ກະແລັມຕີ໋ອ້ວນ ຜະລິດຕະພັນ ຂອງຄົນລາວທີ່ສັງຄົມກຳລັງນິຍົມ

  ກະແລັມຕີ໋ອ້ວນກໍ່ເປັນອີກໜຶ່ງຜະລິດຕະພັນຈາກສີມືຂອງຄົນລາວເປັນກະແລັມມີລົດຊາດຫອມຫວານທີ່ສັງຄົມກຳລັງນິຍົມບໍ່ວ່າຈະຢູ່ສະ ຖານທີ່ໂຮງຮຽນ, ຮ້ານຄ້າ ແລະ ງານເທສະການຕ່າງໆຊຶ່ງເປັນກະແລັມຜະລິດຈາກກະທິໝາກພ້າວສະອາດປອດໄພນອກນັ້ນຍັງຮັບບໍລິການສົ່ງເຖິງສະຖານທີ່ ແລະຮັບອອກງານລ້ຽງ, ງານບຸນຕ່າງໆ.

  ທ່ານ ໄຊປັນຍາ ສີສຸພັນ ເຈົ້າຂອງກະແລັມຕີ໋ອ້ວນໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນກ່ອນຈະມາເປັນກະແລັມຕີ໋ອ້ວນກໍ່ຍ້ອນວ່າຕົວເອງມັກກິນກະແລັມຫຼັງຈາກນັ້ນເກີດມີແຮງບັນດານໃຈແລ້ວສຶກສາກ່ຽວກັບການປຸງແຕ່ງຜັກດັນຈົນປະສົບຜົນສຳເລັດໃນປີ 2017 ແມ່ນໄດ້ເປີດຂາຍ ແລະ ມີລູກຄ້າເລີ່ມເຂົ້າມາຮູ້ຈັກໄດ້ຂະຫຍາຍເພີ່ມຂຶ້ນມາເລື້ອຍໆຈົນສາມາດກວມເອົາຄວາມຕ້ອງການຂອງຕະຫຼາດຫຼາຍໆແຫ່ງໃນນະຄອນ ຫຼວງວຽງຈັນ ໂດຍສະເພາະແມ່ນໂຮງຮຽນ ແລະຮ້ານຄ້າຕ່າງໆປະຈຸບັນກະແລັມຕີ໋ອ້ວນມີ 8 ລົດຊາດຄື: ໝາກພ້າວ, ກະທິຊາໂຄ, ສະຕຣໍເບີ ລີ້, ຊາຂຽວ, ໝາກນັດ, ເຜືອກ, ຊ໋ອກໂກແລັດ ແລະຖົ່ວລຽນສຳລັບລາຄາຂາຍຍອຍຈອກໃຫຍ່ແມ່ນ 10 ພັນ ແລະຈວຍ 5 ພັນກີບ ຂາຍ ສົ່ງແມ່ນລາຄາກິໂລ 27 ພັນກີບ ໃນນັ້ນລົດຊາດທີ່ມີຍອດຂາຍດີ ສຸດແມ່ນກະທິຊາໂຄ.

     ນອກນັ້ນຍັງຮັບຈັດສົ່ງຕາມຮ້ານຄ້າ, ຮ້ານອາຫານ, ໂຮງຮຽນ ແລະຮັບອອກງານນອກສະຖານທີ່ທົ່ວໄປໃນລາຄາເປັນກັນເອງປະຈຸບັນມີໂປຣໂມຊັນທຸກໆວັນເສົາຊື້ຈອກໃຫຍ່ແມ່ນໄດ້ແຖມຈອກນ້ອຍ, ເມື່ອຊື້ຄົບຮອບ 10 ຈອກທາງຮ້ານຍັງໄດ້ແຖມ ໃຫ້ 1 ຈອກ ແລະ ວັນເທສະ ການຈະມີສ່ວນຫຼຸດສ້າງກິດຈະກຳແຈກຂອງຂວັນລາງວັນອື່ນໆສຳລັບສູດການຜະລິດປຸງແຕ່ງກະແລັມທັງໝົດນີ້ແມ່ນເຮັດຈາກສີມືຄົນລາວແທ້ລວມທັງຄົ້ນຄິດຜະລິດຈວຍ ແລະຂັ້ນຕອນຂະບວນການຕ່າງໆໂດຍເນັ້ນຄວາມສະອາດເປັນຫຼັກພາຍຫຼັງການດຳເນີນທຸລະກິດມາໄດ້ໜຶ່ງປີເຫັນວ່າໄດ້ຮັບຄວາມສົນໃຈຈາກສັງຄົມເພີ່ມຂຶ້ນເລື້ອຍໆສະເລ່ຍຍອດຂາຍ 200 ກິໂລຕໍ່ເດືອນເພາະວ່າກະແລັມເຮົາເນັ້ນໃສ່ລົດຊາດ ແລະ ການບໍລິການຊື່ສັດ ແລະສ້າງຄວາມພຶງພໍໃຈໃຫ້ແກ່ລູກຄ້າທຸກກຸ່ມນອກນັ້ນຍັງມີແຜນຂະຫຍາຍຜະລິດນົມສົ້ມຕີ໋ອ້ວນຊຶ່ງປະຈຸບັນຍັງຢູ່ໃນຂັ້ນຕອນທົດລອງປະສົມສູດການປຸງແຕ່ງ ທ່ານ ໄຊປັນຍາ ສີສຸວັນ ຍັງບອກໃຫ້ບອກຮູ້ອີກວ່າ: ການເຮັດທຸລະກິດຜະລິດກະແລັມນີ້ກໍ່ເປັນ ອາຊີບໜຶ່ງທີ່ຄົ້ນຄິດສູດການຜະ ລິດຂຶ້ນມາເອງ ນອກຈາກຈະສ້າງລາຍຮັບແລ້ວຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຄົນເຮົາມີປະສົບການຄວາມຮູ້ອີກດ້ານໜຶ່ງເປັນການສ້າງເງື່ອນໄຂສົ່ງເສີມຜະລິດຕະພັນທີ່ເຮັດຈາກສີມືຂອງຄົນລາວໄປເຜີຍແຜ່ເຂົ້າສູ່ລະດັບສາກົນສຳລັບທ່ານໃດຢາກກິນກະແລັມຊົດຫອມແຊບ ຫຼື ຢາກນຳເອົາແບນມາຂາຍຕໍ່ກໍ່ສາມາດຕິດຕໍ່ຫາກະແລັມຕີ໋ອ້ວນ ຂອງເຮົາໄດ້ທີ່ບ້ານສາລາຄຳເໜືອ ນະຄອນຫຼວງວຽງຈັນ ເຟສບຸກ: ກະແລັມຕີ໋ອ້ວນ ໂທ: 020 558 88484 020 29801876.