ປະກາດບ້ານຫ້ວຍໝື່ນ ເປັນບ້ານໃຫຍ່ຄ້າຍຕົວເມືອງນ້ອຍໃນຊົນນະບົດ

   ໃນວັນທີ 31 ທັນວາ 2018 ທີ່ຫ້ອງການບ້ານຫ້ວຍໝື່ນ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຮັບຮອງເອົາບ້ານຫ້ວຍໝື່ນເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດພ້ອມທັງປະກາດບ້ານພັດທະນາແຮງງານ ແລະ ສະຫວັດດີການສັງ ຄົມ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານແບບຢ່າງປະຕິບັດກົດໝາຍດີ, ບ້ານສາມັກຄີປອງດອງ, ບ້ານວັດທະນະທຳ ແລະ ບ້ານພັດທະນາຮອບດ້ານໂດຍການເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ເຈົ້າເມືອງທ່າປາງທອງ, ມີພະແນກການຂອງແຂວງ, ຫ້ອງການຕ່າງໆຂອງເມືອງ, ເມືອງທ່າປາງທອງ, ຕາງໜ້າການນຳຈາກເມືອງອ້ອມຂ້າງ, ອົງການຈັດຕັ້ງຂອງບ້ານທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ ປະຊາຊົນຊາວບ້ານຫ້ວຍໝື່ນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

   ທ່ານ ສຸລິພົງ ລາດສະໂພ ເລຂາຄະນະພັກຮາກຖານຫົວໜ້າກຸ່ມບ້ານຫ້ວຍໝື່ນກໍໄດ້ຕາງໜ້າໃຫ້ກັບອຳນາດການປົກຄອງບ້ານຫ້ວຍໝື່ນຂຶ້ນຜ່ານບົດສະຫຼຸບການສ້າງບ້ານຫ້ວຍໝື່ນເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໂດຍສັງເຂບວ່າ: ບ້ານຫ້ວຍໝື່ນກໍ່ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານທີ 3 ຂອງເມືອງ ທ່າປາງທອງຫ່າງຈາກສຳນັກງານເມືອງອອກໄປປະມານ 8 ກິໂລແມັດ, ມີເນື້ອທີ່ທັງໝົດ 1.338.67 ເຮັກຕາ, ມີ 290 ຄອບຄົວ, ມີ 405 ຫຼັງຄາເຮືອນ, ມີ 17 ໜ່ວຍ, ມີພົນລະເມືອງທັງໝົດ 3.053 ຄົນ, ຍິງ 1.509 ຄົນ,ປະ ຊາຊົນພາຍໃນບ້ານດັ່ງກ່າວມີຄວາມຕື່ນຕົວຕໍ່ແນວທາງຂອງພັກ ແລະໄດ້ຕັ້ງໜ້າປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາ ແລະແກ້ ໄຂຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ, ເຂົາເຈົ້າມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີລະບົບການເມືອງ-ການປົກຄອງທີ່ເຂັ້ມແຂງ, ມີໜ່ວຍພັກນໍາພາທີ່ເຂັ້ມແຂງ ແລະບັນດາອົງການຈັດຕັ້ງຂັ້ນຕ່າງໆກໍເຂັ້ມແຂງ, ການສົ່ງເສີມຜະລິດເປັນສິນຄ້າເປັນຕົ້ນແມ່ນການປູກ-ການລ້ຽງປາກົດວ່າມີການຂະຫຍາຍຕົວດີເຮັດໃຫ້ ຊີວິດນັບມື້ນັບດີຂຶ້ນ, ດ້ານວັດທະນະທຳ-ສັງຄົມແມ່ນໄດ້ຮັບການພັດທະນາຢ່າງສົມຄູ່ເປັນຕົ້ນແມ່ນມີໂຮງຮຽນ, ສຸກສາລາ, ປະຊາຊົນພາຍໃນບ້ານໄດ້ຕັ້ງໜ້າປະກອບສ່ວນໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າອັນໄດ້ເຮັດໃຫ້ປາກົດການຫຍໍ້ທໍ້ພາຍໃນແຕ່ລະທ້ອງຖິ່ນ, ບ້ານມີໜ້ອຍທີ່ສຸດຖອຍລົງ.

  ຈາກນັ້ນ, ທ່ານ ສີອຸບົນ ແສນບຸດຕະລາດ ຫົວໜ້າຫ້ອງການ ພາຍໃນເມືອງກໍໄດ້ຜ່ານຂໍ້ຕົກຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຮັບຮອງເອົາບ້ານ ຫ້ວຍໝື່ນ ເປັນບ້ານໃຫຍ່ພັດທະນາຄ້າຄືຕົວເມືອງນ້ອຍໃນຊົນນະບົດ, ພ້ອມດ້ວຍຂໍ້ຕົກວ່າດ້ວຍການຮັບຮອງເອົາ 10 ບ້ານເປັນບ້ານພັດທະນາຮອບດ້ານ, ຂໍ້ຕົກລົງວ່າດ້ວຍການຮັບຮອງອົາ 9 ເປັນບ້ານວັດທະນະທໍາ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ 10 ບ້ານ ເປັນບ້ານສາມັກຄີປອງດອງ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ 5 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ 11 ບ້ານເປັນບ້ານພັດທະນາແຮງງານ ແລະສະຫວັດດີການສັງຄົມ ແລະຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ 12 ບ້ານ ເປັນບ້ານແບບຢ່າງປະຕິບັດກົດໝາຍດີ, ຕໍ່ຈາກນັ້ນ, ທ່ານເຈົ້າ ເມືອງທ່າປາງທອງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໃຫ້ກັບນາຍບ້ານຫ້ວຍໝື່ນຢ່າງສົມກຽດ, ພ້ອມນີ້ບັນດາທ່ານຈາກພະແນກການຂອງແຂວງ, ທ່ານຮອງເຈົ້າເມືອງທ່າປາງທອງກໍໄດ້ຜັດປ່ຽນກັນຂຶ້ນມອບໃບຢັ້ງຢືນນາມມະຍົດຕ່າງໆໃຫ້ກັບຕາງໜ້າແຕ່ລະບ້ານຕາມລຳດັບ.

  ພ້ອມດຽວກັນນີ້, ທ່ານເຈົ້າເມືອງທ່າປາງທອງ, ບັນດາແຂກ ແລະ ພາກສ່ວນຕ່າງໆກໍໄດ້ຮ່ວມກັນຕັດແຖບຜ້າ, ພ້ອມລັ່ນຄ້ອງ 9 ບາດ ແລະເປີດບ້ານປ້າຍເພື່ອຢັ້ງຢືນເຖິງການຮັບຮອງເອົາບ້ານຫ້ວຍໝື່ນເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດຢ່າງເປັນທາງການ.