ສະຫວັນນະເຂດ-ເຊກອງຮ່ວມແລກປ່ຽນວຽກງານໄອຍະການ

   ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງອົງການໄອຍະການປະຊາຊົນ ແຂວງ ສະຫວັນນະເຂດ ແລະ ອົງການໄອຍະການປະຊາຊົນແຂວງເຊກອງໄດ້ຈັດຂຶ້ນໃນຄັງວັນທີ 28 ທັນວາ 2018 ທີ່ຫ້ອງປະຊຸມອົງການໄອຍະການ ແຂວງ ສະຫວັນນະເຂດ, ໂດຍຝ່າຍສະຫວັນນະເຂດນຳໂດຍ ທ່ານ ຄຳແພງ ເພັດທຸມພອນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງ ສະຫວັນນະເຂດ ພ້ອມຄະນະ, ຝ່າຍແຂວງເຊກອງນຳໂດຍທ່ານ ສົມໜິດ ສິລິບຸນລ້ຽງ ຫົວໜ້າອົງການໄອຍະການແຂວງເຊ ກອງພ້ອມຄະນະ.

ໃນກອງປະຊຸມທັງສອງຝ່າຍກໍໄດ້ມີການຜັດປ່ຽນກັນລາຍງານສະພາບທີ່ຕັ້ງ ແລະ ຈຸດພິເສດຂອງແຂວງ, ພ້ອມທັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນນັ້ນ ແຂວງສະຫວັນນະເຂດ ຊຶ່ງເປັນແຂວງໃຫຍ່ມີເນື້ອທີ່ກວ້າງຂວາງ, ມີປະຊາກອນຢ່າງຫຼວງຫຼາຍ, ໃນຕະຫຼອດໄລຍະ 11 ເດືອນປີ 2018 ຜ່ານມາແຂວງໄດ້ຮັບສຳນວນຄະດີຈາກເຈົ້າໜ້າທີ່ທັງໝົດ 773 ເລື່ອງ, ໃນນີ້ໄດ້ຖະແຫຼງສັ່ງຟ້ອງສານຕັດສິນ 573 ເລື່ອງ, ມີຄຳແນະນຳໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນເພີ່ມເຕີມ 187 ເລື່ອງ ໄປຄຽງຄູ່ກັບການຄົ້ນຄວ້າສຳ ນວນຄະດີ ແລະ ສັ່ງຟ້ອງຜູ້ຖືກຫາໃຫ້ສານຕັດສິນກໍຍັງໄດ້ຄົ້ນຄວ້ານຳໃຊ້ມາດຕະການສືບສວນ-ສອບສວນ ແລະມາດຕະການສະກັດກັ້ນຕ່າງໆຄື: ໄດ້ອອກຄຳສັ່ງຈັບຕົວ 20 ສະບັບ, ອອກຄຳສັ່ງກັກຂັງພາງ 959 ສະບັບ, ອອກຄຳສັ່ງຕໍ່ກັກຂັງພາງ 676 ສະບັບ ແລະອອກຄຳສັ່ງກວດຄົ້ນເຄຫະສະຖານ 101 ສະບັບ ສຳລັບອົງການໄອຍະການປະຊາຊົນ ແຂວງເຊກອງ ຊຶ່ງເປັນແຂວງນ້ອຍກໍໄດ້ມີຄະດີເກີດຂຶ້ນໂດຍມີຄະດີ ຄ້າງປະຕິບັດທັງໝົດ 151 ເລື່ອງ, ພວມປະຕິບັດ 127 ເລື່ອງ, ບໍ່ສາມາດມາດປະຕິບັດໄດ້ 24 ເລື່ອງ.

   ໂອກາດດັ່ງກ່າວທັງສອງຝ່າຍຍັງໄດ້ພ້ອມກັນຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານພ້ອມທັງໄດ້ມີ ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນແຕ່ລະດ້ານຕື່ມອີກຈາກນັ້ນທັງສອງຝ່າຍກໍ່ໄດ້ມີການເຊັນບົດບັນທຶກໃນການພົບປະແລກ ປ່ຽນບົດຮຽນເພື່ອສືບຕໍ່ປັບປຸງສ້າງຄວາມເຂັ້ມແຂງ ແລະ ເພີ່ມທະວີສາຍພົວພັນຮ່ວມມືຂອງອົງການໄອຍະການປະຊາຊົນທັງສອງແຂວງຕໍ່ໄປ.