2019 ໄຊຍະຕັ້ງເປົ້າສົ່ງອອກສິນຄ້າໃຫ້ບັນລຸ 272 ຕື້ກວ່າກີບ

  ໃນໄລຍະ 1 ປີຜ່ານມາການພັດທະນາອຸດສາຫະກຳ ແລະການຄ້າແຂວງ ໄຊຍະບູລີ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ັ້ນຄົງ, ຕາງໜ່າການຄ້າໄດ້ຮັບການຂະຫຍາຍຕົວຢ່າງເປັນລະບົບຈາກຕົວເມືອງໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ການຄ້າຂາຍຊາຍແດນໄດ້ມີບັນ ຍາກາດຄຶກຄື້ນຍ້ອນໄດ້ຮັບການເອົາໃຈໃສ່ໃນການປັບປຸງບັນດາກົນໄກ ແລະລະບຽບຫຼັກການຕ່າງໆເຮັດໃຫ້ມູນຄ່າການຄ້າຊາຍແດນມີປະລິ ມານເພີ່ມຂຶ້ນໃນແຕ່ລະປີ, ຂະບວນການຜະລິດເປັນສິນຄ້າຂອງປະຊາຊົນຍັງມີບາດກ້າວຂະຫຍາຍຕົວຢ່າງຟົດຟື້ນໃນນັ້ນການຜະລິດທີ່ເປັນເອກະລັກຂອງທ້ອງຖິ່ນ, ປະຊາຊົນບັນເຜົ່າໄດ້ປະກົດເປັນໜໍ່ແໜງຂຶ້ນຢ່າງກວ້າງຂວາງ, ເຮັດໃຫ້ຈຳນວນໜຶ່ງໄດ້ກາຍເປັນຕົວແບບ ແລະໄດ້ຮັບການຢັ້ງຢືນກາໝາຍໂອດ໊ອບແຫ່ງຊາດຫຼາຍຜະລິດຕະພັນພ້ອມນີ້ບັນດາທຸລະກິດຂະໜາດນ້ອຍ ແລະ ກາງໄດ້ຂະຫຍາຍຕົວເພີ່ມຂຶ້ນມີທຸລະກິດໃໝ່ເກີດຂຶ້ນຢ່າງຫຼວງຫຼາຍ.

   ທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີເປີດເຜີຍວ່າໃນໄລຍະຜ່ານມາການສົ່ງອອກສິນ ຄ້າໄປຕ່າງປະເທດຂອງແຂວງໄຊຍະບູລີ, ແມ່ນໄດ້ຮັບການປຸງແຕງເປັນຜະລິດຕະພັນສຳເລັດຮູບ ແລະເຄິ່ງສຳເລັດຮູບເພີ່ມຂຶ້ນທັງເຮັດໃຫ້ມູນຄ່າການສົ່ງອອກສິນຄ້າມີຈຳນວນເພີ່ມຂຶ້ນ, ຖ້າທຽບໃສ່ໄລຍະຜ່ານມາທີ່ສົ່ງອອກເປັນວັດຖຸດິບ, ສ່ວນການນຳເຂົ້າສິນຄ້າຈາກຕ່າງປະ ເທດແມ່ນໄດ້ຕິດຕາມຄຸ້ມຄອງເປັນພິເສດ, ເພື່ອບໍ່ໃຫ້ກະທົບຕໍ່ການຜະລິດ ແລະຄວາມຮຽກຮ້ອງຕ້ອງການພາຍໃນແຕ່ການນຳເຂົ້າສິນຄ້າສ່ວນໃຫ່ຍແມ່ນອຸປະກອນເພື່ອຮັບໃຊ້ແກ່ການຜະລິດເຄື່ອງໃຊ້ສອຍປະຈຳວັນ.

   ສະແດງອອກໃນໜຶ່ງປີຜ່ານມາ ແຂວງໄຊຍະບູລີ ສາມາດສົ່ງອອກສິນຄ້າໄປຕ່າງປະເທດບັນລຸໄດ້ 31 ລ້ານກວ່າ ໂດລາ, ປະມານ 263,5 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 98,57% ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 3,50% ໃນນັ້ນສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ແມ່ນຜົນຜະລິດກະສິກຳ ແລະ ສິນຄ້າທີ່ເປັນທ່າແຮງຂອງການສົ່ງອອກຂອງແຂວງຍັງແມ່ນສາລີ, ມັນຕົ້ນ, ໝາກເດືອຍ, ສ່ວນການນຳເຂົ້າສິນຄ້າບັນລຸໄດ້ທັງໝົດ 17 ລ້ານກວ່າໂດລາ ຫຼື ປະມານ 144,5 ຕື້ກີບ ທຽບໃສ່ແຜນການປີ 94,66% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 149,59% ສິນຄ້າທີ່ນຳເຂົ້າສ່ວນຫຼາຍແມ່ນໝວດສະບຽງອາຫານ, ເຄື່ອງນຸ່ງ ແລະ ການນຳເຂົ້າສິນຄ້າຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ.

  ທ່ານ ບຸນຊູ ວິໄລສັກ ຍັງກ່າວຕື່ມວ່າເພື່ອເຮັດໃຫ້ແຜນພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ 5 ປີກໍ່ຄືແຜນການປີ 2019 ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍພະແນກອຸດສາຫະກໍາ ແລະ ການຄ້າຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຈັດຕັ້ງປະຕິບັດແຜນງານຕ່າງໆເຊັ່ນ: ຊຸກຍູ້ເຮັດໃຫ້ການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ບັນລຸ 32 ລ້ານກ່ວາໂດລາ ຫຼື ປະມານ 272 ຕື້ກີບ, ຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະດັບ 18 ລ້ານກວ່າໂດລາປະ ມານ153 ຕື້ກີບ.

    ເພື່ອບັນລຸຕາມແຜນທີ່ຕັ້ງໄວ້ຕ້ອງດຶງດູດນັກທຸລະກິດພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃນດ້ານອຸດສາຫະກຳ ແລະຫັດຖະກຳໃຫ້ຫຼາຍຂຶ້ນ, ເພື່ອຂະຫຍາຍການຜະລິດພານໃນ ແລະ ຫຼຸດຜ່ອນການສົ່ງອອກສິນຄ້າໄປຕ່າງປະເທດເປັນວັດຖຸດິບຄຽງຄູ່ກັນນັ້ນຕ້ອງໄດ້ປັບປຸງບັນດາໂຮງງານເຂົ້ົາສູ່ມາດຕະຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າກຳນົດໄວ, ເພີ່ມທະວີກການຮ່ວມມືກັບບັນດາປະເທດເຊັ່ນຈີນ, ຫວຽດນາມ ແລະ ໄທ, ເພື່ອຂະຫຍາຍຕະຫຼາດການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ຫຼາຍຂຶ້ນໂດຍສະເພາະສິນຄ້າກະສິກຳທີ່ແຂວງໄຊຍະບູລີມີທ່າແຮງຄືສາລີ, ໝາກເດືອຍ ແລະ ອື່ນໆອີກ, ທ່ານຮອງຫົວໜ້າພະແນກກ່າວ.