ວັດທະນະທຳການນຸ່ງຖືຂອງແມ່ຍິງລາວແມ່ນມູນມໍລະດົກອັນໜຶ່ງທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜຶ່ງຂອງຄວາມເປັນຊາດລາວ.
ອີງຕາມຂໍ້ມູນຈາກປື້ມວັດທະນະທໍາປະເພນີລາວໃຫ້ຮູ້ວ່າການນຸ່ງຖືຂອງແມ່ຍິງລາວ ແມ່ນມີເອກະລັກແລະເປັນສິ່ງບົ່ງບອກເຖິງຄວາມເປັນຊາດລາວ. ປະເພນີການນຸ່ງຖືບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກແຕ່ລະສະໄໝຕາມຄວາມນິຍົມ. ແຕ່ເດີມນັ້ນ, ການໄປສົ່ງສະການເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ ບາດຕາເພື່ອເຮັດໃຫ້ບັນຍາກາດຂອງງານນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະຍາດມິດຂອງ ຜູ້ຕາຍມີຈິດໃຈໂສກເສົ້າ; ສ່ວນໃສ່ ສີແຈດ, ສີແດງນັ້ນເພີ່ນຄະລຳ ແລະເປັນການບໍ່ສຸພາບ,ຖ້າໃສ່ສີມືດສີດໍາແມ່ນເປັນການໄວ້ທຸກ.ການນຸ່ງຖືເຂົ້າວັດວາອາຣາມເພື່ອໄປເຮັດບຸນຕັກບາດຢາດນໍ້າຮ່ວມບຸນສິນກິນ ທານຕາມຮີດຄອງປະເພນີແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມເປັນລະບຽບ ແລະບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ.ມາຮອດດຽວນີ້ເຫັນວ່າມີການປ່ອຍປະລະເລີຍ,ບໍ່ບ່ຽງແພຍັງບໍ່ແລ້ວບໍ່ໜໍາຊໍ້າຍັງນຸ່ງເສື້ອສາຍດຽວໂຊສາຍບືນຸ່ງສະເກິດສັ້ນໆ,ນຸ່ງໂສ້ງຊຶ່ງເຮັດໃຫ້ສູນເສຍວັດທະນະທໍາອັນດີງາມຂອງຊາດລາວ.ສະນັ້ນ, ເພີ່ນຈິ່ງມີຄຳກ່າວໄວ້ວ່າ:“ສີລະປະແມ່ຍິງຄືດອກໄມ້ປະຈຳຊາດ”, ສີລະປະ,ກິຣິຍາມາລະຍາດ,ຄວາມສວຍສົດງົດງາມແລະຄວາມອຸດົມຮັ່ງມີຕ່າງໆຂອງຊາດລ້ວນແຕ່ມາເຕົ້າ ໂຮມຢູ່ໃນຕົວຂອງແມ່ຍິງ.
ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ນອກຈາກແມ່ຍິງລາວ ນຸ່ງ ສິ້ນແລ້ວ, ກໍຍັງມີແມ່ຍິງມຽນມາ, ແມ່ຍິງກຳປູເຈຍ, ແມ່ຍິງມາເລເຊຍ ແລະແມ່ຍິງໄທ ກໍນຸ່ງສິ້ນຄືກັນແຕ່ວ່າການນຸ່ງສິ້ນ ແລະລັກສະນະຜືນສິ້ນຈະມີຄວາມແຕກຕ່າງກັນ. ສໍາລັບແມ່ຍິງລາວ ການນຸ່ງສິນມີຕໍ່ຫົວແລະຕໍ່ຕີນ,ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນເພາະຈະເຮັດໃຫ້ຂ້ອງ ຫຼື ຢ້ຽມລົ້ມ,ນຸ່ງພໍເຂີນຕຸ່ມມ້ອງພໍໃຫ້ໄດ້ອວດປອກຂາເງິນ (ແຕ່ກ່ອນແມ່ ຍິງລາວນິຍົມໃສ່ປອກຂາເງິນ)ຖ້ານຸ່ງສິ້ນເຂີນຖືວ່າເປັນການບໍ່ສຸພາບ.
ສ່ວນຜົມທີ່ເກົ້ານັ້ນກໍປະດັບດ້ວຍສາຍຄ້ອງ ແລະປັກປິ່ນເກົ້າຄວາມສວຍງາມຂອງອາເພດຊົງລາວໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະນິຍົມຊົມຊອບ ສິ້ນໄໝແພລາວຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜຶ່ງ ແລະເປັນການເຜີຍແຜ່ວັດທະນະທໍາອັນດີງາມຂອງຊາດອີກດ້ວຍ.
ພາບ ແລະຂາ່ວໂດຍ: ໜັງສືພິມເສດຸະກິດ-ສັງຄົມ