ທະນາຄານໃຊ້ 3 ນະໂຍບາຍ ຊ່ວຍຜູ້ປະສົບໄພໃນຂະແໜງກະສິກຳທົ່ວປະເທດ

   ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດ ແລະພະຍາດລະບາດ ໃນລະດູຝົນປີ 2018 ຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ນໍາໃຊ້ 3 ນະໂຍບາຍເຂົ້າ ຊ່ວຍຜູ້ປະສົບໄພໃນຂອບເຂດທົ່ວປະເທດໂດຍສະເພາະໃນຂະແໜງກະສິກຳ, ພ້ອມທັງມອບໃຫ້ ທທກ ເພີ່ມທະວີຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ, ແນໃສ່ການຜະລິດເຂົ້າລະດູແລ້ງປີ 2019 ໃຫ້ໄດ້ຮັບປະສິດທິພາບແລະບັນລຸຕາມແຜນການທີ່ີວາງໄວ້.

   ຕາມຂໍ້ມູນຈາກໜ່ວຍງານກ່ຽວຂ້ອງຂອງລັດຖະບານເປີດເຜີຍໃຫ້ຮູ້ກ່ອນໜ້ານີ້ວ່າ: ໃນລະດູຝົນ 2018 ຜ່ານມາໃນຂອບເຂດທົ່ວປະ ເທດໄດ້ຜູ້ປະສົບໄພພິບັດຈາກທຳມະຊາດ ແລະພະຍາດລະບາດໂດຍສະເພາະການຜະລິດເຂົ້ານາປີ 2018 ທີ່ໄດ້ຮັບຜົນກະທົບທັງໝົດ 1,19 ແສນເຮັກຕາ, ເສຍຫາຍ 12% ຂອງພື້ນທີ່ປັກດຳໃນລະດູຝົນ, ຊຶ່ງຖືວ່າເກີນຄ່າເຕືອນໄພຂອງການຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດ, ຜົນຜະລິດເຂົ້ານາປີ ໄດ້ແຕ່ 3,2 ລ້ານໂຕນ, ຂາດປະມານ 3 ແສນໂຕນ, ເນື້ອທີ່ປູກພືດໄດ້ຮັບ 11,6 ພັນເຮັກຕາ ແລະສັດລ້ຽງພ້ອມໜອງປາຈຳນວນຫຼາຍເຮັກຕາ.

  ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດໃນກອງປະຊຸມສະພາຜ່ານມານັ້ນຮູ້ວ່າ: ຕໍ່ກັບສະພາບຄວາມເສຍຫາຍດັ່ງກ່າວ ແລະເພື່ອເປັນການແກ້ໄຂຊ່ວຍຜູ້ປະສົບໄພ, ຈະສືບຕໍ່ນຳໃຊ້ 3 ນະໂຍບາຍສິນເຊື່ອທີ່ໄດ້ແຈ້ງອອກໃນທ້າຍປີ 2017 ຜ່ານມາເພື່ອແກ້ໄຂຜົນກະທົບຈາກໄພພິບັດທຳຊາດ ແລະພະຍາດລະບາດໃຫ້ແກ່ທະນາຄານທຸລະກິດຈັດຕັ້ງປະຕິບັດຕໍ່ລູກ ຄ້າທີ່ໄດ້ຮັບຜົນກະທົບ, ຊຶ່ງປະກອບມີໃຫ້ທະນາຄານເລື່ອນເວລາຊຳລະນີ້ທັງຕົ້ນທຶນ ແລະ ດອກເບ້ຍໃຫ້ລູກຄ້າທີ່ໄດ້ຮັບຜົນກະທົບ; ສະ ໜອງເງິນກູ້ບ້ວງໃໝ່ໃຫ້ລູກຄ້າທີ່ໄດ້ຮັບຜົນກະທົບ ແລະຜູ້ທີ່ ໄດ້ຮັບຜົນເສຍຫາຍຈາກໄພທຳມະຊາດຕາມເງື່ອນໄຂຕົວຈິງສຸດທ້າຍແມ່ນຮັບ ນະໂຍບາຍຜ່ອນຜັນຍົກເວັ້ນບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການຈັດຊັ້ນໜີ້ ແລະການຫັກເງິນແຮໜີ້ທີ່ຖືກຈັດຊັ້ນຂອງທະນາຄານທຸລະ ກິດ, ພ້ອມທັງມອບໃຫ້ ທທກ ເພີ່ມທະວີຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ, ທັງນີ້ກໍເພື່ອແນໃສ່ຮັບປະກັນໃຫ້ການຜະລິດເຂົ້ານາແຊງ 1 ແສນເຮັກຕາ ແລະພືດລະດູແລ້ງ 1,85 ແສນເຮັກຕາ ໃນປີ 2019 ໃຫ້ໄດ້ຮັບປະສິດທິພາບ ແລະບັນລຸຕາມແຜນການ.