ເລີ່ມສ້າງ ແລະແປງຊົນລະປະທານຫ້ວຍຮົ່ວ

 ວັນທີ 5 ມິຖຸນາ 2019 ນີ້ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງໂພນທອງ ແຂວງຫຼວງພະບາງໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຮົ່ວ 3 ບ້ານນາຫຼວງລະຫວ່າງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃນນາມເຈົ້າຂອງໂຄງການກັບບໍລິສັດແວດປະເສີດກໍ່ສ້າງຊົນລະປະທານໂດຍມີ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງໆໂພນທອງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ, ຕາງໜ້າບໍລິສັດແວດປະເສີດກໍ່ ສ້າງຊົນລະປະທານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໂພນທອງວ່າດວ້ຍການຮັບຮອງ ແລະມອບຮັບວຽກງານການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຮົ່ວ 3 ບ້ານນາຫຼວງ ກຸ່ມນາຊອນ ເມືອງໂພນທອງ ທີ່ຖືກຜົນກະທົບຈາກໄພພິບັດທໍາມະຊາດໃນປີຜ່ານມາ, ມີມູນຄ່າທັງໝົດ 7 ຮ້ອຍລ້ານກີບ ໂດຍແມ່ນບໍ ລິສັດແວດປະເສີດກໍ່ສ້າງຊົນລະປະທານເປັນຜູ້ຮັບເໝົາໂດຍຜ່ານການຊະນະການປະມູນໃນວັນທີ່ 2 ພຶດສະພາ ປີ 2019 ການກໍ່ສ້າງຄັ້ງນີ້ແມ່ນນໍາໃຊ້ງົບປະ ມານທຶນຟື້ນຟູໄພພິບັດ,ຈາກນັ້ນ ທ່ານ ວົງເພັດ ທອງລານີວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງໄດ້ຂຶ້ນຜ່ານສັນຍາການກໍ່ສ້າງ-ສ້ອມແປງຊົນ ລະປະທານຕາມຮ່າງ ແລະ ຂໍ້ກໍານົດ, ກົດລະບຽບການລົງທຶນຂອງລັດວາງອອກ, ໂດຍຈະໄດ້ລົງມືຈັດຕັ້ງປະຕິບັດແຕ່ວັນທີ 5 ມິຖຸນາ ປີ 2019 ໃຊ້ເວລາ 3 ເດືອນຈື່ງຈະສໍາເລັດ, ພ້ອມນັ້ນທັງສອງຝ່າຍໄດ້ເຊັນບົດບັນທືກຮ່ວມກັນໂດຍມີຜູ້ເຂົ້າຮ່ວມເປັນສັກຂີພິຍານ.

  ໂອກາດນີ້ ທ່ານ ສົມມາລີ ຄໍາເກັ່ງ ໄດ້ຊີ້ນໍາໃຫ້ເຈົ້າຂອງໂຄງການ ແລະບໍລິສັດຜູ້ຮັບເໝົາຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມສັນຍາ ທີ່ໄດ້ກໍານົດໄວ້ເພື່ອຕອບສະໜອງນໍ້າຊົນລະປະທານເຂົ້າສູ່ເຂດການຜະລິດຂອງປະຊາຊົນໃຫ້ໄດ້ຮັບຜົນດີກວ່າເກົ່າ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ