ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທຳລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ

  ໃນວັນທີ 11 ມິຖຸນາ 2019 ນີ້ ຫ້ອງອຸດສາຫະກຳ ແລະການຄ້າ ເມືອງຊຽງຮ່ອນ ໄດ້ຈັດພິທີທໍາລາຍສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກົງທອງ ສິດທິໄຊ ຮອງເຈົ້າເມືອງໆ ຊຽງຮ່ອນ, ມີຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງ, ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

  

ທ່ານ ສີເມືອງ ອີນທະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ລາຍງານກ່ຽວກັບການໂຄສະນາຂາຍສິນຄ້້າປະເພດຢາທີ່ນຳເຂົ້າໂດຍບໍ່ໄດ້ຮັບອານຸຍາດຈາກພາກສ່ວນກ່ຽວເຊິ່ງເປັນສິນຄ້າທີ່ບໍ່ມີເອກະສານອ້າງອີງ ແລະເປັນສິນຄ້ານໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍດັ່ງນັ້ນທາງຂະແໜງການທີ່ກ່ຽວຂ້ອງຂອງເມືອງຈື່ງໄດ້ລົງກວດກາ ແລະພົບເຫັນສິນຄ້າດັ່ງກ່າວເຊິ່ງເປັນປະເພດຢາວິຕາມິນ, ຢານວດພາຍນອກ ແລະຊາເຫັດຫຼິ້ນຈື່ ລວມມູນ

ຄ່າ 70 ກວ່າລ້ານກີບ ດັ່ງນັ້ນທາງຄະນະກໍາມະການຂອງເມືອງຈື່ງໄດ້ເກັບໄວ້,ກວດກາຫາແຫຼ່ງທີ່ມາຂອງສິນຄ້າ ແລະຈັດພິທີທໍາລາຍສິນຄ້າດັ່ງກ່າວໂດຍຊ່ອງໜ້າຄະນະກຳມະການຂັ້ນເມືອງ. ຈຸດປະສົງກໍເພື່ອປະຕິບັດຕາມຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງຂະແໜງອຸດສາຫະກຳ ແລະ ການຄ້າສະ ບັບເລກທີ 1746/ອຄ ລົງວັນທີ 23 ສິງຫາ 2012 ວ່າດ້ວຍການປົກປ້ອງຜູ້ບໍລິໂພກໃຫ້ມີຄວາມປອດໄພທັງນີ້ກໍເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ ແລະມີຄວາມປອດໄພຕໍ່ສຸຂະພາບ.

ພາບ ແລະຂ່າວ: ດິ່ງ ໄທແກ່ນ