ລາວ-ຈີນ ສືບຕໍ່ສົ່ງເສີມການທ່ອງທ່ຽວ ແລະວັດທະນະທຳ

  ໃນວັນທີ 9 ມິຖຸນາ 2019 ທີ່ຫໍ ວັດທະນະທໍາແຫ່ງຊາດລາວ ກະຊວງຖະ ແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ລາວ ຮ່ວມກັບກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນ;

  ສະຖານທູດຈີນປະຈໍາ ສປປ ລາວ ໄດ້ຈັດງານ “ລາຕີແຫ່ງວັດທະນະທໍາ ແລະ ທ່ອງທ່ຽວໂດຍເປັນກຽດການເຂົ້າຮ່ວມ ຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະ ມົນຕີກະຊວງຖະແຫຼງຂ່າວ ວັດທະນະ ທໍາ ແລະທ່ອງທ່ຽວ, ທ່ານ ຈາງ ສູ້ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດ ທະນະທໍາ ແລະທ່ອງທ່ຽວແຫ່ງ ສປ ຈີນ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ຈີນ ປະຈໍາລາວ, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວກ່າວວ່າ: ດັ່ງທີ່ທ່ານຮູ້ນໍາກັນແລ້ວວ່າ ໃນວັນທີ 25 ມັງ ກອນ 2019 ທີ່ຜ່ານມາ ລັດຖະບານທັງ ສອງປະເທດ ລາວ-ຈີນ ໄດ້ຈັດພິທີເປີດ ປີທ່ອງທ່ຽວ ລາວ-ຈີນ 2019 ທີ່ນະຄອນ ຫຼວງວຽງຈັນ ຢ່າງເປັນຂະບວນຟົດຟື້ນ ຈາກນັ້ນມາທັງສອງປະເທດກໍໄດ້ພ້ອມ ກັນຈັດຕັ້ງປະຕິບັດກິດຈະກໍາຕ່າງໆທີ່ກໍານົດໄວ້ຢ່າງຕໍ່ເນື່ອງທັງຢູ່ພາຍໃນ ລາວ ແລະຈີນ.

  ສໍາລັບງານສະແດງສີລະປະກັງຟູ ຂອງຄະນະສີລະປະ ໄທເກັກຊູເຊົ້າຫຼິນ, ແຂວງຫີໜານ ສປ ຈີນ ກໍ່ເປັນສີລະປະໜຶ່ງ ທີ່ໄດ້ຮັບຄວາມນິຍົມພໍສົມຄວນຢູ່ໃນຫຼາຍປະເທດ ແລະເປັນກິດຈະກໍາໜຶ່ງທີ່ປະກອບເຂົ້າໃນວຽກງານໂຄສະນາສົ່ງເສີມປີທ່ອງທ່ຽວ ລາວ-ຈີນ 2019 ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ເຊິ່ງກັນ ແລະກັນ ຢ່າງກວ້າງຂວາງຍິ່ງຂຶ້ນ ພ້ອມເປັນການເຜີຍແຜ່ວັດທະນາທໍາຂອງຈີນອີກດ້ວຍ.

  ທ່ານ ຈ່າງຊູ້ ໄດ້ກ່າວວ່າ: ນັບຕັ້ງແຕ່ມີສາຍພົວພັນທາງການທູດ, ສອງປະ ເທດ ລາວ-ຈີນ ກໍໄດ້ມີການສະໜັບສະໜູນກັນທາງດ້ານການເມືອງ,ການຮ່ວມ ມືທາງເສດຖະກິດ,ມູນເຊື້ອແຫ່ງມິດຕະພາບກໍໄດ້ມີການພັດທະນາສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ໂດຍສະເພາະການພົວພັນແລກປ່ຽນທາງດ້ານວັດທະນະທໍາ ແລະ ທ່ອງທ່ຽວຂອງສອງປະເທດເພື່ອເພີ່ມທະວີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

  ນອກນັ້ນໃນງານດັ່ງກ່າວຍັງໄດ້ສາຍພາບໂຄສະນາການທ່ອງທ່ຽວຈີນ, ພ້ອມດ້ວຍລາຍການສະແດງທີ່ໜ້າຕື່ນຕາຕື່ນໃຈ ແລະໜ້າປະທັບໃຈຂອງມວຍໄທເກັກ ກັງຟູເຊົ້າຫຼິນແຂວງເຫີໜານ ເຊິ່ງໄດ້ຮັບສຽງຕົບມື ແລະໂຮຮ້ອງຊົມເຊີຍຈາກທ່ານຜູ້ຊົມຢ່າງຟົດຟື້ນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ