ໂຄງການສ້ອມແປງຄອງເໝືອງກຸ່ມ ບ້ານນາໄກ່ ຄືບໜ້າ 40%

  ເມື່ອບໍ່ດົນມານີ້ທ່ານ ນູສອນ ແກ້ວພະພຸດ ຮອງເຈົ້າເມືອງໆແອດພ້ອມຄະນະຮັບຜິດຊອບໂຄງການສ້ອມແປງຄອງເໜືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໄດ້ລົງຕິດຕາມ-ຊຸກຍູ້ການ ຈັດຕັ້ງປະຕິບັດການກໍ່ສ້າງສ້ອມແປງຄອງເໝືອງບ້າມີຫົວງານຢູ່ບ້ານເໜັ້ນ ແລະເໝືອງແສ້ມີຫົວງານຢູ່ບ້ານນາຫອຍກຸ່ມບ້ານນາໄກ່ ເມືອງແອດ ແຂວງຫົວພັນ.

   ໂຄງການສ້ອມແປງຄອງເໜືອງດັ່ງກ່່າວຮັບເໜົາໂດຍບໍລິສັດບຸນທະວີຊັບ ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນມີຄວາມຄືບໜ້າແລ້ວ 40% ຂອງໜ້າວຽກທັງໝົດເປັນຕົ້ນການຈົກດິນປັບຄອງເໝືອງ, ກໍ່ຄອງເບຕົງເສີມເຫຼັກ-ເທພື້ນວາງຝາປິດບ່ອນທີ່ຜ່ານຕີນພູ, ຂະນະນີ້ບໍລິສັດຜູ້ຮັບເໜົາກຳລັງຂຸ້ນຂ້ຽວປະຕິບັດໜ້າວຽກຕ່າງໆເພື່ອໃຫ້ທັນຕາມສັນຍາ ແລະຮັບປະກັນສະໜອງນ້ຳໃສ່ລະດູການຜະລິດນາປີທີ່ຈະມາເຖິງ.

 ຊຶ່ງໂຄງການດັ່ງກ່າວມີປະຊາຊົນຈຳນວນ 5 ບ້ານທີ່ໄດ້ຮັບຜົນປະໂຫຍດຄື: ບ້ານເໜັ້ນ, ນາແງ, ນາຫອຍ, ນາໄກ່ ແລະບ້ານນາຍົມຖ້າຫາກສຳເລັດການສ້ອມ ແປງຈະປະກອບສ່ວນຢ່າງຫຼວງຫຼາຍແກ່ການຜະລິດຂອງປະຊາຊົນໃນບ້ານດັ່ງກ່າວ.

ພາບ ແລໍະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ