ຫຼາຍພາກສ່ວນສົມທົບທຶນເຂົ້າກອງທຶນ ໜື່ງດວງໃຈ

     ເມື່ອອາທິດທີ່ຜ່ານມາທີ່ໂຮງແຮມ ປາກຊັນໃໝ່ ແຂວງບໍລິຄໍາໄຊ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມໄດ້ເປີດຮັບບໍລິຈາກເພື່ອສົມທົບທຶນເຂົ້າກອງທຶນເນື່ອງໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ຄສ 2019. ທັງນັ້ນ ການສົມທົບທຶນໃນຄັ້ງນີ້ເຫັນວ່າຫຼາຍບໍລິສັດ-ລັດວິສະຫະກິດ, ພະແນກການ, ອົງການຈັດຕັ້ງ, ເມືອງ ແລະບັນດາຫ້າງຮ້ານຕ່າງໆໄດ້ໃຫ້ຄວາມສົນໃຈ ແລະໄດ້ປະ ກອບສ່ວນບໍລິຈາກເປັນຕົ້ນແມ່ນບໍລິສັດ BM TT ພາວເວີ 12 ລ້ານກີບ, ບໍລິສັດ ດາວບົວພອນ ຫຼຽນຄຳ 10 ລ້ານກີບ, ບໍລິສັດ ອັດແກັດ ວັດທະນາ 10 ລ້ານກີບ, ບໍລິສັດລາວ ສຳພັນພັດທະນາ 5 ລ້ານກີບ, ບໍລິສັດ ພັດທະນາ ສີຈະເລີນ 5 ລ້ານ ກີບ ແລະພາກສ່ວນອື່ນໆຕື່ມອີກ ລວມມູນຄ່າຍອດ ບໍລິຈາກທັງໝົດ 73,15 ລ້ານກີບ.

   ໃນໂອກາດດັ່ງກ່າວທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມໄດ້ສະແດງຄວາມຂອບໃຈຕໍ່ບັນ ດາພະແນກການ, ບໍລິສັດ-ລັດວິສາຫະກິດ, ຫ້າງຮ້ານຕ່າງໆ ແລະຜູ້ທີ່ມີນໍ້າໃຈປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້ ແລະທ່ານຍັງໄດ້ສັນຍາວ່າຈະນຳເງິນຈຳນວນດັ່ງກ່າວໄປຊ່ວຍເຫຼືອສັງຄົມໂດຍສະເພາະນຳໄປຊ່ວຍເຫຼືອຜູ້ທຸກຍາກ-ອານາຖາ, ຜູ້ດ້ອຍໂອກາດ, ຜູ້ຖືກອຸທົກ ກະໄພ, ປັບປຸງສ້ອມແປງບັນດາໂຮງຮຽນແຫ່ງຕ່າງໆພາຍໃນແຂວງ ແລະ ອື່ນໆເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ. ພ້ອມນີ້ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມຍັງໄດ້ມອບໃບຍ້ອງຍໍໃຫ້ກັບນັກພັດທະນາດີເດັ່ນ, ບັນດາພະແນກການ, ບໍ ລິສັດ-ຜູ້ປະກອບການທີ່ມີຜົນງານດີເດັ່ນໃນການສະໜັບສະໜຸນກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມໃນຄັ້ງນີ້ ແລະ ໃນໄລຍະຜ່ານມາ.