ໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 13

  ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 13 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 10 ມິຖຸນາ 2019 ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ໂດຍການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍກໍາມະການປະຈໍາ ພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ 11 ເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ກົມກອງ, ອົງການ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າສະຫາຍ.

  ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໃນໂອກາດເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມດັ່ງກ່າວແມ່ນຈະໄດ້ດໍາເນີນໄປເປັນເວລາ 4 ວັນ, ເຊິ່ງຈະໄດ້ຮັບຝັງ ແລະປະກອບຄໍາຄິດ-ຄໍາເຫັນຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 3 ເດືອນຕົ້ນປີການແກ້ໄຂບັນຫາຫຼຸດຜ່ອນ, ຂອດຂັ້ນການສະເໜີລົງທຶນ,ວຽກງານຈັດຕັ້ງຜັນຂະຫຍາຍມະຕິ 7 ສະໄໝທີ X ຂອງສູນກາງພັກ,ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດລາຍຮັບ, ລາຍຈ່າຍງົບປະມານ 3 ເດືອນຕົ້ນປີ, ແຜນຄາດຄະເນງວດ II  ແລະທິດທາງ 6 ເດືອນທ້າຍປີ, ບົດລາຍງານກ່ຽວກັບການຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ  ແລະການສ້າງຖານລາຍຮັບໃໝ່, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດຜົນການເກັບກູ້ຜະລິດລະດູແລ້ງ, ການກຽມໃຫ້ແກ່ການຜະລິດລະດູຝົນ ແລະແຜນການປູກປ່າ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ-ເອກະຊົນຕິດພັນກັບການແກ້ໄຂບັນຫາໜີ້ສິນສາທາລະນະ, ບົດລາຍງານກ່ຽວກັບການຈັດສັນທີ່ດິນ, ການອອກໃບຕາດິນ ແລະການຄຸ້ມຄອງ, ແກ້ໄຂການເຊົ່າສຳປະທານທີ່ດິນຂອງລັດ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະການແກ້ໄຂໂຄງການທີ່ຊັກຊ້າ, ກາຍສັນຍາ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແກ້ໄຂການດຳເນີນຄະດີຕາມຂະບວນການຍຸຕິທຳໃນໄລຍະຜ່ານມາ ແລະທິດທາງຕໍ່ໜ້າ ແລະບົດລາຍງານກ່ຽວກັບຮ່າງບົດສະຫຼຸບຖອດຖອນບົດຮຽນບັ້ນດຳເນີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ ແລະສຳນັກງານ, ອົງການອ້ອມຂ້າງເມືອງທົ່ວແຂວງໄຊຍະບູລີ.

  ສຳລັບໃນສາມເດືອນຜ່ານມາ ສະພາບການພັດທະນາເສດຖະ ກິດ-ສັງຄົມທົ່ວແຂວງຍັງສືບຕໍ່ຂະ ຫຍາຍຕົວ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມ, ສາມາດເກັບລາຍ ຮັບເຂົ້າງົບປະມານບັນລຸ 198,99 ຕື້ກີບ, ເທົ່າກັບ 20,69%, ຂອງ ແຜນການປີ, ດ້ານລາຍຈ່າຍປະຕິບັດໄດ້ 50,09 ຕື້ກີບ, ເທົ່າກັບ 9,14% ຂອງແຜນການປີ, ໄດ້ຮັບ ການດຸ່ນດ່ຽງຈາກສູນກາງປະຕິ ບັດໄດ້ 65,55 ຕື້ກີບ, ເທົ່າກັບ 22,22%, ຜົນຜະລິດເຂົ້ານາແຊງໄດ້ 10.539 ກວ່າໂຕນ, ໃນເນື້ອທີ່ 2.213 ກວ່າເຮັດຕາ, ທົ່ວແຂວງ ມີຟາມລ້ຽງສັດທັງໝົດ 99 ຟາມ,ໃນນີ້ຟາມງົວ-ຄວາຍ 49 ຟາມ, ຟາມໝູ 29 ຟາມ, ຟາມໄກ່ 21 ຟາມ, ສາມາດຜະລິດເປັນສິນຄ້າສົ່ງອອກພາຍໃນ ແລະຕ່າງປະເທດໄດ້ທັງໝົດ 16.262 ໂຕ, ສົ່ງອອກຜົນຜະລິດກະສິກໍາໄດ້ 43,136 ໂຕນ ແລະວຽກງານອື່ນໆກໍ່ໄດ້ມີການຂະຫຍາຍຕົວເຊັ່ນດຽວກັນ.

ຂ່າວ: ອຸ່ນເຮືອນ ໂພທິລັກ