ສທຄ ສະຫຼຸບຜົນງານ 40 ປີ

   ຄະນະພັກ-ຄະນະສະຖາບັນການທະນາຄານ (ສທຄ) ໄດ້ຈັດຕັ້ງພິທີສະຫຼຸບຜົນງານ 40 ປີ ຂຶ້ນໃນວັນທີ 3 ມັງກອນ 2019 ທີ່ສະໂມສອນ ສທຄ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ); ພ້ອມນັ້ນກໍ່ມີຄະນະ ສທຄ  ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ດວງດີ ພິມວົງສາ ຫົວໜ້າ ສທຄ ໄດ້ລາຍງານການເຄື່ອນໄຫວວຽກງານ ສທຄ ໂດຍກ່າວວ່າ: ກ່ອນໜ້ານີ້ 40 ປີ (1979-2019) ຄືໃນວັນທີ 5 ມັງກອນ 1979 “ໂຮງຮຽນວິຊາສະເພາະທະນາຄານ” ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ຮອດປີ 1994 ປ່ຽນຊື່ມາເປັນສູນຝຶກ ອົບຮົມວິຊາການທະນາຄານ; ປີ 2001 ໄດ້ປ່ຽນຊື່ເປັນວິທະຍາໄລການທະນາຄານ ແລະມາຮອດປີ 2005 ມາເຖິງປະຈຸບັນຈິ່ງປ່ຽນຊື່ເປັນສະຖາບັນການທະນາຄານຊຶ່ງມີບົດບາດສຳຄັນໃນການກໍ່ສ້າງວິຊາການທະນາຄານ ແລະບໍາລຸງຍົກລະດັບພະນັກງານໃນຂະແໜງການທະນາຄານ, ການເງິນ-ການບັນຊີ ແລະການເງິນຈຸລະພາກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ຕະຫຼາດແຮງງານໃນແຕ່ລະໄລຍະ.

   ສະຖາບັນການທະນາຄານໄດ້ເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບຊຶ່ງໃນໄລຍະເປັນໂຮງຮຽນວິຊາສະເພາະແມ່ນໄດ້ຈັດຝຶກອົບຮົມ, ບໍາລຸງໃຫ້ພະນັກງານຊ່ວຍວຽກບໍລິຫານຂຶ້ນໄປຫາພະນັກງານລະດັບສູງແກ່ຂະແໜງການທະນາຄານ 6 ຊຸດມີຜູ້ເຂົ້າຮ່ວມ 150 ເທື່ອຄົນ; ໄລຍະເປັນສູນຝຶກອົບຮົມວິຊາການທະນາຄານຈັດຊຸດຝຶກອົບຮົມ-ສໍາມະນາ, ເປີດສອນຊັ້ນຕົ້ນຫຼັກສູດ 6 ເດືອນ ໃຫ້ແກ່ພະນັກງານລະບົບທະນາຄານ 34 ຊຸດມີຜູ້ເຂົ້າ ຮ່ວມ 1.291 ເທື່ອຄົນ.

  ນອກນັ້ນ, ກໍ່ໄດ້ຮ່ວມມືກັບອົງການໄຈກາ, ອົງການພັດທະນາອາຊີ (ADB) ຊ່ວຍເຫຼືອລ້າທາງດ້ານການຈັດຝຶກອົບຮົມໃຫ້ພະນັກງານຂັ້ນຄະນະກົມ ແລະຄະນະອໍານວຍການທະນາຄານທຸ ລະກິດ 1 ຊຸດ; ໄລຍະເປັນວິທະຍາໄລການທະນາຄານກໍ່ໄດ້ຈັດຕັ້ງການຮຽນ-ການ ສອນຫຼັກສູດຊັ້ນກາງ 2 ປີ-ຊັ້ນສູງລະ ບົບ 3 ປີມີ3 ສາຂາ ຄື: ການທະນາຄານ, ການເງິນ ແລະການບັນຊີ ໃນນັ້ນໄດ້ເປີດກວ້າງຮັບນັກສຶກສາສາມັນ ແລະພະນັກງານລະບົບທະນາຄານເຂົ້າຮຽນໃນຫຼັກສູດຕ່າງໆ ຊຶ່ງໄດ້ສ້າງບຸກຄະ ລາກອນໄດ້ 789 ຄົນ; ນັບແຕ່ປີ 2005 ຈົນມາຮອດປະຈຸບັນ ສທຄ ໄດ້ຈັດຕັ້ງ ປະຕິບັດການຮຽນ-ການສອນຫຼັກສູດຊັ້ນສູງ 14 ຊູດ, ປະລິນຍາຕີ 7 ຊູດ ແລະ ປະລິນຍາຕີຕໍ່ເນື່ອງ 5 ຊູດ ຊຶ່ງມີຜູ້ສໍາເລັດການສຶກສາທັງໝົດ 8.070 ຄົນ.

  ໃນໂອກາດເຂົ້າຮ່ວມດັ່ງກ່າວ ທ່ານ ຜູ້ວ່າການ ທຫລ ໄດ້ຕີລາຄາສູງຕໍ່ຜົນ ສໍາເລັດຂອງ ສທຄ ທີ່ຍາດມາໄດ້ໃນໄລຍະ 40 ປີຜ່ານມາໂດຍສາມາດສ້າງ ບຸກຄະລາກອນທີ່ມີທັງປະລິມານ ແລະ ຄຸນນະພາບ ອອກຮັບໃຊ້ສັງຄົມເປັນຈໍານວນບໍ່ໜ້ອຍໃນແຕ່ລະປີ ກາຍເປັນກໍາລັງແຮງອັນສໍາຄັນໃນການພັດທະນາເສດຖະກິດຂອງຊາດ; ແຕ່ເຖິງຢ່າງໃດກໍ່ຕາມ, ໃນຍຸກປະຈຸບັນມີຫຼາຍອັນທີ່ເປັນສິ່ງທ້າທາຍຊຶ່ງຍຸກແຫ່ງການເຊື່ອມໂຍງ, ຍຸກຂອງການພັດທະນາທາງດ້ານເຕັກໂນໂລຊີລະບົບການສຶກສາແມ່ນອົງປະກອບພື້ນຖານໜຶ່ງທີ່ສໍາຄັນຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງ ແລະພັດທະນາບຸກຄະລາກອນໃຫ້ມີຄຸນນະພາບທຽບເທົ່າກັບສາກົນເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ.