ມອບ-ຮັບໂຄງການປັບປຸງຕ່ອງໂສ້ ແລະເພີ່ມມູນຄ່າເຂົ້າຢູ່ເມືອງຈຳພອນ

  ພິທີມອບ-ຮັບໂຄງການປັບປຸງຕ່ອງໂສ້ ແລະເພີ່ມມູນຄ່າເຂົ້າທີ່ຈັດຕັ້ງປະຕິບັດພາຍໃຕ້ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ (ແຊມາອຸນດົງ) ຢູ່ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2019 ນີ້, ທີ່ຫ້ອງວ່າການປົກຄອງເມືອງຈຳພອນ ໂດຍການເປັນປະທານຂອງ ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທ່ານ ສຸທິ ຜິວສຸລິຍະມາດເຈົ້າເມືອງຈຳພອນ, ທ່ານ ເຈນ ແຊຈັງ ຊ່ຽວຊານກິດຈະກຳປັບປຸງຕ່ອງໂສ້ ແລະ ເພີ່ມມູນຄ່າເຂົ້າຈາກ ສ.ເກົາຫຼີ, ມີຫ້ອງການກ່ຽວຂ້ອງຂອງເມືອງ, ສູນກະສິກຳຫຼັກ 35, ນາຍບ້ານ ແລະ ບັນດາສະມາຊິກກຸ່ມຜະລິດຈາກ 2 ບ້ານເປົ້າໝາຍຄື: ບ້ານໂພນມ່ວງ ແລະບ້ານພາຍຂອງເຂົ້າຮ່ວມ.

  ໂອກາດນີ້, ທ່ານ ຄຳລຸຍ ຍາດຕິວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຫຼາຍຊຶ່ງເປັນໂອກາດທີ່ດີທີ່ຈະໄດ້ມີການມອບ-ຮັບຜົນການຈັດຕັ້ງປະຕິບັດກິດຈະກຳ, ມອບຄູ່ມືເຕັກນິກການຜະລິດເຂົ້າທີ່ມີຄຸນນະພາບສູງໃຫ້ແກ່ຊາວນາທີ່ເຮັດການຜະລິດນອກນີ້ຍັງຈະໄດ້ຮັບຟັງການບັນຍາຍກ່ຽວ ກັບກົດລະບຽບຂອງກຸ່ມຜະລິດເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະໃຫ້ມີຄວາມຍືນຍົງຂອງໂຄງການພ້ອມດຽວກັນນັ້ນຍັງຈະໄດ້ມີການຝຶກອົບຮົມຕື່ມກ່ຽວກັບການຜະລິດເຂົ້າແນວພັນ ແລະການຜະລິດເຂົ້າເປັນສິນຄ້າເພື່ອຍົກສູງລາຍຮັບໃຫ້ແກ່ຊາວນາໃນ 2 ບ້ານ ເປົ້າໝາຍຂອງເມືອງຈຳພອນຄື: ບ້ານໂພນມ່ວງແມ່ນກຸ່ມຜະລິດເຂົ້າແນວພັນ ແລະບ້ານພາຍຂອງແມ່ນຜະລິດເຂົ້າເປັນສິນຄ້າ. ພາຍຫຼັງສິ້ນສຸດໂຄງການກໍ່ຂໍຮຽກຮ້ອງໃຫ້ຄະນະນຳຂອງເມືອງ, ຫ້ອງການກະສິກຳ-ປ່າໄມ້ເມືອງ, ການນຳບ້ານເປົ້າໝາຍໂດຍສະເພາະກຸ່ມຜູ້ຜະລິດຈົ່ງເອົາໃຈໃສ່ການຕິດຕາມ, ຊຸກຍູ້ເຮັດໃຫ້ກຸ່ມມີຄວາມເຂັ້ມແຂງສາມາດຈັດການບໍລິຫານ, ຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມລະບຽບການຂອງກຸ່ມໃນການດຳເນີນການຜະລິດ, ຄຸ້ມຄອງເຄື່ອງມືການຜະລິດ,ຄຸ້ມຄອງກອງທຶນເຂົ້າ ແລະອື່ນໆ ເພື່ອເຮັດໃຫ້ກາຍເປັນຕົວແທນທີ່ດີທີ່ສາມາດສືບຕໍ່ໄດ້ຢ່າງມີປະສິດທິພາບ ແລະໃຫ້ມີຄວາມຍືນຍົງ.

  ໃນພິທີກໍ່ໄດ້ມອບຜົນສຳເລັດ ໃນການຈັດຕັ້ງປະຕິບັດໂຄງການໃຫ້ທ່ານຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທ່ານເຈົ້າເມືອງຈຳພອນ ແລະຫົວໜ້າກຸ່ມຊາວນາ 2 ບ້ານເປົ້າໝາຍ, ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ພະນັກງານໂຄງ ການ, ມີການອະທິບາຍກົດລະບຽບ, ຊົມວິດີໂອການກຳເນີດແຊມາອຸນດົງ ແລະການຈັດຕັ້ງ ໂຄງການຢູ່ແຂວງວຽງຈັນ, ມີການນຳສະເໜີແຜນປັບປຸງລະບົບຕ່ອງໂສ້ ແລະເພີ່ມມູນຄ່າເຂົ້າພ້ອມນີ້ກໍ່ຍັງໄດ້ມີການຝຶກອົບຮົມເຕັກນິກຍົກສູງຜົນຜະລິດເຂົ້າ ແລະຄຸນນະພາບນຳອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ