ແຮງງານລາວເຮັດວຽກຢູ່ໄທ 2 ແສນກວ່າຄົນ

 ຕາມການເປີດເຜີຍຂອງກະຊວງແຮງງານແຫ່ງຣາຊະອານາຈັກໄທ ທີ່ໄດ້ມີການເກັບກຳມາຮອດເດືອນເມສາ 2019 ຕໍ່ກອງປະຊຸມລະດັບວິຊາການດ້ານແຮງ ງານລາວ-ໄທລະຫວ່າງວັນ ທີ 4-6 ມິຖຸນາ 2019, ທີ່ປະເທດໄທ ຮູ້ວ່າແຮງງານລາວທີ່ ເຂົ້າ ມາເຄື່ອນໄຫວຢູ່ໃນປະເທດໄທມີທັງໝົດ 2 ແສນກວ່າຄົນ, ໃນນັ້ນເປັນກຸ່ມທີ່ມາຕາມການເຊັນບົດບັນທຶກຄວາມເຂົ້າໃຈ 1,64 ຄົນ, ໄດ້ມີການປັບສະຖານະພາບແລ້ວ 53 ພັນຄົນ ແລະກຸ່ມທີ່ຂຶ້ນທະບຽນຕາມກົດໝາຍວ່າດ້ວຍການປະມົງ 285 ຄົນ.

  ທ່ານນາງ ເພັດຊະຮັດ ສິນອວຍ ອະທິການບໍດີກົມການຈັດຫາງານ, ກະຊວງ ແຮງງານແຫ່ງຣາຊະອານາຈັກໄທ ກ່າວວ່າ: ແຮງງານລາວທີ່ເຮັດວຽກຢູ່ໃນປະ ເທດໄທໃນເດືອນເມສາ 2019 ລວມທັງໝົດ 2,78 ແສນຄົນ, ໃນນັ້ນໄດ້ແບ່ງອອກເປັນກຸ່ມແຮງງານຕາມລະບົບ MOU ຈໍານວນ 1,64 ແສນຄົນ, ກຸ່ມແຮງ ງານຕາມມະຕິຄະນະລັດຖະມົນຕີຄັ້ງວັນ ທີ 13 ມັງກອນ 2018 ແລະວັນທີ 27 ມີນາ ຂອງປີດຽວກັນ 59,74 ພັນຄົນ, ກຸ່ມແຮງງານທີ່ຜ່ານການປັບສະຖານະພາບ 53,62 ພັນຄົນ ແລະກຸ່ມແຮງງານຂຶ້ນທະບຽນຕາມກົດໝາຍວ່າດ້ວຍການປະມົງ 285 ຄົນ.

  ໃນກອງປະຊຸມຄັ້ງນີ້ສອງປະເທດຍັງໄດ້ເຫັນດີຮ່ວມກັນໃນການກຳນົດວິ ທີການໃນການແກ້ໄຂແຮງງານລາວທີ່ ເຮັດວຽກຢູ່ປະເທດໄທ, ຊຶ່ງອະນຸຍາດເຮັດວຽກຈະໝົດອາຍຸໃນວັນທີ 1 ພະຈິກ 2019 (ປະມົງທະເລ ແລະແປຮູບສັດ ນ້ຳ) ແລະວັນທີ 31 ມີນາ 2020 ໂດຍ ຈະຈັດຕັ້ງປະຕິບັດນໍາເຂົ້າຕາມລະບົບ MOU ເພື່ອໃຫ້ການແກ້ໄຂບັນຫາແຮງ ງານເປັນໄປຢ່າງມີປະສິດທິພາບ ແລະ ສົ່ງເສີມການຄຸ້ມຄອງແຮງງານ ທີ່ໄດ້ຮັບ ອະນຸຍາດໃຫ້ເຮັດວຽກຢ່າງຖືກຕ້ອງຈະ ໄດ້ຮັບສິດ ແລະຜົນປະໂຫຍດ ແລະສະ ຫວັດດີການຕ່າງໆຕາມກົດໝາຍຂອງ ໄທ, ພ້ອມນີ້ຫາກການປະຕິບັດຕາມລະບົບ MOU ບໍ່ສຳເລັດພາຍໃນວັນທີ 1 ພະຈິກ 2019 ແລະວັນທີ 31 ມີນາ 2020 ແມ່ນສາມາດເລື່ອນໄປຮອດເດືອນທັນວາ 2020 ໄດ້ ແລະ ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຍິ່ງຂຶ້ນ, ສອງຝ່າຍຍັງໄດ້ມີ ການລົງນາມໃນບົດບັນທຶນຮ່ວມກັນຕື່ມອີກ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ