ຫຼວງນໍ້າທາ ໃຊ້ທຶນ 2,8 ແສນໂດລາ ກໍ່ສ້າງອາຄານ ແລະພັດທະນາຕະຫຼາດກາງຄືນໃໝ່

  ຕາມການໃຫ້ສຳພາດຂອງ ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງນ້ຳທາ ໃນວັນທີ 3 ມິຖຸນາ 2019 ນີ້ວ່າ: ຕະຫຼາດກາງຄືນແຂວງຫຼວງນໍ້າທາ ຕັ້ງຢູ່ໃຈກາງເທສະບານແຂວງ, ໄດ້ເປີດໃຫ້ບໍລິການແຕ່ຕົ້ນປີ 2007 ເປັນຕົ້ນມາໂດຍໄດ້ນໍາໃຊ້ທຶນກູ້ຢືມຈາກທະນາຄານອາຊີ ( ADB ) ມູນຄ່າ 320 ລ້ານກີບໃນໄລຍະທີ I, ໄລຍະທີ II ໄດ້ຮັບທຶນຊ່ວຍເຫຼືອລ້າຈາກໂຄງການ (ADB ) ເພື່ອ ສ້ອມແປງ ແລະ ຂະຫຍາຍຄືນໃໝ່ ໃນມູນຄ່າ 263 ລ້ານກ່ວາກີບ, ບໍ ລິຫານ-ຈັດການ ໂດຍພະແນກຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຊຶ່ງເປີດບໍລິການ ທຸກໆມື້ແຕ່ເວລາ 16 : 30 ໂມງ - 23 : 30 ໂມງ, ໂດຍເປັນສະຖານທີ່ ສົ່ງເສີມການສ້າງລາຍຮັບໃຫ້ປະ ຊາຊົນບັນດາເຜົ່າ, ໃນການບໍລິ ການປະເພດອາຫານທ້ອງຖິ່ນ, ເຄື່ອງດື່ມ, ຜັກສົດ,  ເຄື່ອງທີ່ລະ ນຶກ, ເສື້ອຜ້າ, ອາຫານຕາມສັ່ງ (ອາຫານສຸກ), ເຂົ້າສຸກ, ເຂົ້າຊອຍ ແຫ້ງ, ເຂົ້າຊອຍນໍ້າ, ປີ້ງເປັດ ແລະ ອາຫານປະເພດອື່ນໆ, ມີຜູ້ປະກອບ ການ (ຂາຍເຄື່ອງ) ຢູ່ຕະຫຼາດ ກາງຄືນຈໍານວນ 82 ຫົວໜ່ວຍທີ່ໄດ້ໃຫ້ການບໍລິການແກ່ນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະເທດ, ນອກຈາກເປັນບ່ອນສ້າງລາຍຮັບ ໃຫ້ແກ່ປະຊາຊົນແລ້ວ,  ຍັງໄດ້ປະກອບສ່ວນເສຍພັນທະອາກອນໃຫ້ລັດ ແລະຍັງເປັນສະຖານທີ່ທ່ອງ ທ່ຽວທາງດ້ານວັດທະນະທໍາທີ່ເປັນ ເອກະລັກຂອງແຂວງນໍາອີກ, ປະ ຈຸບັນຕະຫຼາດກາງຄືນແຂວງ ມີ ທຶນຄົງທີ 289 ລ້ານກວ່າກີບ, ທຶນ ຈົດທະບຽນ 232 ລ້ານກ່ວາກີບ ແລະທຶນໝູນວຽນ 57 ລ້ານກວ່າ ກີບ. ສະເລ່ຍລາຍຮັບຕໍ່ມື້ 24,5 ລ້ານກີບຕໍ່ມື້, ໃນ 1 ປີປະຊາຊົນຜູ້ ປະກອບການຢູ່ຕະຫຼາດກາງຄືນສ້າງລາຍຮັບໄດ້ 8 ,8 ຕື້ກີບຕໍ່ປີ.

  ມາໃນປີ 2019 ນີ້ ເນື່ອງຈາກຕະຫຼາດກາງຄືນຫຼັງເກົ່າແມ່ນໄດ້ສ້າງມາຫຼາຍສີບປີແລ້ວອາຄານຊຸດໂຊມຫຼາຍ, ບໍ່ສາມາດລະບາຍ ນໍ້າເສຍໄດ້ ເຮັດໃຫ້ເກີດສິ່ງເປີ ເປື້ອນຫຼາຍ, ລະບົບໄຟຟ້າ, ນໍ້າປະ ປາເຊື່ອມຄຸນ ແລະ ອື່ນໆ, ຕະຫຼາດ ກາງຄືນແຫ່ງນີ້ຍັງໄດ້ສ້າງລາຍ ຮັບໃຫ້ແກ່ປະຊາຊົນໄດ້ຫຼາຍພໍສົມຄວນ ແລະ ເປັນແຫຼ່ງທ່ອງທ່ຽວ ທີ່ສໍາຄັນຂອງແຂວງ, ເຊ່ິງການນໍາຂອງແຂວງ ໄດ້ເຫັນຄວາມສໍາຄັນ ແລະສະເໜີເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໂດຍນໍາໃຊ້ທຶນ ກູ້ຢືມຈາກທະ ນາຄານພັດທະນາອາຊີ (ADB) ເພື່ອກໍ່ສ້າງຕະຫຼາດກາງຄືນຫຼັງໃໝ່ ໃນມູນຄ່າ 2 ,86 ແສນໂດລາ, ໂດຍແມ່ນບໍລິສັດຮວງຊະນະໄຊ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ແລະ ຈະລົງມືກໍ່ສ້າງໃນເດືອນມິຖຸນາ 2019 ນີ້, ໃຊ້ເວລາກໍ່ສ້າງທັງໝົດ 18 ເດືອນ, ໜ້າວຽກການກໍ່ສ້າງຈະໄດ້ກໍ່ສ້າງອາ ຄານຕະຫຼາດຫຼັງໃໝ່, ພ້ອມທັງ ອຸປະກອນຮັບໃຊ້ຄົບຊຸດ, ກໍ່ສ້າງຮ້ານຂາຍເຄື່ອງອຸປະໂພກ, ບໍລິໂພກທີ່ເປັນເອກະລັກຂອງແຂວງຫຼວງນໍ້າທາໃນແຕ່ລະປະເພດ, ສະຖານທີ່ພັກຜ່ອນຮອງຮັບແຂກ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ມາທ່ຽວຊົມພ້ອມທັງຊິມອາຫານທ້ອງຖິ່ນ ແລະ ບໍລິການອື່ນໆ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດໃນເດືອນທັນວາ ປີ 2020.

  ພາຍຫຼັງການກໍ່ສ້າງຕະຫຼາດກາງຄືນສໍາເລັດແລ້ວຈະເປັນທ່າແຮງໃຫ້ແກ່ການທ່ອງທ່ຽວໂດຍສະເພາະແມ່ນການທ່ອງທ່ຽວ ທາງດ້ານວັດທະນະທໍາ, ອາຫານ ທ້ອງຖິ່ນ ແລະເຄື່ອງທີ່ລະນຶກທີ່ ເປັນເອກະລັກຂອງປະຊາຊົນບັນ ດາເຜົ່າ, ທັງເປັນການເພີ່ມຜູ້ປະ ກອບການພຽງພໍກັບການຈັດສັນ ເຂົ້າຕະຫຼາດກາງຄືນຫຼັງໃໝ່, ສ້າງ ແຜນຄຸ້ມຄອງ ແລະ ບໍລິຫານຈັດ ການຕະຫຼາດກາງຄືນເປັນໄລຍະ ສັ້ນ ແລະຍາວນານເພື່ອຮັບປະກັນການສົ່ງເສີມໃຫ້ປະຊາຊົນບັນດາເຜົ່າມີວຽກເຮັດງານທໍາ, ເນັ້ນໃຫ້ ຮັກສາເອກະລັກຕະຫຼາດກາງຄືນ ຂອງແຂວງ, ອາຫານທ້ອງຖິ່ນ ແລະ ເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ, ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ເຂົ້າມາທ່ອງ ທ່ຽວຢ້ຽມຢາມແຂວງຫຼວງນໍ້າທານັບມື້ນັບຫຼາຍຂຶ້ນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ