ຣາຊ-ລາວ ເຂົ້າຊື້ຫຸ້ນເອເຊຍ ວໍເຕີ ຜູ້ດຳເນີນໂຄງການຜະລິດນ້ຳປະປາແສນດິນ

   ເມື່ອວັນທີ 19 ທັນວາ 2018 ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຊຶ່ງເປັນບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າ ຣາຊບູລີໂຮນດິງ ຈຳ ກັດ (ມະຫາຊົນ) (ຜູ້ຊື້) ແລະ ບໍລິສັດ ເອເຊຍລົງ ທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຜູ້ຖືຫຸ້ນເດີມ (ຜູ້ຂາຍ) ໄດ້ລົງນາມສັນຍາລະ ຫວ່າງຜູ້ຖືຫຸ້ນ ແລະ ສັນຍາຊື້ຂາຍຫຸ້ນສາມັນຂອງບໍລິສັດ ເອເຊຍ ວໍເຕີ ຈຳກັດຜູ້ດຽວຜູ້ດຳເນີນໂຄງການຜະລິດນໍ້າປະປາແສນດິນໃນລາວ (ໂຄງການ) ໃນສັດສ່ວນຮ້ອຍລະ 40 ຂອງທຶນຈົດທະບຽນຫຼືຄິດເປັນຫຸ້ນສາມັນຈຳນວນ 4,8 ລ້ານຫຸ້ນ.

ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຄາດຫວັງວ່າບໍລິສັດຈະມີສ່ວນໃນການສະໜັບສະໜູນນະໂຍບາຍດ້ານການພັດທະນາຄຸນນະພາບຊີວິດຂອງປະຊາຊົນໃນ ສປປ ລາວ ລວມທັງເປັນການຂະຫຍາຍໂອກາດການລົງ ທຶນຂອງກຸ່ມບໍລິສັດອີກທາງໜຶ່ງ.

ໂຄງການດັ່ງກ່າວຕັ້ງຢູ່ທີ່ເມືອງນາຊາຍທອງ ນະຄອນຫຼວງວງຈັນ ດຳເນີນທຸລະກິດຜະລິດນ້ຳປະປາຈຳໜ່າຍໃຫ້ກັບລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄລຍະເວລາສຳປະທານ 50 ປີ. ກຳລັງການຜະລິດລວມ 48 ພັນ ແມັດກ້ອນຕໍ່ວັນແບ່ງກຳລັງການຜະລິດອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມຜະລິດຕັ້ງແຕ່ເດືອນທັນວາ ປີ 2018 ໃນອັດຕາ 24ພັນ ແມັດກ້ອນຕໍ່ວັນ ແລະໄລຍະທີ 2 ປະ ມານປີ 2031 ຈະຂະຫຍາຍກຳລັງການຜະລິດເປັນ 48ພັນ ແມັດກ້ອນຕໍ່ວັນ.