ເປີດບໍລິການໂຮງສາຍຮູບເງົາຊິດຕີເພຣັກຊ໌

  ວັນທີ 5 ມິຖຸນາຜ່ານນາທີ່ນະຄອນຫຼວງວຽງຈັນ ໂຮງສາຍໜັງຊິດຕິເພຣັກຊ໌ ເປີດບໍລິການແລ້ວເພື່ອໃຫ້ມ່ວນຊົນລາວໄດ້ສຳຜັດກັບປະສົບການຄວາມບັນເທີງເໜືອລະດັບກັບເຄື່ອງສາຍເຕັກໂນໂລຊີລ່າສຸດລະດັບໂລກຮູບພາບແຈ້ງລະດັບ Ultra HD ເຂົ້າຮ່ວມມີທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໄຊທານີ,ທ່ານ ວີທູນ ສູນດາລາ ຫົວໜ້າກົມຮູບເງົາກະຊວງຖະແຫຼງຂ່າວວັດທະນາທຳ ແລະທ່ອງທ່ຽວ, ທ່ານ ນາງ ລະອຽດ ຈຸນລະມຸນຕີ ປະທານບໍລິສັດຄ່າຍເຊັນພ້ອມດ້ວຍແຂກຖືກເຊີນ ແລະສື່ມ່ວຍຊົນເຂົ້າຮ່ວມ.

 ທ່ານ ນາງ ລະອຽດ ກ່າວວ່າ: ສຳລັບການສ້າງໂຮງສາຍໜັງຊິດຕີເພຣັກຊ໌ ຂຶ້ນແມ່ນອົງປະກອບໜຶ່ງຂອງບໍລິສັດຄ່າຍເຊັນຮ່ວມມືກັບຄອບຄົວໂດຍເປັນການລົງທຶນຄົນລາວ 100% ຈຸດປະສົ່ງເພື່ອສົ່ງເສີມທັງດ້ານວັດທະນາທຳ ທີ່ຈະຄວາມເຊື່ອໂຊມເຂົ້າພາກພື້ນ ແລະ ສາກົນຂອງຍຸກສະໄໝທີ່ຊ່ວຍໃຫ້ຊາວໜຸ່ນລາວຮຽນຮູ້ຫຼາຍທາງວັດທະນະທຳ ແລະ ນາໆປະເທດເພື່ອຄົ້ນຄວ້າວິໄຈເລື່ອງ ຕ່າງ.

  ສຳລັບໂຮງສາຍໜັງຮູບເງົາແມ່ນໄດ້ທົດລອງການໃຫ້ບໍລິການວັນທີ 27 ເມສາ 2019 ຜ່ານມາ ພ້ອມກັບເປີດໃຫ້ ດາວໂລດນຳໃຊ້ APPIication City PIex Laos ທີ່ລູກຄ້າສາມາດກວດສອບຂໍ້ມູນການສາຍຮູບເງົາຈາກທາງ City PIex ໄດ້ຕະຫຼອດເວລາຮັບຮອງທັງມືຖືລະບົບ los& Android ໄດ້ສະ ດວກສະບາຍໂຮງສາຍໜັງແມ່ນເປັນອາຄານ 3 ຊັ້ນໆທີ1 ບ່ອນຈອດລົດ, ຊັ້ນ 2 ບໍລິການຂາຍເຄື່ອງອາຫານ ແລະເຄື່ອງດື່ມ ແລະຊັ້ນ 3 ແມ່ນຫ້ອງສາຍຮູບເງົາສະນັ້ນໄວ້ໜຸ່ນ ຫຼື ໃຜສົນໃຈມັກເບິ່ງຮູບເງົາ ກໍ່ສາມາດໄປເບິ່ງໄດ້ທີ່ີບ້ານດົົງໂດກ ອຖວ ໄຟແດງມະຫາວິທະຍາໄລແຫ່ງຊາດ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ