ອຸດົມໄຊປູກເຂົ້ານາປີເນື້ອທີ່ເພີ່ມຂື້ນ 300 ກວ່າເຮັກຕາ

  ປະຈຸບັນຊາວນາທົ່ວແຂວງອຸດົມໄຊ ຈໍານວນ 390 ບ້ານ, 61,9 ພັນຄອບຄົວພວມຂຸ້ນຂ້ຽວບຸກເບີກ, ປັບປຸງ, ກະກຽມດິນ ແລະ ຕົກກ້າເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປູກເຂົ້ານາປີໃຫ້ທັນກັບລະດູການເຊິ່ງປີນີ້ຫັນວ່າເນື້ອທີ່ນາປີມີອັດຕາຂະຫຍາຍຕົວ ແລະເພີ່ມຂຶ້ນ.

  ທ່ານ ທອງສ້ອຍ ວຽງວົງ ຮອງຫົວໜ້າໜ່ວຍງານບໍລິຫານແຜນການ, ຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ກ່າວວ່າ: ເນື້ອທີ່ປູກ ເຂົ້ານາປີປະຈຳປີ 2019 ທົ່ວແຂວງອຸດົມໄຊ ໃນຈຳນວນ 7 ເມືອງ ມີທັງຫມົດ 15,9 ພັນເຮັກຕາ ໃນນັ້ນເມືອງໄຊມີ 3,9 ພັນເຮັກຕາ, ຫຼາ 718,5 ເຮັກ ຕາ, ນາໝໍ້ 3,1 ພັນເຮັກຕາ, ງາ 1,5 ພັນເຮັກຕາ, ແບງ 2,7 ພັນເຮັກຕາ, ຮຸນ 3,3 ພັນເຮັກຕາ ແລະເມືອງປາກແບງມີ 341,3 ເຕັກຕາລວມແລ້ວເນື້ອທີ່ປູກເຂົ້ານາປີທົ່ວ ແຂວງອຸດົມໄຊໃນປີນີ້ແມ່ນເພີ່ມຂຶ້ນ 314 ເຮັກຕາ ຖ້າທຽບໃສ່ປີກ່ອນ.

ສາເຫດທີ່ເຮັດໃຫ້ເນື້ອທີ່ນາປີເພີ່ມ ຂຶ້ນແມ່ນເນື່ອງມາຈາກປະຊາຊົນສ່ວຍ ຫຼາຍ ພ້ອມກັນປັບປຸງ, ບຸກເບີກຄືນ ເນື້ອທີ່ ນາເຮື້ອ ແລະເປີດນາໃໝ່ ຊຶ່ງຜ່ານມາ ເນື້ອທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກທຳ ມະຊາດ ເຮັດໃຫ້ປະຊາຊົນໂຈະການຜະ ລິດເຂົ້ານາປີ.

ສໍາລັບການປູກເຂົ້ານາປີຢູ່ແຂວງ ອຸດົມໄຊ ຄາດວ່າຈະໄດ້ພ້ອມກັນລົງມື ໃນທ້າຍເດືອນມິຖຸນາຫາຕົ້ນເດືອນກໍ ລະກົດນີ້ ປະຈຸບັນທົ່ວແຂວງແມ່ນສຳ ເລັດການຕົກກ້າແລ້ວ 30%.

  ທ່ານ ທອງສ້ອຍ ວຽງວົງ ກ່າວຕື່ມອີກວ່າ: ຄາດຄະເນຜົນຜະລິດທີ່ຈະໄດ້ຮັບຈາກເຂົ້ານາປີທັງໝົດ 65,3 ພັນໂຕນ ແລະ ນອກຈາກປະຊາຊົນຈະກະກຽມ ໃນການປູກເຂົ້ານາປີແລ້ວຈຳນວນໜຶ່ງຍັງໄດ້ພ້ອມກັນປູກເຂົ້າໄຮ່ຕື່ມອີກຊຶ່ງປີນີ້ເຫັນວ່າມີເນື້ອທີຫຼຸດລົງຍັງເຫຼືອ 15,8 ພັນເຮັກຕາ ເນື່ອງຈາກການນໍາແຂ ວງໄດ້ແນະນຳໃຫ້ປະຊາຊົນຫັນປູກພືດທົດແທນການປູກເຂົ້າໄຮ່ຊຶ່ງຄາດວ່າຜົນຜະລິດທີ່ຈະໄດ້ຮັບທັງໝົດປະມານ 28,4 ພັນໂຕນ.

ຂຽນໂດຍ: ຄານມະນີ ຮຽນດໍຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ