ຄົ້ນພົບວັດຖຸບູຮານຢູ່ເມືອງວິລະບູລີເຖີງ 75 ພັນກວ່າຊິ້ນ

  ວັນທີ 4 ມິຖຸນາ 2019 ນີ້, ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງມໍລະດົກໃນເຂດສໍາປະທານໂຄງການບໍ່ຄໍາ-ທອງເຊໂປນຂອງເມືອງວິລະບູລີ ຈັດຂຶ້ນຢູ່ຮ້ານອາຫານລາວເດີມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ,ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ, ທ່ານ ຄໍາສິດ ພົມມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນໂອກາດນີ້, ທ່ານ ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາກໍ່່ໄດ້ກ່າວລາຍງານຄວາມເປັນມາ ແລະຈໍານວນວັດຖຸບູຮານທີ່ຄົ້ນພົບຈາກເຂດບໍ່ຄໍາ- ທອງເຊໂປນ ເມືອງວິລະບູລີ ຊຶ່ງໃຫ້ຮູ້ວ່າ: ເມືອງວິລະບູລີຖືໄດ້ວ່າເປັນເມືອງທີ່ມີຄວາມລຶກລັບສັບຊ້ອນໃນທາງດ້ານທໍາມະຊາດເປັນຕົ້ນແມ່ນແຮ່ທອງ, ຄໍາ, ຊືນ, ກົ່ວ ແລະອື່ນໆ, ຍັງມີວັດຖຸບູຮານພາຊະນະເຄື່ອງໃຊ້ໃນສະໄໝອະດີດເກືອບ 2.500 ກວ່າປີກ່ອນທີ່ສາມາດຂຸດຄົ້ນໄດ້ໃນລະຫວ່າງການຂຸດຄົ້ນແຮ່ທາດທໍາມະຊາດ. ຊຶ່ງການຂຸດຄົ້ນວັດຖຸບູຮານແມ່ນໄດ້ມາຈາກຫຼາຍແຫ່ງເປັນຕົ້ນແມ່ນການສໍາຫຼວດຂອງຄະນະກໍາມະການ, ຄົ້ນພົບຈາກການລາຍງານຂອງໜ່ວຍງານ (UXO) ໜ່ວຍງານເກັບກູ້ລະເບີດອອກຈາກເຂດສໍາປະທານ,ການຄົ້ນພົບຂອງອໍານາດການປົກຄອງພາຍໃນເມືອງ,ບ້ານກໍ່ຄືພໍ່ແມ່ປະຊາຊົນ. ໂດຍເຂດທີ່ຄົ້ນພົບຫຼາຍທີ່ສຸດມີ 3 ເຂດຄື: ເປີ້ນເບົ້າຫຼໍ່, ພູແທ່ງຄໍາ ແລະທົ່ງນາເງືອກ. ຜ່ານມາສາມາດຄົ້ນພົບວັດຖຸບູຮານທັງໝົດທີ່ຄົ້ນພົບທັງຮູບຮ່າງສົມບູນ ແລະບໍ່ສົມບູນຈາກແຫຼ່ງຕ່າງໆພາຍໃນເມືອງມີທັງໝົດ 75.563 ຊິ້ນ/ອັນ/ຕົວຢ່າງ.ໂດຍຈະໄດ້ເກັບຮັກສາໄວ້ທີ່ຫໍວັດທະນະທໍາເມືອງວິລະບູລີ,ຫໍພິພິທະພັນແຂວງ ແລະອີກສ່ວນໜຶ່ງຈະໄດ້ນໍາໄປເກັບໄວ້ທີ່ຫໍພິພິທະພັນຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.

  ຈາກນັ້ນ, ທ່ານ ຄໍາພູນ ຕຸໄພທູນ ກໍ່ໃຫ້ຄໍາຄິດເຫັນຕໍ່ກອງປະຊຸມວ່າ: ນີ້ແມ່ນຜົນງານອັນໂດດເດັ່ນທີ່ໄດ້ນໍາມາເອກອ້າງ ແລະໜ້າພາກພູມໃຈທີ່ສຸດໃຫ້ແກ່ ຊາວເມືອງເຊໂປນ ແລະເມືອງວິລະບູລີກໍ່ຄືຊາວແຂວງສະຫວັນນະເຂດ ດ້ວຍການປະກອບສ່ວນຢ່າງຕັ້ງໜ້າ ແລະເປັນເຈົ້າການຢ່າງມີຄວາມຮັບຜິດຊອບຈາກ ຫຼາຍພາກສ່ວນທັງພາກລັດໂດຍແມ່ນກົມມໍລະດົກ, ກອງບູຮານວິທະຍາສົມທົບກັບພະແນກ ຖວທ ແຂວງ, ອໍານາດການປົກຄອງເມືອງວິລະບູລີ ແລະພາກ ສ່ວນເອກະຊົນທີ່ພ້ອມກັນຮ່ວມມືປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາຂອງຊາວແຂວງສະຫວັນນະເຂດກໍ່ຄືຂອງປະເທດຊາດໃຫ້ຢູ່ຄຽງຄູ່ກັບລູກຫຼານປະຊາຊົນ. ເຖິງຢ່າງໃດກໍ່ຕາມຕໍ່ກັບເງືອນໄຂ ແລະຄວາມສະດວກພວກເຮົາກໍ່ຍັງມີຂໍ້ຈໍາກັດທາງດ້ານຄວາມສາມາດຂອງທາງທ້ອງຖິ່ນ ແລະ ຮຽກຮ້ອງໃຫ້ພາ ກສ່ວນທີ່ກ່ຽວຂ້ອງຈົ່ງຕັ້ງໜ້າປະຕິບັດໜ້າທີ່ຂອງຕົນໃຫ້ສຸດຄວາມສາມາດເພື່ອເກັບຮັກສາ ແລະຖະນຸບໍາລຸງວັດຖຸບູຮານຂອງແຂວງກໍ່່ຄືຂອງຊາດໃຫ້ຢູ່ຄູ່ກັບປະຊາຊົນລາວຕະຫຼອດໄປ.

ພາບ ແລະຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ