ທັດສະນະຂອງອຳນວຍການ ຊັບສິນ ພຣັອບເພີຕີ້ ຕໍ່ການຮັບມືໃນຍຸກເສດຖະກິດຝືດເຄືອງ

    ການດຳເນີນທຸລະກິດຂອງຫົວໜ່ວຍທຸລະກິດຫຼາຍໆຂະແໜງໃນປະຈຸບັນລ້ວນແຕ່ໄດ້ຮັບຜົນກະທົບຈາກວິກິດຂອງເສດຖະກິດທັງນັ້ນ, ໂດຍສະເພາະວິກິດຂອງເສດຖະກິດໂລກກໍຄືວິກິດເສດຖະກິດຂອງລາວເຮົາຊຶ່ງພາໃຫ້ຫຼາຍໆຫົວໜ່ວຍທຸລະກິດຕ້ອງປິດລົງ ຫຼື ຫັນປ່ຽນໄປຕ່າງໆນາໆ, ອັນນີ້ກໍເພາະສ່ວນໜຶ່ງປັບປ່ຽນຕາມສະຖານະການບໍ່ທັນ, ແຕ່ຖ້າຈະຮັບມືກັບວິກິດຂອງເສດຖະກິດສິ່ງສໍາຄັນຄືການຫັນປ່ຽນຕາມສະພາບຕົວຈິງ ແລະ ການຮ່ວມມືກັບຫຼາຍຝ່າຍ, ນັ້ນແມ່ນທັດສະນະຂອງບໍລິສັດຊັບສິນພຣັອບເພີຕີ້ໃຊ້ຮັບມືກັນຍຸກເສດຖະກິດທີ່ຝືດເຄືອງໃນປະຈຸບັນນີ້.

     ທ່ານ ນາງ ສັບພະສິນ ພອນສະຫວັນ ຜູ້ອຳນວຍການບໍລິສັດຊັບ ສິນພຣັອບເພີຕີ້ໃຫ້ສຳພາດເມື່ອບໍ່ດົນມານີ້ຕໍ່ກັບທັດສະນະການຮັບມື ກັບຍຸກເສດຖະກິດທີ່ມີຄວາມຝືດເຄືອງນີ້ວ່າ: ນັບແຕ່ຈົດທະບຽນເປັນບໍລິສັດອະສັງຫາລິມະຊັບໃນປີ 2013, ກິດຈະກຳຫຼັກໆທີ່ດຳເນີນ ແມ່ນຂາຍດິນຈັດສັນ, ປູກເຮືອນໃຫ້ເຊົ່າ ແລະ ມີທີ່ດິນໃຫ້ເຊົ່າ, ໂດຍເລີ່ມແຕ່ເປີດບໍລິສັດຮອດດຽວນີ້ດຳເນີນໄປແລ້ວ 13 ໂຄງການ, ດິນ ທີ່ຖືກແບ່ງຈັດສັນຂາຍມີທັງໝົດ 1.500 ຕອນ ແລະ ຕະຫຼອດໄລຍະ 3 ປີຫຼັງເຫັນວ່າການດຳເນີນທຸລະກິດກ່ຽວກັບດ້ານອະສັງຫາລິ ມະຊັບແມ່ນມີການຂະຫຍາຍຕົວດີ, ແຕ່ພໍປະມານ 2 ປີຫຼັງໆມານີ້ການດຳເນີນທຸລະກິດເລີ່ມມີຄວາມຝືດເຄືອງພໍສົມຄວນ, ທັງນີ້ກໍເພາະກີດຈາກຫຼາຍປັດໄຈທັງພາຍໃນ ແລະພາຍນອກ,ສຳລັບພາຍນອກແມ່ນການຮັບອິດທິພົນຂອງເສດຖະກິດໂລກທີ່ມີການປ່ຽນແປງຢູ່ຕະຫຼອດເວລາ, ສ່ວນປັດໄຈພາຍໃນແມ່ນມາຈາກວິກິດຂອງເສດຖະກິດທີ່ມີການຫັນປ່ຽນ, ດັ່ງນັ້ນຈຶ່ງເຮັດໃຫ້ການດຳເນີນທຸລະກິດປະເຊີນກັບບັນຫາເລັກ ນ້ອຍຈົນເຖິງຮ້າຍແຮງເຖິງຂັ້ນຕ້ອງປິດກິດຈະການໄປກໍມີຫຼາຍສົມຄວນ, ທັງນີ້ກໍເພາະບໍ່ສາມາດຫັນປ່ຽນ ຫຼື ປັບໃຫ້ເຂົ້າກັບວິກິດທີ່ພວມປະເຊີນໃນປະຈຸບັນ.

   ແຕ່ສຳລັບຕະຫຼາດອະສັງຫາໃນປະຈຸບັນເຫັນໄດ້ວ່າການໜູນເງິນໃນລະບົບເສດຖະກິດຂ້ອນຂ້າງຝຶດເຄືອງ, ມີຫຼາຍທຸລະກິດມີຍອດຂາຍທີ່ຫຼຸດລົງຫຼາຍ, ສະເພາະທຸລະກິດອະສັງຫາຍັງຈັດຢູ່ໃນ 4 ປັດໄຈຂອງມະນຸດກໍຄືຕ້ອງມີທີ່ຢູ່ອາໄສຢູ່ຊຶ່ງອາດຈະລົງໃນໄລຍະໜຶ່ງແຕ່ກໍເຊື່ອວ່າ ຫາກລະບົບເສດຖະກິດດີຂຶ້ນກວ່ານີ້ແນ່ນອນຄົນກໍຕ້ອງການຊື້ດິນກ່ຽວກັບທີ່ພັກອາໄສຄືເກົ່າແລ້ວຕະຫຼາດອະສັງຫາກໍຈະກັບມາດີຄືເກົ່າ ໂດຍສະເພາະດິນໃນເຂດນະຄອນຫຼວງທີ່ຄົນສ່ວນຫຼາຍມີຄວາມຕ້ອງການຊື້, ເນື່ອງຈາກຕົວເລກຄວາມຕ້ອງການຍົກຍ້າຍເຂົ້າມາຢູ່ນະຄອນ ຫຼວງນັບມື້ສູງຂຶ້ນ ແລະ ຍິ່ງຖ້າວ່າເສດຖະກິດມີການພັດທະນາຫຼາຍເທົ່າໃດຄົນທີ່ຈະຍົກຍ້າຍມາແຕ່ຕ່າງແຂວງເພື່ອທີ່ຈະມາອາໄສຢູ່ ຫຼື ເຮັດວຽກ, ຊອກວຽກຈຳຕ້ອງມາໂຮມຢູ່ນະຄອນຫຼວງ ແລະຄາດວ່າອະນາຄົດຈະຕ້ອງກັບເພີ່ມຂຶ້ນແນ່ນອນທ່ານ ນາງ ສັບພະສິນ ພອນສະຫວັນ ໃຫ້ຮູ້ອີກວ່າ: ເຖິງຢ່າງໃດ ກໍຕາມເພື່ອເຮັດໃຫ້ທຸລະກິດຢູ່ໄດ້ໃນຍຸກທີ່ເສດຖະກິດມີການຝືດເຄືອງນີ້ສິ່ງທຳອິດທີ່ຜູ້ປະກອບການທຸກຂະແໜງຈະຕ້ອງເຮັດກໍຄືການເກື້ອໜູນກັນຊຶ່ງຕ່າງຝ່າຍຕ່າງມີການເກື້ອໜູນກັນ, ລວມທັງການປັບປ່ຽນກົນລະຍຸດທາງການຕະຫຼາດໃຫ້ເຂົ້າກັບສະຖານະການຂອງເສດຖະກິດໂດຍສະເພາະປັບໃຫ້ເຂົ້າກັບຄວາມສາມາດຈ່າຍໄດ້ຂອງລູກຄ້າເພື່ອທຸກຝ່າຍສາມາດຢູ່ໄດ້ເປັນຕົ້ນແມ່ນໃນການຈ່າຍຄ່າດິນຂອງລູກຄ້າສາມາດຈ່າຍໄດ້ຫຼາຍຊ່ອງທາງຄື: ຈ່າຍສົດ 100% ຂອງມູນຄ່າດິນຈະໄດ້ຮັບສ່ວນຫຼຸດປະມານ 8-10%, ລວມທັງຂອງແຖມ Gift voucher ເປັນຄຳ, ດິນບ໋ອກ, ສ່ວນຊ່ອງທາງທີສອງຈ່າຍກ່ອນ 50% ແລະອີກ 50% ໄດ້ໃບຕາດິນແລ້ວຈຶ່ງຈ່າຍແມ່ນຈະໄດ້ຮັບສ່ວນຫຼຸດ 5% ພ້ອມ Gift  voucher ແລະດິນບ໋ອກ, ຊ່ອງ ທາງທີສາມຈ່າຍ 30% ຂອງມູນຄ່າດິນ ແລະສ່ວນທີ່ເຫຼືອແມ່ນຈ່າຍ ຜ່ອນ 12-16 ເດືອນຂຶ້ນຢູ່ກັບລາ ຄາຂອງດິນ ແລະຄວາມສາມາດ ຈ່າຍຂອງລູກຄ້າ, ເນື່ອງຈາກລູກຄ້າມີລາຍຮັບຫຼຸດລົງທາງບໍລິສັດ ກໍຈໍາຕ້ອງໄດ້ມີການປັບໃຫ້ເຂົ້າກັບສະພາບຕົວຈິງຂອງເສດຖະກິດ, ພ້ອມດຽວກັນນັ້ນການຮ່ວມມືກັບຫຼາຍຝ່າຍກໍເປັນອີກວິທີໜຶ່ງເພື່ອ ໃຫ້ທຸລະກິດໄປລອດຊຶ່ງປະຈຸບັນນີ້ບໍລິສັດກໍໄດ້ມີການຮ່ວມມືກັບບັນດາຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານຂາຍໄມ້ ແລະ ເຄື່ອງໃຊ້ໄຟຟ້າໃນຂອບ ເຂດທີ່ໂຄງການຂອງບໍລິສັດໄປຕັ້ງຢູ່ເພື່ອຊ່ວຍກັນແນະນຳລູກຄ້າໃຫ້ແກ່ກັນ ແລະກັນ, ທັງນີ້ກໍເພື່ອຈະປະຄອງເອົາທຸລະກິດຂອງແຕ່ລະຝ່າຍໃຫ້ພົ້ນຜ່ານໄລຍະວິກິດຂອງເສດຖະກິດທີ່ພວມປະເຊີນໃນປະຈຸບັນນີ້.