ສົ່ງເສີມຂ່າວສານສຸຂະພາບຈະເລີນພັນ ແກ່ໄວໜຸ່ມ

   ວັນທີ 7 ມິຖຸນາ 2019 ສູນໄວ ໜຸ່ມນະຄອນຫຼວງວຽງຈັນ ຮ່ວມກັບສະ ຫະພັນແມ່ຍິງໄດ້ຈັດກອງປະຊຸມປຶກສາຫາລືການສົ່ງເສີມຂໍ້ມູນຂ່າວສານດ້ານ ສຸຂະພາບຈະເລີນພັນໃຫ້ແກ່ໄວໝຸ່ມໃນໂຮງງານເປົ້າໝາຍທົ່ວນະຄອນຫຼວງວຽງຈັນປະຈໍາປີ 2019 ແລະເພື່ອເປັນການສົ່ງເສີມຂະຫຍາຍການຮ່ວມມື ແລະການພົວພັນກັບ ພາກສ່ວນເອກະຊົນໃນການເຂົ້າເຖິງຂໍ້ ມູນ ແລະບໍລິການຢູ່ສະຖານທີ່ເຮັດວຽກໂຮງງານທົ່ວນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ນາງ ຄຳໄພ ລັດສະໝີ ປະທານສະຫະພັນແມ່ຍິງນະຄອນຫຼວງ, ທ່ານ ນາງ ມາຣຽມຄານ, ຕາງໜ້າ UNFPA ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

  ທ່ານ ນາງ ຄຳໄພ ລັດສະໝີ ກ່າວວ່າ: ໃນໄລຍະຜ່ານມາອົງການຈັດຕັ້ງສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ກໍຄືຂະແໜງສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມໄດ້ມີການປະກອບສ່ວນເຂົ້າໃນວຽກງານສົ່ງເສີມຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນໃຫ້ແກ່ບັນດາເອື້ອຍນ້ອງແມ່ຍິງກໍ່ຄືໄວໜຸ່ມທີ່ອາໄສຢູ່ນະຄອນຫຼວງກໍ່ຄືຕ່າງແຂວງເພື່ອກັບປະກັນໃຫ້ບັນດາຊາວໜຸ່ມກຸ່ມເປົ້າໝາຍ ແລະເອື້ອຍນ້ອງແມ່ຍິງທຸກຄົນ,ທຸກຊົນເຜົ່າສາສາດຮັບຮູ້ຂໍ້ມູນຂ່າວສານ ແລະສາມາດເຂົ້າເຖິງການບໍລິການໂດຍສະເພາະແມ່ນການເຂົ້າເຖິງວິທີການວາງແຜນຄຸມກໍາເນີດໂດຍຜ່ານຫຼາຍຊ່ອງທາງເປັນຕົ້ນ: ການສົ່ງເສີມຂໍ້ມູນຂ່າວສານສື່ໂຄສະນາທາງເຟສບຸກ, ການບໍລິການດ້ານສຸຂະພາບ, ການໃຫ້ຄໍາປຶກສາຜ່ານໂທລະສັບມືຖື ແລະກິດຈະກໍາໂຄສະນານອກສະຖານທີ່.

  ທ່ານ ນາງ ມາຣຽມຄານ ກ່າວວ່າ: ໃນປີ 2012 ມີປະມານ 20 ພັນຄົນ ເຮັດວຽກຢູ່ໂຮງງານຕັດຫຍິບ, ສ່ວນໃຫຍ່ແມ່ນໄວໜຸ່ມອາຍຸປະມານ 17-25 ປີ ສະເລ່ຍ 85% ແມ່ນແມ່ຍິງ ແລະສ່ວນໃຫຍ່ແມ່ນອົບພະຍົບມາຈາກເຂດຫ່າງໄກຊອກຫຼີກ ແລະມີອັດຕາການອອກໂຮງຮຽນສູງມີຄວາມທຸກຍາກ, ຂາດຄວາ ມຮູ້ດ້ານການຮັກສາສຸຂະພາບ ແລະເຂົ້າເຖິງການບໍລິການໂດຍສະເພາະແມ່ນບໍລິການດ້ານສຸຂະພາບທາງເພດ ແລະຈະເລີນພັນ. ສະນັ້ນການຮ່ວມມືລະຫວ່າງພາກລັດ ແລະເອກະຊົນເປັນຈຸດສຳຄັນເພື່ອແກ້ໄຂປັນຫາທີ່ໄວໜຸ່ມປະສົບ ແລະເປັນໜຶ່ງໃນເປົ້າໝາຍຂອງການພັດທະນາແບບຍືນຍົງ ຫຼື SDGs.

ພາບ ແລະຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ