ນໍ້າປະປາໄຊຍະຕັ້ງເປົ້າອັດຕາສ່ວນບໍລິການ ກວມ 73% ໃນທົ່ວແຂວງ

 ຕາມການໃຫ້ຂໍ້ມູນຂອງບໍລິສັດລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ອັດຕາສ່ວນພື້ນທີ່ບໍລິການໃນປີ 2018 ຜ່ານມາໄດ້ພຽງແຕ່ 64% ທຽບໃສ່ແຜນການປີປະຕິບັດບໍ່ໄດ້ຕາມແຜນການທີ່ຕັ້ງ 68% ເນື່ອງຈາກວ່າການເພີ່ມຂຶ້ນຂອງປະຊາກອນໃນພື້ນທີ່ບໍລິການແມ່ນເພີ່ມຂຶ້ນແຕ່ກົງກັນຂ້າມການຕິດຕັ້ງກົງເຕີໝໍ້ແທກນໍ້າເພື່ອເພີ່ມຈຳນວນຜູ້ຊົມໃຊ້ມີໜ້ອຍຈຶ່ງເປັນການທ້າທາຍໃຫ້ແກ່ການດຳເນີນທຸລະກິດທີ່ຈະຕ້ອງມີແຜນປັບປຸງຂະຫຍາຍລະບົບສາຍທໍ່ໄປຫາເຂດຊຸມຊົນໜາແໜ້ນທີ່ມີເງື່ອນໄຂເພື່ອເພີ່ມອັດຕາສ່ວນພື້ນທີ່ບໍລິການໃຫ້ໄດ້ 73% ຕາມແຜນທີ່ຕັ້ງໄວ້ໃນປີ 2019.

 ປະຈຸບັນທົ່ວແຂວງມີນໍ້າປະປານຳໃຊ້ແລ້ວ 9 ພື້ນທີ່ເຊັ່ນ: ເມືອງໄຊຍະບູລີ, ເມືອງປາກລາຍ, ເມືອງຫົງສາ, ເມືອງແກ່ນທ້າວ, ເມືອງຊຽງຮ່ອນ, ເມືອງທົ່ງມີ ໄຊ, ເມືອງພຽງ, ເມືອງເງິນ ແລະເມືອງຄອບ. ປີຜ່ານມາສາມາດຕິດຕັ້ງກົງເຕີນໍ້າໄດ້ 696 ໜ່ວຍ ປະຈຸບັນມີກົງເຕີແທກນໍ້າທັງໝົດ 17.793 ໜ່ວຍ, ໃນນີ້ປະຊາຊົນ ແລະພະນັກງານທົ່ວໄປຊົມໃຊ້ມີ 16.550 ໜ່ວຍ,ສຳນັກງານອົງການລັດ 492 ໜ່ວຍ, ບັນດາບໍລິສັດ, ທຸລະກິດໂຮງຈັກໂຮງງານ 581 ໜ່ວຍ ແລະບ້ານພັກໂຮງແຮມມີ 170 ໜ່ວຍສາມາດຜະລິດນໍ້າໄດ້ທັງໝົດ 4 ລ້ານກວ່າ m3 ແລະສົ່ງອອກຈາກໂຮງງານໄດ້ 4 ລ້ານ ກວ່າເມັດກ້ອນຜະລິດນໍ້າຂາຍໄດ້ 3,10 ລ້ານ m3 ນໍ້າສູນເສຍທຽບໃສ່ນໍ້າຜະລິດສົ່ງອອກຈາກໂຮງງານ 433.338 m3 ແລະນໍ້າສູນເສຍທຽບໃສ່ນໍ້າຂາຍພີມບິນ 988.685 m3.

  ປີ 2018 ສາມາດສ້າງລາຍຮັບໄດ້ທັງໝົດ 13,16 ຕື້ກີບ ຫຼື ເທົ່າກັບ 92,46% ໃນນີ້ລາຍຮັບຄ່ານໍ້າ 11 ຕື້ກວ່າກີບ, ຄ່າສ້ອມແປງ 80 ລ້ານກວ່າກີບ, ຄ່າຕິດ ຕັ້ງ 854 ລ້ານກວ່າກີບ. ຫຼັງຫັກອາກອນກຳໄລໄດ້ 101 ລ້ານກວ່າກີບ, ມອບພັນທະໃຫ້ງົບປະມານອາກອນຕົວເລກທຸລະກິດ 1,3 ຕື້ກວ່າກີບ. ອາກອນເງິນເດືອນ 109 ລ້ານກວ່າກີບປະຕິບັດໄດ້ເກີນແຜນທີ່ວາງໄວ້.

  ສົກປີ 2019 ສູ້ຊົນຜະລິດນໍ້າໃນໂຮງງານໃຫ້ໄດ້  5,22  ລ້ານ m3, ສົ່ງນໍ້າອອກຈາກໂຮງ ງານ 4,7 ລ້ານm3, ຂາຍນໍ້າຈາກພິມບິນ 3,5 ລ້ານm3, ນໍ້າ ສູນເສຍໃນໂຮງງານ 522.646 m3, ນໍ້າສູນເສຍໃນລະບົບທໍ່ 1.198.150 m3, ຕິດຕັ້ງໝໍ້ແທກນໍ້າກົງເຕີໃຫ້ໄດ້ 580 ໜ່ວຍ ເຮັດໃຫ້ອັດຕາສ່ວນປົກຄຸມພື້ນທີ່ບໍລິການກວມ 73% ສູ້ຊົນສ້າງລາຍຮັບໃຫ້ໄດ້ 14,66 ຕື້ກວ່າກີບ, ຄ່າຕິດຕັ້ງ 832 ລ້ານກວ່າກີບ, ຄ່າສ້ອມແປງ 28 ລ້ານກວ່າກີບ ແລະຄ່າບົວລະບັດຮັກສາໝໍ້ແທກນໍ້າ 532 ລ້ານກວ່າກີບ ແລະຈະມີກຳໄລ 631 ລ້ານກວ່າກີບ, ດ້ານລາຍຈ່າຍຊື່ອຸປະກອນ ແລະສ້ອມແປງຕ່າງໆທັງໝົດໃນປີ 2019 ມີ 13,43 ຕື້ກວ່າກີບ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ