ເປີດໂຄງການປະກວດມິສເຕີ ອິນເຕີເນຊັນແນວລາວ 2019

  ໂຄງການປະກວດ MISTER INTERNATIONAL LAOS 2019  ເລີ່ມເປີດຮັບສະໝັກແລ້ວຊຶ່ງເປັນເວທີໜຶ່ງໃນການຄັດເລືອກເອົາໜຸ່ມໜ້າຕາດີ, ສຸຂະພາບດີ ແລະຜູ້ທີ່ມີເງື່ອນໄຂຄົບຖ້ວນມາສົ່ງເສີມໃຫ້ມີໂອກາດນຳເອົາຄວາມຮູ້ຄວາມກ້າສະແດງອອກ ແລະການແລກປ່ຽນວັດທະນະທຳລາວໃຫ້ກ້າວໄກສູ່ສາກົນ.

  ພິທີຖະແຫຼງຂ່າວໄດ້ຈັດຂຶ້ນວັນທີ 2 ມິຖຸນາ 2019 ທີ່ໂຄງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະ ມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມ ຂະບວນການຊາວໜຸ່ມ, ທ່ານ ໄຊຊະນະ ນໍຣະສິງສີສານ ປະທານບໍລິສັດ ສີສານ ອາດທິດ ເຈົ້າຂອງລິຂະສິດ MIS TER INTERNATIONAL LAOS ພ້ອມດ້ວຍຫົວໜ້າວິຊາການ ແລະພົວ ພັນຕ່າງປະເທດຂອງກອງປະກວດ ແລະ ບັນດາສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

   ໂຄງການປະກວດ MISTER IN TERNATIONAL LAOS ແມ່ນປາ ກົດການໃໝ່ຄັ້ງທຳອິດໃນ ສປປ ລາວ ໃນການພັດທະນາວົງການປະກວດຊາຍ ໄວໜຸ່ມທີ່ມີເງື່ອນໄຂຄົບຖ້ວນ ເພື່ອສົ່ງຕໍ່ ໄປລະດັບໂລກທີ່ຍັງບໍ່ເຄີຍມີມາກ່ອນ, ສະນັ້ນ ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວຮ່ວມກັບບໍລິສັດສີສານອາດ ທິດ ເປັນຜູ້ຖືລິຂະສິດຈັດງານປະກວດນັ້ນ ຄືຈາກລະດັບໂລກພຽງຜູ້ດຽວໃນລາວ  ເພື່ອເປັນສ່ວນໜຶ່ງໃນການເລືອກເຟັ້ນ  ເອົາໜຸ່ມໜ້າຕາດີ ສຸຂະພາບດີ ມີຄວາມສາ ມາດ ມາສົ່ງເສີມພວກເຂົາໃຫ້ມີໂອກາດ ນຳເອົາຄວາມຮູ້ຄວາມສາມາດ, ຄວາມ ກ້າສະແດງອອກ ແລະການແລກປ່ຽນ ວັດທະນະທຳລາວໃຫ້ກ້າວໄກສູ່ສາກົນ ສໍາລັບເງື່ອນໄຂການສະໝັກການປະ ກວດເວທີດັ່ງກ່າວແມ່ນຕ້ອງເປັນຊາຍ ສະກັນ, ສະຖານະໂສດ, ສັນຊາດລາວ ທີ່ມີອາຍຸລະຫວ່າງ 18-28 ປີ, ສູງ 175 ຊັງຕີແມັດຂຶ້ນໄປ ແລະມີຄວາມຮູ້ພື້ນ ຖານດ້ານພາສາອັງກິດ ຊຶ່ງຈະມີການຄັດ ເລືອກ 2 ຄັ້ງ ເພື່ອເປີດໂອກາດໃຫ້ໄວ ໜຸ່ມລາວມີສ່ວນຮ່ວມຢ່າງທົ່ວເຖິງ.

  ສຳລັບຮອບທຳອິດແມ່ນຈະຈັດຂຶ້ນ ວັນທີ 8 ມິຖຸນາ ສ່ວນຮອບທີ 2 ແມ່ນ ຈະຈັດຂຶ້ນວັນທີ 6 ກໍລະກົດ 2019 ໂດຍ ຈະມີການຄັດເລືອກເອົາໄວໜຸ່ມທີ່ມີເງື່ອນ ໄຂຄົບຖ້ວນຈຳນວນ 20 ຄົນ ເພື່ອເຂົ້າ ຮ່ວມເກັບໂຕ ແລະເຮັດກິດຈະກຳເພື່ອ ສັງຄົມທີ່ພົ້ນເດັ່ນທີ່ສຸດ ເປັນຕົ້ນກິດຈະກຳ ຮ່ວມເດີນແບບໃນເວທີ FASHION SHOW ລະດັບປະເທດ ແລະງານ LAO FASHION WEEK 2019 ທີ່ຈະຈັດໃນຂຶ້ນວັນທີ 2-6 ກັນຍາ 2019 ຈະມາເຖິງນີ້.

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ