ສະຫຼຸບໂຄງການອາແອັບເດ-ເຕຕັຣກຕິກທີ່ຈັດຕັ້ງປະຕິບັດຢູ່ຖໍ້າກອງລໍ-ນາຕານ

ໂຄງການເກັບກຳ, ສົ່ງເສີມບົດຮຽນຂອງການຈັດການແລະການບໍລິການແຫຼ່ງທ່ອງທ່ຽວທຳມະຊາດເພື່ອສ້າງເປັນຕົວແບບທີ່ຍືນຍົງຫຼືອາແອັຟເດ-ເຕຕັຣກຕິກທີ່ຈັດ ຕັ້ງປະຕິບັດເຂດແຫຼ່ງທ່ອງທ່ຽວ ກອງລໍ-ນາຕານໄດ້ສະຫຼຸບໂຄງການໃນວັນທີ 5 ມິຖຸນາ 2019 ທີ່ບ້ານກອງລໍເມືອງຄູນຄຳ ແຂວງຄຳມ່ວນ ໂດຍມີທ່ານ ຄົມດວງ ຈັນທາຮອງຫົວໜ້າກົມຮ່ວມມືສາກົນກະຊວງ ຖວທ, ທ່ານ ໄຊສົມບູນ ສຸວັນດາລາຮອງຫົວໜ້າພະແນກ ຖວທແຂວງຄຳມ່ວນ, ມີຊ່ຽວຊານຈາກ ໂຄງການ,ພະແນກການຕ່າງປະ ເທດ, ຫ້ອງການ ຖວທ ເມືອງຄູນ ຄຳ, ນາກາຍພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງແລະສະມາຄົມພັດທະນາການທ່ອງທ່ຽວກອງລໍ-ນາຕານເຂົ້າຮ່ວມ.

ຫຼັງຈາກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 3 ປີຂອງໂຄງການເລີ່ມແຕ່ເດືອນກໍລະກົດ 2016 ຫາເດືອນ ມິຖຸນາ 2019 ໂດຍມີເປົ້າໝາຍເພີ່ມ ປະສິດທິພາບຂອງຮູບແບບການ ທ່ອງທ່ຽວແບບອະນຸລັກໂດຍການມີສ່ວນຮ່ວມຂອງປະຊາຊົນ,ສ້າງວຽກເຮັດງານທຳ, ມີການຝຶກອົບຮົມຍົກລະດັບທາງດ້ານການບໍລິ   ຫານ, ບໍລິການ, ດ້ານພາສາຕ່າງ ປະເທດ, ການຄຸ້ມຄອງທາງດ້ານ ການເງິນ, ການປູກຈິດສຳນຶກກ່ຽວ ກັບການທ່ອງທ່ຽວແບບອະນຸລັກແລະອື່ນໆເພື່ອແນໃສ່ເຮັດໃຫ້ສະມາຄົມດ້ານການທ່ອງທ່ຽວເຂດກອງ ລໍ-ນາຕານມີຄວາມເປັນມືອາຊີບ,ມີປະສົບການ ແລະຄວາມຮູ້ໃນດ້ານການບໍລິກຫານຕ່າງໆແລະສາມາດກຸ້ມຕົນເອງ, ສາມາດຖ່າຍທອດໃຫ້ ແກ່ຊຸມຊົນຊາວບ້ານໃນເຂດອື່ນ ແລະແນໃສ່ເຮັດໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີການຈັດຕັ້ງທີ່ດີ, ມີການບໍລິການທີ່ມີຫຼາຍຮູບແບບ, ຫຼາຍກິດ ຈະກຳທາງດ້ານການທ່ອງທ່ຽວແບບອະນຸລັກ.ໂດຍທາງໂຄງການ ໄດ້ມີການສຶກສາແລະເກັບກຳຂໍ້ມູນຈາກນັກທ່ອງທ່ຽວຈຳນວນ 1.000 ຄົນໃນປີ  2017 ແລະປີ 2019  ເຫັນວ່ານັກທ່ອງທ່ຽວທັງໝົດແມ່ນ ມີຄວາມເພິ່ງພໍໃຈໃນບັນດາກິດຈະກຳທີ່ໂຄງການໄດ້ຈັດຕັ້ງປະຕິບັດ.

ຈາກຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ແລະສະແດງໃຫ້ເຫັນວ່າລາຍຮັບຈາກແຫຼ່ງທ່ອງທ່ຽວ ກອງລໍ-ນາຕານແມ່ນມີການເພີ່ມຂຶ້ນໃນແຕ່ລະປີຄື:ໃນປີ 2017 ມີ ນັກທ່ອງທ່ຽວທັງໝົດ 20 ພັນຄົນ, ສາມາດສ້າງລາຍຮັບໄດ້ທັງໝົດ 700 ລ້ານກວ່າກີບ, ປີ 2018 ນັກທ່ອງທ່ຽວ 19 ພັນຄົນ,ສ້າງລາຍຮັບ 1.100 ລ້ານກີບແລະແຕ່ເດືອນມັງກອນຫາເດືອນພຶດສະພາ 2019 ມີນັກທ່ອງທ່ຽວ 10.927 ຄົນ, ສ້າງລາຍຮັບ 702 ລ້ານກວ່າກີບ. ສຳລັບຜົນງານທີ່ໜ້າເພິ່ງພໍໃຈຄື: ບ້ານກອງລໍແມ່ນໄດ້ຖືກຮັບຮອງເປັນບ້ານມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ ປີ  2017 ແລະໄດ້ຮັບລາງວັນດີເດັ່ນໃນການພັດທະນາການທ່ອງທ່ຽວ ແບບອະນຸລັກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ