊັນບົດບັນທຶກສຳປະທານທີ່ດິນໂຄງການພັດທະນາກະສິກຳປູກໝາກມັງກອນຢູ່ເຂດບ້ານນາຫີນ ເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸ ນານີ້ ທີ່ແຂວງບໍລິຄຳໄຊ ລະຫວ່າງ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການທຶນແຂວງເຊັນໃນນາມຕາງໜ້າຝ່າຍລັດ ແລະ ທ່ານ ເໜົາຮົງ ຕ່າວ ປະທານບໍລິສັດງົວເກົ້າໂຕພັດທະນາກະສິກຳບໍລິຄຳໄຊ ຈຳກັດ ເຊັນໃນນາມຜູ້ລົງທຶນພັດທະນາ, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ແດນປີ ມູນທະດີ ຫົວໜ້າຄະນະຈັດຕັ້ງແຂວງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

  ພິທີເຊັນສັນຍາໃນຄັ້ງນີ້ກໍເພື່ອເປັນເອກະສານຢັ້ງຢືນໄວ້ເປັນຫຼັກຖານໃນການດຳເນີນການທັງສອງຝ່າຍທັງເປັນການປະຕິບັດຕາມນິຕິກຳຂອງຂັ້ນເທິງ ແລະແຜນພັດທະນາໂຄງການຂອງບໍລິສັດໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍທີ່ໄດ້ກຳນົດໄວ້, ສຳລັບໂຄງການປູກໝາກມັງກອນຢູ່ເຂດບ້ານນາຫີນ ເມືອງປາກກະດິງໃນຄັ້ງນີ້ກວມເອົາເນື້ອທີ່ທັງໝັດ 130 ເຮັກຕາ, ມູນຄ່າການລົງທຶນຕາມສັນຍາ 15 ລ້ານໂດລາ ໃນໄລຍະການສຳປະທານ 30 ປີ ນັບແຕ່ມື້ລົງ ນາມເປັນຕົ້ນໄປ.

  ພ້ອມນີ້ທ່ານປະທານບໍລິສັດຍັງໄດ້ກ່າວວ່າ: ພາຍຫຼັງລົງມືປູກໝາກມັງກອນປະມານ 2 ປີ ກໍສາມາດໃຫ້ຜົນຜະລິດໄດ້ພ້ອມທັງຈະໄດ້ສ້າງວຽກເຮັດງານທຳ ໃຫ້ແກ່ພໍ່ແມ່ປະຊາຊົນເຂດດັ່ງກ່າວຕື່ມອີກ.

ຂຽນໂດຍ: ວຽງສະຫວັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ