ເຊກອງກວດພົບຢາບໍ່ຂື້ນທະບຽນເກືອບ 50 ລາຍການ

  ກອງປະຊຸມສະຫຼຸບວຽກງານກວດກາອາຫານ ແລະຢາປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ໄດ້ ຈັດຂຶ້ນໃນວັນທີ 4 ມິຖຸນານີ້ທີ່ຫ້ອງປະ ຊຸມພະແນກສາທາລະນະສຸກແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ,ມີຄະນະກໍາມະການຄຸ້ມຄອງອາ ຫານ ແລະຢາຂັ້ນແຂວງ-ຂັ້ນເມືອງ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

  ໃນວາລະກອງປະຊຸມ, ທ່ານ ນາງ ມະໂນລາ ສຸດທິຈັກ ຫົວໜ້າຂະແໜງອາຫານ ແລະຢາແຂວງເຊກອງໄດ້ລາຍ ງານໃຫ້ຮູ້ວ່າ: ຂະແໜງອາຫານ ແລະ ຢາ ແມ່ນໜ່ວຍງານໜຶ່ງທີ່ສໍາຄັນເຮັດໜ້າທີ່ໃນການຄຸ້ມຄອງການຈໍລະຈອນ ແຈກຢາຍ ແລະຈໍາໜ່າຍຢາ-ອຸປະກອນການແພດ, ເຄມີຄວບຄຸມພິເສດ, ນໍ້າຢາ ເຄມີ, ຊັບພະຍາກອນທໍາມະຊາດທີ່ເປັນຢາ, ອາຫານ ແລະເຄື່ອງດື່ມເພື່ອຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ຕໍ່ການບໍລິໂພກອາຫານ ແລະ ຢາຕາມນະໂຍບາຍຂອງພັກ-ລັດຖະບານ ກໍຄືກະຊວງສາທາລະນະສຸກວາງອອກ.

  ໂດຍໃນປີ 2018 ຜ່ານມາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງກໍຄືຄະນະກໍາມະການຄຸ້ມຄອງອາຫານ ແລະຢາລົງກວດກາຮ້ານຂາຍຢາເອກະຊົນຈໍານວນ 20 ຮ້ານ, ພົບຜູ້ຊ່ວຍທີ່ບໍ່ໄດ້ຮັບອະນຸຍາດຈໍານວນ 2 ຮ້ານ, ໃບທະບຽນວິຊາຊີບໝົດອາຍຸ 8 ຮ້ານ, ລວມມູນຄ່າຢາທີ່ບໍ່ຂຶ້ນທະບຽນໃນການກວດກາທັງໝົດ 10 ຮ້ານ ເທົ່າກັບ 47 ລາຍການມູນຄ່າ 3,5 ລ້ານກວ່າກີບ,ນອກນັ້ນຍັງໄດ້ລົງກວດ ກາອາຫານສໍາເລັດຮູບ 3 ຄັ້ງຈໍານວນ 103 ຮ້ານ,ກວດການໍ້າຫວານ-ເຂົ້າໜົມຢູ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນ 2 ຄັ້ງ,ລົງກວດກາອາຫານສຸກປຸງແຕ່ງຢູ່ໂຮງແຮມຈໍານວນ 3 ຄັ້ງ ແລະລົງກວດກາ-ວິໄຈຂັ້ນພື້ນຖານອາ ຫານສົດ ແລະ ສໍາເລັດຮູບ 6 ຄັ້ງລວມທັງໝົດ 195 ລາຍການຊຶ່ງໃນນີ້ໄດ້ຜ່ານເກນມາດຖານ 193 ລາຍການເທົ່າກັບ 99% ແລະບໍ່ຜ່ານ 2 ລາຍການເທົ່າກັບ 1%.

  ນອກນັ້ນຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ໂຮງງານຖອດຮີດເຄືອແຮມຢູ່ 2 ຕົວເມືອງຄື: ເມືອງລະມາມ-ເມືອງທ່າ ແຕງ, ລົງກວດກາໂຮງງານນໍ້າດື່ມໂດຍທົ່ວແຂວງມີໂຮງງານຜະລິດນໍ້າດື່ມທັງໝົດ 12 ແຫ່ງ, ຂຶ້ນທະບຽນກອຢມີ 3 ແຫ່ງ, ບໍ່ຂຶ້ນທະບຽນ 9 ແຫ່ງ ແລະກໍາລັງຂໍຂຶ້ນທະບຽນ 3 ແຫ່ງ.

 ກອງປະຊຸມຍັງໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ຮັບຟັງການປະກອບຄໍາຄິດຄໍາເຫັນຂອງຫ້ອງການສາທາລະນະສຸກເມືອງ, ຄະ ນະກໍາມະການຄຸ້ມຄອງອາຫານ ແລະຢາຂັ້ນແຂວງ, ບັນດາພະແນກການກ່ຽວກັບການຈັດຕັ້ງປະຕິບັດວຽກ ງານໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດດີຂຶ້ນກວ່າເກົ່າ.

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ