ຈຳປາສັກ-ອານຢາງ ຮ່ວມມືສົ່ງເສີມວຽກງານການຄ້າ

  ເມື່ອບໍ່ດົນມານີ້ທີ່ແຂວງຈໍາປາສັກ ພະແນກອຸດສາຫະກຳ ແລະການຄ້າ (ອຄ ) ແຂວງຈຳປາສັກ ແລະພະແນກອຸດສາຫະກຳ ແລະການຄ້າແຂວງອານຢາງ ສສ ຫວຽດນາມ ໄດ້ເຊັນສັນຍາຮ່ວມມືກັນເພື່ອນຳເອົາເງື່ອນໄຂທ່າແຮງທີ່ມີຂອງແຕ່ລະຝ່າຍຊ່ວຍຍູ້,ສົ່ງເສີມພັດທະນາຂົງເຂດອຸດສາຫະກຳ ແລະການຄ້າໂດຍລົງນາມສັນຍາລະຫວ່າງ ທ່ານ ຄໍາແພງ ສີອາລຸນ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງຈຳປາສັກ ແລະ ທ່ານ ຟານ ເລີ້ຍ ຮອງຫົວໜ້າພະ ແນກອຸດສາຫະກຳ ແລະການຄ້າແຂວງອານຢາງ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.

  ຊຶ່ງເນື້ອໃນສັນຍາດັ່ງກ່າວແມ່ນທັງສອງຝ່າຍເຫັນດີແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນ ປະສົບການຕົວຈິງແນໃສ່ການຍົກລະດັບການຄຸ້ມຄອງຂອງລັດໃຫ້ມີປະສິດທິພາບໃນຂົງເຂດອຸດສາຫະກຳ ແລະການຄ້າຂອງສອງແຂວງ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ເງື່ອນໄຂ,ທ່າແຮງ,ກາລະໂອກາດທາງດ້ານການຄ້າ-ການລົງທຶນ, ນະໂຍບາຍສົ່ງເສີມການລົງ ທຶນຂອງແຕ່ລະຝ່າຍ, ສຶກສາຂໍ້ມູນ ດ້ານຕະຫຼາດເພື່ອສ້າງໂອກາດໃຫ້ໄດ້ມີການພົບປະ, ແລກປ່ຽນ, ຮ່ວມມືໃນຂົງເຂດອຸດສາຫະກຳ ແລະ ການຄ້າຮ່ວມກັນ.

 ພ້ອມທັງສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດຂອງສອງແຂວງໄດ້ພັດທະນາລະບົບການຈຳໜ່າຍສິນຄ້າຮ່ວມກັນ, ໂຄສະນາເຜີຍແຜ່ໃຫ້ບັນດາພາກສ່ວນເສດ ຖະກິດເຂົ້າ ຮ່ວມວາງສະແດງສິນຄ້າ ແລະບັນ ດາກິດຈະກຳການພົບປະທຸລະກິດ ທີ່ໄດ້ມີການຈັດຂຶ້ນຢູ່ລະຫວ່າງສອງ ແຂວງ, ນະໂຍບາຍຄ່າເຊົ່າຫ້ອງ ວາງສະແດງສິນຄ້າໃຫ້ກັນ ແລະ ກັນ, ສົ່ງເສີມສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດຂອງສອງແຂວງໄດ້ມີການຮ່ວມມືການຊື້-ຂາຍສິນຄ້າ ພັດທະນາການບໍລິການ, ເພີ່ມທະ ວີການໂຄສະນາ, ການແນະນຳສິນ ຄ້າ, ຂໍ້ມູນຂອງຫົວໜ່ວຍທຸລະກິດ ລະຫວ່າງສອງແຂວງຜ່ານທາງສື່ ຕ່າງໆເປັນຕົ້ນເຊື່ອມໂຍງການຄ້າທາງເອເລັກໂຕຣນິກ ຫຼື ສິ່ງພິມຕ່າງໆແນໃສຊ່ວຍໃຫ້ຫົວໜ່ວຍທຸລະກິດຂອງສອງແຂວງໄດ້ເຂົ້າເຖິງຕະຫຼາດ, ຮັບຮູ້ໄດ້ສະພາບຄວາມຕ້ອງການ ແລະ ສາມາດເຊື່ອມໂຍງພົບປະທຸລະກິດຊຶ່ງກັນ ແລະກັນ.

ພາບ ແລໍະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ