BKN ຮ່ວມກອງທັບປູກໄມ້ 2 ພັນເບ້ຍ

ເພື່ອແນໃສ່ສ້າງວັດຖຸດິບໃຫ້ແກ່ໂຮງງານ ແລະທັງເປັນການເພີ່ມພື້ນທີ່ປ່າປົກຫຸ້ມສີຂຽວແບບຍືນຍົງຄຽງຄູ່ກັບໄມ້ທຳມະຊາດ, ສອດຄ່ອງກັບຍຸດທະສາດປ່າໄມ້ ປີ 2020, ບໍລິສັດ ບີເຄເອັນ ຈຳກັດ ແລະ ກະຊວງປ້ອງກັນປະເທດກໍຄືກອງທັບ 512 ຈິ່ງໄດ້ມີພິທີປູກໄມ້ຕິ້ວຂຶ້ນໃນວັນທີ 7 ມິຖຸນາ 2019, ໂດຍການເຂົ້າ ຮ່ວມຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ບຸນອຸ້ມ ພັນທະປັນຍາ ອຳນວຍການບໍລິສັດບີເຄເອັນ ຈຳກັດ, ທ່ານເຈົ້າເມືອງປາກງື່ມ, ພ້ອມດ້ວຍພະນັກງານບັນດາກົມ, ຫ້ອງການ ແລະອ້າຍນ້ອງທະຫານຈາກກົມກອງ 512 ເຂົ້າຮ່ວມ.

  ທ່ານ ບຸນອຸ້ມ ພັນທະປັນຍາ ກ່າວວ່າ: ກຸ່ມຜູ້ຜະລິດຖ່ານຂາວເພື່ອສົ່ງອອກໄດ້ເລີ່ມການເຄື່ອນໄຫວປູກໄມ້ຕິ້ວຮ່ວມກັບປະຊາຊົນໃນລັກສະນະ 2+3 ມາໃນຫຼາຍປີຜ່ານມາແລ້ວຮອດປະຈຸບັນມີສະມາຊິກເຂົ້າຮ່ວມໂຄງການທັງໝົດ 303 ຄອບຄົວ, 3 ອົງກອນ ແລະ 2 ເນື້ອທີ່ ຂອງບໍລິສັດລວມທັງໝົດ 1,52 ພັນເຮັກຕາເພີ່ມຂຶ້ນ 3,25% ທຽບໃສ່ປີຜ່ານມາ, ໃນນັ້ນເນື້ອທີ່ໆມີທະບຽນສວນຟື້ນຟູ ແລະທະບຽນສວນປູກ 364 ເຮັກຕາ ເພີ່ມຂຶ້ນ 43,80% ທຽບໃສ່ປີຜ່ານມາ ແລະໃນການເຄື່ອນໄຫວຂອງບໍລິສັດແມ່ນຈັດຕັ້ງປະຕິບັດຢູ່ 5 ແຂວງທີ່ບໍລິສັດມີໂຮງງານຕັ້ງຢູ່ຄື: ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະສາລະວັນ.

  ເພື່ອແນໃສ່ເຮັດໃຫ້ຖ່ານຂາວສາມາດຜະລິດ ແລະຈຳໜ່າຍຢ່າງຕໍ່ເນື່ອງ, ຊຶ່ງດຽວນີ້ກຸ່ມບໍລິສັດກຳລັງສຸມໃສ່ປຸກລະດົມປະຊາຊົນຢູ່ບັນດາໝູ່ບ້ານທີ່ໃກ້ຄຽງ ກັບໂຮງງານເພື່ອເຂົ້າຮ່ວມໂຄງການປູກເສີມ, ປົກປັກຮັກສາ ແລະ ບູລະນະປ່າໄມ້ຕິ້ວຄຽງຄູ່ກັບປ່າໄມ້ທຳມະຊາດຢູ່ໃນດິນຄຸ້ມຄອງຂອງຕົນເອງຢ່າງເປັນຂະ ບວນການເຊັ່ນ: ເມືອງສັງທອງ, ທ່າພະບາດ, ໄຊບູລີ ແລະເມືອງສາລະວັນ, ຊຶ່ງເປັນເຂດທີ່ມີເງື່ອນໄຂທີ່ສາມາດຂະຫຍາຍໄດ້.

 ສຳລັບການຮ່ວມມືຂອງກຸ່ມບໍລິສັດກັບຫ້ອງການບໍລິການຂອງກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດທີ່ໄດ້ມາປູກໃນຄັ້ງນີ້ມີເນື້ອທີ່ 1 ເຮັກຕາ, ພ້ອມເບ້ຍໄມ້ຕິ້ວ 2 ພັນເບ້ຍ, ໂດຍອີງຕາມສັນຍາລະຫວ່າງຫ້ອງການບໍລິຫານຂອງກົມໃຫຍ່ເສນາທິການ ແລະບໍລິສັດແມ່ນມີທັງໝົດ 30 ເຮັກຕາ, ຊຶ່ງໃນບັນ ດາປີທີ່ຜ່ານໆມາບໍລິສັດກໍໄດ້ມີການເຄື່ອນໄຫວປູກ ແລະໃສ່ຝຸ່ນພ້ອມທັງຕິດປ້າຍໃຫ້ເປັນສວນປູກຢ່າງຖືກຕ້ອງ.

 ທ່ານ ບຸນອຸ້ມ ພັນທະປັນຍາ ກ່າວຕື່ມວ່າ: ບີເຄເອັນຖືສຳຄັນບັນຫາການຜະລິດແບບຍືນຍົງໂດຍເຮັດໃຫ້ປ່າໄມ້ຕິ້ວຢູ່ຍືນຍົງຄົງຄູ່ປ່າໄມ້ທຳມະຊາດດ້ວຍການປູກເສີມ, ປົກປັກຮັກສາ ແລະບູລະນະປ່າໄມ້ຕິ້ວໄປຄຽງຄູ່ກັບປ່າໄມ້ທຳມະຊາດໃນດິນຄຸ້ມຄອງຂອງປະຊາຊົນເອງ.

ພາບ ແລະຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ