ອຳມະຕະ ສົນໃຈສ້າງເມືອງທັນສະໄໝຢູ່ອຸດົມໄຊ

  ບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ສົນໃຈສ້າງເມືອງທັນສະໄໝ ຫຼື ເອີ້ນວ່າ AMATA Smart & Eco City ຢູ່ແຂວງອຸດົມໄຊ ຊຶ່ງຫຼ້າສຸດໃນວັນທີ 1 ມັງກອນ 2019 ນີ້ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການປົກຄອງ ແຂວງອຸດົມໄຊກັບບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ຂຶ້ນ, ທີ່ຫ້ອງວ່າການປົກຄອງແຂວງ. ຕາງໜ້າອົງການປົກຄອງແຂວງນໍາໂດຍ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍການນໍາຂອງແຂວງ ແລະ ເມືອງ, ຕາງໜ້າຝ່າຍບໍລິສັດແມ່ນທ່ານ ວິກົມ ກົມມະດິດ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ.

     ການລົງນາມໃນບົດບັນທຶກຄັ້ງນີ້ທັງສອງຝ່າຍຕົກລົງເຫັນດີໃນການຊຸກຍູ້ໂຄງການພັດທະນາເມືອງທັນສະໄໝທີ່ ແຂວງອຸດົມໄຊ ຊຶ່ງບົດບັນທຶກຂໍ້ຕົກລົງຄວາມຮ່ວມມືສະບັບນີ້ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈທີ່ບໍລິສັດໄດ້ເຊັນກັບລັດຖະບານ ແຫ່ງ ສປປ ລາວ ຄັ້ງວັນທີ 2 ເມສາ 2018 ເພື່ອສຶກສາ, ສຳຫຼວດຄວາມເປັນໄປໄດ້ຂອງໂຄງການພັດທະນາເມືອງເມືອງທັນສະໄໝທີ່ແຂວງອຸດົມໄຊໃນ ຂອບເຂດພື້ນທີ່ການສຶກສາ 70 ກິໂລ ຕາແມັດ ແລະຈະຂໍຂະຫຍາຍເປັນ 200 ກິໂລຕາແມັດໃນອະນາຄົດໂດຍມີເປົ້າໝາຍເພື່ອເປັນການຜັນຂະຫຍາຍແນວຄິດລິເລີ່ມໃນການສ້າງຕົວເມືອງທັນສະໄໝ ( AMATA Smart & Eco City) ແລະຍັງເປັນການຜັນປ່ຽນ ສປປ ລາວ ທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດທີ່ມີການເຊື່ອມຕໍ່ກັບບັນດາປະເທດໃນເຂດພາກພື້ນ, ສ້າງໃຫ້ເປັນຕົວເມືອງຕົ້ນແບບແຫ່ງອະນາຄົດ.

     ໃນບົດບັນທຶກສະບັບນີ້ບໍລິສັດຈະເປັນຜູ້ສຳປະທານທີ່ດິນຈາກລັດຖະບານຂອງ ສປປ ລາວ ເພື່ອພັດທະນາເມືອງທັນສະໄໝ ແລະ ເຂດການຂົນສົ່ງທີ່ທັນ ສະໄໝຕາມແນວທາງການພັດທະນາຢ່າງຍືນຍົງ ແລະເປັນມິດຕໍ່ສິ່ງແວດລ້ອມເພື່ອຍົກລະດັບຊຸມຊົນໃຫ້ທັນສະໄໝອີກທັງຍັງສະໜັບສະໜູນໃນການສ້າງວຽກເຮັດງານທຳ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໂດຍບໍລິສັດຈະເປັນເຈົ້າການໃນການສຶກສາ, ວິໄຈຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກສັງຄົມຂອງໂຄງການ ແລະ ຊອກຫາແຫຼ່ງທຶນ, ເຕັກນິກ, ຂາຫຸ້ນ ຫຼື ລູກຄ້າທັງພາຍໃນ ແລະຕ່າງປະເທດຈາກບັນດາຜູ້ຮ່ວມພັດທະນາມາລົງທຶນຊຶ່ງມີເປົ້າໝາຍທີ່ຈະເລີ່ມການກໍ່ສ້າງໃນປີ 2019.