ຍອດລົງທຶນຢູ່ເຊກອງບັນລຸພັນຕື້ກວ່າກີບ

   ການລົງທຶນລວມທົ່ວສັງຄົມໃນ ປີ 2018 ທີ່ແຂວງເຊກອງນັບວ່າມີບາດກ້າວທີ່ດີສາມາດປະຕິບັດໄດ້ມີມູນຄ່າສູງເຖິງ 1.141,87 ຕື້ກີບ ລື່ນແຜນການທີ່ວາງໄວ້ 39,94% ຊຶ່ງປະກອບ ດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະການລົງທຶນສິນເຊື່ອຂອງທະນາຄານ.

   ຕາມການລາຍງານຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງໃຫ້ຮູ້ເມື່ອບໍ່ດົນວ່າ: ໃນປີ 2018 ຜ່ານມາການລົງທຶນລວມທົ່ວສັງ ຄົມປະຕິບັດໄດ້ 1.141,87 ຕື້ກີບລື່ນແຜນການ ທີ່ວາງໄວ້ 39,94% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນສຳຄັນຄື: 1). ສະພາແຫ່ງຊາດໄດ້ອະ ນຸມັດໂຄງການລົງທຶນຂອງລັດໃຫ້ແຂວງເຊກອງທັງໝົດ 302 ໂຄງການມູນຄ່າ 4.588,27 ຕື້ກີບ, ສະພາໄດ້ອະນຸມັດງົບປະມານໃນປີນີ້ມູນ ຄ່າ 101,63 ຕື້ກີບ, ໃນນັ້ນໂຄງການສະເໜີໃໝ່ 57 ໂຄງການມູນຄ່າ 11,97 ຕື້ກີບ, ໂຄງການສືບຕໍ່ 136 ໂຄງການມູນຄ່າ 76,92 ຕື້ກີບ ແລະໂຄງການຊໍາລະໜີ້ 99 ໂຄງການ ມູນຄ່າ 12,08 ຕື້ກີບ.

   ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ຊຶ່ງໃນປີ 2018 ມີນັກທຸລະກິດເອກະຊົນພາຍໃນ ແລະຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງທັງໝົດ 13 ໂຄງການມູນຄ່າ 398,43 ຕື້ກີບ, ປະຕິບັດລື່ນແຜນການ 8,56% ກວມເອົາ 34,89% ທຽບໃສ່ການລົງທຶນທັງໝົດ.

  ນອກນັ້ນຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມໃນປີຜ່ານມາປະຕິບັດໄດ້ທັງໝົດ 21 ໂຄງການມູນຄ່າ 63,05 ຕື້ກີບ, ມູນຄ່າປະຕິບັດຕົວຈິງ 22,59 ຕື້ກີບ ເທົ່າກັບ 18,52% ຂອງແຜນການ ແລະແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານມາຮອດເດືອນຕຸລາປີ 2018 ຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 619,22 ຕື້ກີບ ລື່ນແຜນການປີທີ່ວາງໄວ້ 2 ເທົ່າຕົວກວມເອົາ 54,23% ທຽບໃສ່ການລົງທຶນທັງໝົດ.