ຕະຫຼາດນັດແຮງງານຮັບ 2 ພັນກວ່າຕຳແໜ່ງ

 ພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມມືກັບສູນການຄ້າລາວ-ໄອເຕັກ ບໍລິສັດລາວເວີນມະຫາຊົນ ໄດ້ກຽມຈັດງານຕະ ຫຼາດນັດພົບແຮງງານປີ 2019 ເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການທຳທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳໄດ້ມາພົບປະປຶກສາຫາລືກັນຈັດຕັ້ງຜັນຂະ ຫຍາຍດ້ານຫົວໜ່ວຍແຮງງານມີປະສິດຕິພາບ ປີນີ້ຈະບັນຈຸເຂົ້າຕຳແໜ່ງ ແຮງງານຈຳນວນ 400 ຄົນ ຊຶ່ງຄາດວ່າ ມີບັນດາຜູ້ປະກອບການ ເຂົ້າຮ່ວມຕັ້ງ ຫ້ອງສະໝັກຫຼາຍກວ່າ 150 ຮ້ານ ແລະມີ ຕຳແໜ່ງຫວ່າງ 2 ພັນກວ່າຕໍາແໜ່ງ.

  ພິທີຖະແຫຼ່ງຂ່າວໄດ້ຈັດຂຶ້ນວັນທີ 7  ມິຖຸນາ 2019 ທີ່ຫ້ອງປະຊຸມພະແນກແຮງ ງານ ແລະ ສະຫວັດດີການສັງຄົມ ນວ ໃຫ້ ກຽດເຂົ້າຮ່ວມໂດຍທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ນວ, ທ່ານ ສີບຸນທຳ ສີບຸນມີ ອຳນວຍການບໍລິສັດ ລາວເວີນມະຫາຊົນ ບັນດາຜູ້ປະກອບ ການ, ຫົວໜ່ວຍທຸລະກິດເຂົ້າຮ່ວມ.

  ງານຕະຫຼາດນັດພົບແຮງງານປີນີ້ ແມ່ນຈະຈັດຂຶ້ນວັນທີ 16-20 ຕຸລາ 2019 ທີ່ສູນການຄ້າລາວ-ໄອເຕັກ ຊຶ່ງເປັນງານຍິ່ງໃຫຍ່ກວ່າປີຜ່ານມາໂດຍມີ ຫຼາກຫຼາຍກິດຈະກໍາເປັນຕົ້ນ ກິດຈະກຳຝຶກ ອົບຮົມວິຊາຊີບຂໍ້ມູນກ່ຽວກັບຂະຫຍາຍ  ຕົວຕະຫຼາດແຮງງານ, ການເຄື່ອນໄຫວ ຈັດຫາງານ,ວາງສະແດງຜົນງານ ແລະ ວາງສະແດງສາທິດວີທີແກະສະຫຼັກໝາກໄມ້, ຈັດເວທີສົນທະນາ ແລະກິດຈະກຳຖາມ-ຕອບຕ່າງໆເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການທຳທຸລະກິດ ແລະຜູ້ຊອກເຮັດງານທຳໄດ້ມາພົບປະປຶກສາຫາລືກັນຈັດຕັ້ງຜັນຂະຫຍາຍດ້ານຫົວໜ່ວຍແຮງງານມີປະສິດຕິພາບປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ -ສັງຄົມປີນີ້ຈະບັນຈຸເຂົ້າຕຳແໜ່ງແຮງງານຈຳນວນ 400 ກວ່າຄົນຊຶ່ງຄາດວ່າມີບັນດາຜູ້ປະກອບການເຂົ້າຮ່ວມຕັ້ງຫ້ອງສະໝັກຫຼາຍກວ່າ 150 ຮ້ານ ແລະມີຕຳແໜ່ງຫວ່າງ 2 ພັນກວ່າຕໍາແໜ່ງ.

 ນອກນັ້ນງານຕະຫຼາດນັດແຮງງານປີນີ້ຊຶ່ງຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບສະຖານທີ່ຝຶກອົບຮົມແລ້ວຍັງໄດ້ຍົກລະດັບທັກສະສີມືຂອງຕົນໃຫ້ເໝາະກັບຄວາ ມຕ້ອງການຂອງຕະຫຼາດແຮງງານ,ໄດ້ຮັບຮູ້ເງື່ອນໄຂແຮງງານທີ່ນາຍຈ້າງຕ້ອງການ ແລະບົດຮຽນຈາກຜູ້ຊ່ຽວຊານໄດ້ເຂົ້າຮ່ວມຫຼິ້ນເກມມີໂອກາດໄດ້ຮັບເຄື່ອງຂອງແຈກຂອງຂວັນລາງວັນຈາກຜູ້ວາງສະແດງ ແລະລຸ້ນຮັບເຄື່ອງລາງວັນຈາກຄະນະຮັບຜິດຊອບງານໄດ້ຈັບຈ່າຍຊື້ສິນຄ້າຫຼຸດລາຄາອີກດ້ວຍ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ