ກຸ່ມຕ່ຳຫູກລາຍເມີ່ຍປະຍຸກ ຮັບກາໝາຍສິນຄ້າ ໜື່ງເມືອງໜື່ງຜະລິດຕະພັນ

       ເມື່ອອາທິດທີ່ຜ່ານມາທີ່ບ້ານ ປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດປ້າຍກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນ (ODOP) ແຫ່ງຊາດກຸ່ມຕໍາຫູກລາຍເມີ່ຍປະຍຸກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄອນສະຫວັນ ສຸຂະເສີມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສຸລິຈັນ ມາກສົມພານ ຮອງເຈົ້າເມືອງປາກກະດິງ, ມີບັນດາອໍານາດກາປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

  ທ່ານ ຄອນສະຫວັນ ສຸຂະເສີມ ກ່າວວ່າ: ການຈັດຕັ້ງວຽກງານສົ່ງເສີມການຜະລິດເປັນສິນຄ້າເປັນວຽກງານໜຶ່ງທີ່ມີຄວາມສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ທີ່ເປັນພື້ນຖານໂຄງລ່າງຂອງແຂວງຊຶ່ງນໍາເອົາວຽກງານສົ່ງເສີມການຜະລິດເປັນສິນຄ້າລົງຊຸກຍູ້ຕິດພັນກັບວຽກງານສາມສ້າງໂດຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັດທະນາ ແລະ ແນໃສ່ກຸ່ມການຜະລິດຫົວໜ່ວຍທຸລະກິດ, ກຸ່ມຜູ້ປະກອບການທີ່ມີທ່າແຮງຢູ່ທ້ອງຖິ່ນຂັ້ນບ້ານ, ເມືອງໃຫ້ມີຫົວຄິດປະດິດສ້າງ, ມູນເຊື້ອສືບທອດແຕ່ປູ່ຍ່າຕາຍາຍເປັນທ່າແຮງບວກກັບວັດຖຸອຸປະກອນທີ່ມີໃນທ້ອງຖິ່ນໃຫ້ເກີດປະໂຫຍດທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ພໍ່ແມ່ປະຊາຊົນ, ສ້າງເສດຖະກິດຢູ່ທ້ອງຖິ່ນໃຫ້ເຂັ້ມແຂງ.

  ປະຈຸບັນທົ່ວແຂວງມີ 13 ຫົວໜ່ວຍຜະລິດຕະພັນເປັນສິນຄ້າໂອດັອບທີ່ໄດ້ຮັບການນໍາໃຊ້ກາໝາຍໂອດັອບແຫ່ງຊາດ 7 ຫົວໜ່ວຍລວມທັງໝົດ 2 ຫົວ ໜ່ວຍທີ່ຈະປະກາດໃນຕໍ່ໜ້ານີ້.