4 ເດືອນ ລັດເກັບລາຍຮັບໄດ້ 6,3 ພັນຕື້ກີບ

  ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 4 ເດືອນ ຕົ້ນປີນີ້ສາມາດປະຕິບັດໄດ້ທັງໝົດ 6.320 ຕື້ກີບ ເທົ່າກັບ 24% ຂອງແຜນ ການປີ ແລະລາຍຈ່າຍແມ່ນ 6.668 ຕື້ກີບ ເທົ່າກັບ 19,9% ຊຶ່ງຄາດວ່າເມື່ອຮອດເຄິ່ງປີທົ່ວປະເທດຈະສາມາດຈັດເກັບລາຍຮັບໄດ້ປະມານ 12.965 ຕື້ກີບ ຫຼືເທົ່າກັບ 49,2% ຂອງແຜນການປີໃນນັ້ນລາຍຮັບພາຍໃນໃຫ້ໄດ້ 12 ພັນຕື້ກວ່າກີບ.

  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ລາຍງານຕໍ່ກອງປະຊຸສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ໂດຍລວມແລ້ວສະພາບເສດຖະກິດຍັງສືບຕໍ່ເຕີບໂຕໃນລະດັບດີເມື່ອທຽບກັບປະເທດໃນພາກພື້ນ ແລະສາກົນ, ແຕ່ຢູ່ໃນຈັງວະທີ່ຊ້າລົງຖ້າທຽບໃສ່ຫຼາຍປີຜ່ານມາສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2019 ທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບມີແຜນລາຍຮັບ 26,305 ຕື້ກີບ ໃນນີ້ລາຍຮັບພາຍໃນ 24.240  ຕື້ກີບ, ແຜນລາຍຈ່າຍ 33.394 ຕື້ກີບ ແລະການຂາດດຸນ 7.088 ຕື້ກີບ ເທົ່າກັບ 4,28% ຂອງຈີດີພີ.

  ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 4 ເດືອນຜ່ານມານັບແຕ່ວັນທີ 1 ເດືອນ ມັງກອນ ຫາ ວັນທີ 30 ເມສາ 2019 ສາມາດຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດໄດ້ທັງໝົດ 6.320 ຕື້ກີບ ເທົ່າ ກັບ 24% ຂອງແຜນການປີ. ໃນນີ້ລາຍຮັບພາຍໃນປະຕິບັດໄດ້ 6.242 ຕື້ກວ່າກີບ ເທົ່າກັບ 25,7% (ສູນກາງປະຕິບັດໄດ້ 5.055 ຕື້ກີບ ເທົ່າກັບ 26,34% ແລະທ້ອງຖິ່ນ 1.187 ຕື້ກີບ ເທົ່າກັບ 23,52%) ແລະລາຍຮັບຈາກການຊ່ວຍເຫຼືອລ້າ 78,8 ຕື້ກີບ ເທົ່າກັບ 3,82% ຂອງແຜນການປີ.

  ສ່ວນດ້ານລາຍຈ່າຍແຜນລາຍຈ່າຍປະຈໍາປີ 2019 ມີທັງໝົດ  33.394 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໃນ 4 ເດືອນຜ່ານມາມີທັງໝົດ 6.668 ຕື້ກີບ ເທົ່າກັບ 19,9% ຂອງແຜນການປີໃນນີ້ສູນກາງປະຕິບັດໄດ້ 4.727 ຕື້ກີບ ເທົ່າ ກັບ 19,6% ແລະ ທ້ອງຖິ່ນປະຕິບັດໄດ້ 1.941 ຕື້ກີບ ເທົ່າກັບ 20,8% ໃນນີ້ລາຍຈ່າຍເງິນເດືອນ ແລະເງິນອຸດໜູນ 3.479 ຕື້ກີບ ເທົ່າກັບ 31,49%, ລາຍຈ່າຍບໍລິຫານແມ່ນຢູ່ໃນລະດັບ 10,7%, ລາຍຈ່າຍຊໍາລະໜີ້ສິນພາຍໃນ ແລະຕ່າງ ປະເທດ 24,6% ແລະລາຍຈ່າຍລົງທຶນ ພາຍໃນ ແລະຕ່າງປະເທດ 13%;

  ສໍາລັບດ້ານການດຸ່ນດ່ຽງງົບປະມານຜ່ານການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ 4 ເດືອນຜ່ານມາມີການຂາດ ດຸນ 347 ຕື້ກີບ, ນອກນີ້ຍັງມີການທົດແທນຄືນໜີ້ສິນພາຍໃນ ແລະຕ່າງປະເທດຢູ່ແຫຼ່ງດຸ່ນດຽ່ງ 2.432 ຕື້ກີບ, ການລະດົມທຶນເພື່ອມາດຸ່ນດ່ຽງງົບປະມານສາມາດປະຕິບັດໄດ້ 3.453 ຕື້ກີບ ເທົ່າກັບ 19,6% ຂອງແຜນການປີ.

 ແນວໃດກໍຕາມເພື່ອເຮັດໃຫ້ແຜນງົບປະມາແຫ່ງລັດໃນປີ 2019 ນີ້ບັນລຸໄດ້ຕາມລະດັບຄາດໝາຍ,ໃນ 6 ເດືອນຕົ້ນປີລັດໄດ້ຄາດຄະເນລາຍຮັບງົບປະມານຈະປະຕິບັດໄດ້ 12.965 ຕື້ກີບ ເທົ່າກັບ 49,2% ຂອງແຜນການປີໃນນີ້ລາຍຮັບພາຍໃນ 12.128 ຕື້ກີບ ເທົ່າກັບ 50% ແລະ ລາຍຮັບຈາກການຊ່ວຍ ເຫຼືອລ້າ 834 ຕື້ກີບ ເທົ່າກັບ 40%; ສ່ວນລາຍຈ່າຍຄາດວ່າຈະປະຕິບັດໄດ້ 14.127 ຕື້ກີບ ເທົ່າກັບ 42% ໃນນີ້ລາຍຈ່າຍເງິນເດືອນ ແລະເງິນອຸດໜູນ 5.500 ຕື້ກີບ ເທົ່າກັບ 49%, ລາຍຈ່າຍບໍລິຫານ 27,6% ລາຍຈ່າຍຊໍາລະໜີ້ສິນ 60% ແລະລາຍຈ່າຍລົງທຶນພາຍໃນ ແລະ ຕ່າງປະເທດ 40,3%.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ