ພູຄູນ ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກ

ຫຼາຍສະບັບທີ່ຜ່ານມາຜູ້ຂຽນໄດ້ພາທ່ານຜູ້ອ່ານໄປຮູ້ຈັກກັບແຫຼ່ງທ່ອງທ່ຽວທາງພາກໃຕ້ມາແລ້ວຫຼາຍແຫ່ງແຕ່ສະບັບນີ້ຜູ້ຂຽນຈະພາບັນດາທ່ານມາພາກເໜືອເພື່ອທໍາມະຊາດທີ່ມີຄວາມງາມຈົນໜ້າອັດສະຈັນໃຈ ແລະເຊື່ອວ່າຫຼາຍທ່ານຍັງບໍ່ເຄີຍໄດ້ໄປສຳຜັດນັ້ນກໍຄື:ພູຄູນສະຕໍເບີຣີ.

ພູຄູນສະຕໍເບີຣີເປັນສະຖານທີ່ທ່ອງທ່ຽວແບບອະນຸລັກ,ນອກຈາກຈະມີສະຕໍເບີຣີສົດໆໃຫ້ໄດ້ເກັບແລ້ວຍັງເຮັດໃຫ້ນັກທ່ອງທ່ຽວໄດ້ດື່ມດໍ່າກັບທຳມະຊາດຢ່າງເຕັມທີ່ຊຶ່ງນັກທ່ອງທ່ຽວສາມາດກາງເຕັ້ນນອນທ່າມກາງບັນຍາກາດທີ່ອ້ອມຮອບໄປດ້ວຍພູເຂົາ,ສາຍລົມໜາວ,ທະເລໝອກ,ມີຈຸດສຳລັບນັ່ງເບິ່ງແສງແສງຕາເວັນທີ່ຈະລັບຂອບຟ້າແລະແສງດາວເດືອນໃນຍາມລາຕີທ່າມກາງບັນຍາກາດທີ່ສົດຊື່ນແລະ ຄວາມງາມຂອງທຳມະຊາດ.ບໍ່ວ່າທ່ານຈະເດີນທາງໄປກັບຄອບຄົວ,ຄົນຮູ້ໃຈກໍຖືວ່າເປັນກຳໄລຂອງຊີວິດທີ່ແສນຄຸ້ມຄ່າທີ່ຄັ້ງໜຶ່ງໄດ້ຢູ່ທ່າມ ກາງທຳມະຊາດແບບເຕັມທີ່.

ສຳລັບການເດີນທາງຕັ້ງແຕ່ນະຄອນຫຼວງໄປຫາພູຄູນ ແມ່ນຕ້ອງຜ່ານເທສະບານເມືອງວັງວຽງໄປທາງເສັ້ນທາງ 13 ເໝືອ ໂດຍຫ່າງຈາກນະຄອນຫຼວງວຽງຈັນ250ກິໂລແມັດ,ຈາກຫຼວງພະບາງ 135 ກິໂລແມັດ,ຈາກຊຽງຂວາງ 130ກິໂລແມັດເຖິງແມ່ນວ່າການເດີນທາງຈະຍາວໄກແຕ່ຕະຫຼອດການ ເດີນທາງທ່ານຈະໄດ້ສຳຜັດກັບທຳມະຊາດທີ່ມີທິວທັດທີ່ສວຍງາມຈົນ ທ່ານລືມຄວາມອິດເມື່ອຍ,ສຳລັບນັກທ່ອງທ່ຽວທ່ານໃດທີ່ມັກຄວາມຕື່ນເຕັ້ນ, ມັກທຳມະຊາດ,ວິຖີຊີວິດແບບພື້ນບ້ານຕ້ອງລອງໄປສຳຜັດແລະສູບອາກາດບໍລິສຸດໃຫ້ເຕັມປອດທີ່ພູຄູນສະຕໍເບີຣີ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ