ນາຍົກບອກ ສວນກ້ວຍລາວຕ້ອງປອດສານພິດຫາກພົບຢາປາບສັດຕູພຶດຕ້ອງຫ້າມ ໃຫ້ຈັບທັນທີ

  ນາຍົກສະແດງຄວາມເປັນຫ່ວງກ່ຽວກັບສານເຄມີຈາກການປູກພືດກະສິກຳບາງຊະນິດໃນລາວອັນຈະສົ່ງຜົນເຮັດໃຫ້ດິນສົດໆທີ່ອຸດົມໄປດ້ວຍຝຸ່ນທຳມະຊາດຈະເຕັມໄປດ້ວຍສານເຄມີໂດຍສະເພາະການປູກກ້ວຍຊຶ່ງໃນຜ່ານມາທ່ານນາຍົກກໍໄດ້ຮັບຮູ້ເຖິງຄວາມອັນຕະລາຍທັງນີ້ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເຂັ້ມງວດກວດກາຫາກພົບເຫັນຢາປາບສັດຕູພືດທີ່ຕ້ອງຫ້າມມີການນຳເຂົ້າແມ່ນໃຫ້ຈັບທັນທີເພື່ອສືບຫາຜູ້ຢູ່ເບື້ອງຫຼັງກໍຄືຜູ້ອະນຸຍາດ ແລະສົມຮູ້ຮ່ວມຄິດມາດຳເນີນຄະດີຕາມລະບຽບກົດໝາຍ.

   ໃນກອງປະຊຸມສະພາວາລະຊີ້ແຈງຂອງລັດຖະບານເມື່ອວັນສຸກຜ່ານມາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງແຂວງຊຽງຂວາງໄດ້ຕັ້ງຄຳຖາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າ: ປະຈຸບັນລັດສົ່ງເສີມການຜະລິດພືດກະສິກຳປອດສານພິດແຕ່ໃນເດືອນເມສາຜ່ານມາຢູ່ຊຽງຂວາງກວດພົບ ການນຳເຂົ້າສານເຄມີ

  ທີ່ຕ້ອງຫ້າມ 180 ໂຕນໃນລົດ 9 ຄັນ ແລະກໍໄດ້ຕິດຕາມກວດກາໂດຍແມ່ນທາງກົມຢູ່ກະຊວງກະສິກຳ ແລະປ່າໄມ້ເປັນຜູ້ອະນຸມັດວ່າມີຄວາມຈຳເປັນນຳ ເຂົ້າມາ ແຕ່ຖາມການນຳຢູ່ກະຊວງພັດວ່າບໍ່ຮູ້ເລື່ອງນຳໂດຍບອກວ່າຜ່ານດ່ານລາວບາວງ່າຍແຕ່ຢູ່ຊຽງຂວາງຍາກອັນນີ້ລັດຖະບານຈະມີມາດຕະການແກ້ໄຂ ເດັດຂາດຄືແນວໃດ?

  ຕໍ່ກັບບັນຫາດັ່ງກ່າວທ່ານ ທອງລຸນ ສີສຸລິດ ຕອບວ່າ: ສານເຄມີທີ່ຕ້ອງຫ້າມຫາກມີການພົບເຫັນນຳເຂົ້າມາຜິດກົດໝາຍແມ່ນໃຫ້ຈັບໂລດຜິດແລ້ວມາຂໍອະນຸຍາດໃຫ້ເປັນຖືກແມ່ນບໍ່ໄດ້ເດັດຂາດ ເພາະຈະເປັນພິດໄພໃຫ້ແກ່ສີ່ງແວດລ້ອມກົດໝາຍກໍໄດ້ກຳນົດຈະແຈ້ງຢາທີ່ໃຫ້ນຳເຂົ້າ ແລະຫ້າມນຳເຂົ້າພ້ອມເນັ້ນໃຫ້ພວກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດເຂັ້ມງວດທັງນີ້ຈັບກໍບໍ່ໝາຍຄວາມວ່າໄປຈັບຄົນເຂົ້າຄຸກໂລດແຕ່ໄປຈັບເອົາສິນຄ້າ ແລະໄປສືບຫາວ່າໃຜອະນຸຍາດໃຜມີສ່ວນຮ່ວມສົມຮູ່ຮ່ວມຄິດແລ້ວຈື່ງເວົ້າຕາມຂະບວນການກົດໝາຍ ແລະລະບຽບການບໍ່ຄວນເຮັດແບບບໍ່ມີຂື່ບໍ່ມີແປອີກຕໍ່ໄປເພາະເປັນການທຳລາຍສຸຂະພາບປະຊາຊົນລາວເຮົາແທ້ໆໃນໄລຍະຍາວ.

 ສ່ວນຕໍ່ກັບບັນຫາກ້ວຍທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຄົນລາວກໍຢາກກິນກ້ວຍທີ່ປູກໃນປະຈຸບັນແຕ່ຜ່ານມາພວກເຮົາກໍເຫັນຄວາມອັນຕະລາຍຂອງສານເຄມີ ແລະເຮົາຈະຫັນການປູກກ້ວຍມາເປັນກະສິກຳສະອາດໄດ້ ຫຼື ບໍຄົນລາວເຮົາກໍມີມູນເຊື້ອໃນການປູກກ້ວຍແຕ່ຕ້ອງປູກກ້ວຍຫຼືປູກພືດຊະນິດອື່ນໆທີ່ປອດສານພິດ ແລະມີຕະຫຼາດຮອງຮັບສະນັ້ນກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງຕ້ອງເຂັ້ມງວດໃນການຫ້າມນຳເຂົ້າຝຸ່ນເຄມີທີ່ຮ້າຍແຮງຢາຂ້າຫຍ້າຫ້າມນຳເຂົ້າແລ້ວແຕ່ຍັງພົບເຫັນນຳເຂົ້າອີກ ແລະມີການນຳເຂົ້າມາຕິກໆບັນຫານີ້ທ້ອງຖີ່ນ, ສະມາຊິກສະພາທ້ອງ ຖີ່ນ  ຕ້ອງເຂັ້ມໃນການກວດກາຜູ້ໃດລະ ເມີດ ຕ້ອງມີມາດຕະການໂທດຢ່າງເດັດ ຂາດອີກບໍ່ດົນດິນຂອງພວກເຮົາທີ່ອຸດົມສົມບູນດ້ວຍຝຸ່ນທຳມະຊາດຍັງເປັນດິນສົດໆ ຈະກາຍເຕັມໄປດ້ວຍດິນເຄມີ ຖ້າພວກເຮົາບໍ່ເອົາໃຈໃສ່ກວດກັນແທ້ໆ ສະນັ້ນຈື່ງຮຽກຮ້ອງທຸກພາກສ່ວນຮ່ວມກັນແກ້ໄຂ.

  ອີງຕາມຂໍ້ມູນຈາກກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ວ່າ: ປະຈຸບັນສວນກ້ວຍຫອມໃນລາວມີເນື້ອທີ່ທັງໝົດປະມານ 15 ພັນເຮັດຕາ ໃນນັ້ນສ່ວນໃຫຍ່ເປັນຂອງນັກລົງທຶນຈາກ ສປ ຈີນ ຊຶ່ງໃນຊຸມປີຜ່ານມາລັດຖະບານກໍໄດ້ມີການກວດພົບບາງບໍລິສັດປູກກ້ວຍນຳໃຊ້ຢາປາບສັດຕູພືດທີ່ຕ້ອງຫ້າມຂອງທັງ 2 ປະ ເທດເຂົ້າໃນການຜະລິດຄື ຈີນ 42 ຊະນິດ ແລະລາວ 55 ຊະະນິດແມ່ນຫ້າມນຳໃຊ້ເຂົ້າການຜະລິດກ້ວຍ ແລະຕ້ອງທຳລາຍຖີ້ມ.

  ແນວໃດກໍດີເພື່ອເປັນການຕັດໄຟແຕ່ຕົ້ນລົມໃຫ້ພໍ່ແມ່ປະຊາຊົນລາວຫ່າງໄກຈາກສານເຄມີຂອງສວນກ້ວຍນອກເໜືອຈາກຫ້າມນຳເຂົ້າຢາປາບສັດຕູພືດທີ່ມີຜົນ ຮ້າຍແຮງມານຳໃຊ້ພາຍໃນປະເທດແລ້ວ ລັດກໍຄວນໄລ່ລຽງເບີ່ງຄັກໆຄືນວ່າ  ລາຍ ຮັບທີ່ໄດ້ຈາກການສົ່ງອອກຈຳນວນ ເງິນມະຫາສານກັບພິດໄພຂອງເຄມີຕົກຄ້າງທີ່ອາດຈະມີຜົນຄຸກຄາມຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນລາວເຮົາໄປອີກ ຫຼາຍ 10 ປີ ວ່າມັນຄຸ້ມຄ່າກັນແລ້ວ ຫຼືບໍ່ຈະໄປຕໍ່ຫຼືພໍເທົ່ານີ້ສຳລັບເນື້ອທີ່ສວນກ້ວຍ ແລະກໍຕ້ອງຈັດຕັ້ງປະຕິບັດຢ່າງເອົາຈິງ ເອົາຈັງ ບໍ່ໃຫ້ເໝືອນກັບຢູ່ນະຄອນຫຼວງ ວຽງຈັນ ທີ່ມີການຫ້າມລັກລອບປູກກ້ວຍໃໝ່ແຕ່ປະຈຸບັນນັກລົງທຶນບາງລາຍໂດຍສະເພາະຢູ່ເຂດນາໜາດແສນດິນ ເມືອງນາຊາທອງ ແມ່ນໄດ້ລົງເບ້ຍກ້ວຍສຳ ເລັດໝົດແລ້ວໂດຍໄຮ້ການລົງຫ້າມຈາກໜ່ວຍງານພາກລັດ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ