ພາກລັດເລັ່ງຊ່ວຍເຫຼືອຄອບຄົວເຄາະຮ້າຍດິນເຈື່ອນທັບເຮືອນ 4 ຄົນເສຍຊີວິດ

  ຈາກເຫດການທີ່ມີຝົນຕົກໜັກ ເຮັດໃຫ້ດິນເຈື່ອນ ເຮືອນທັບຄົນເສຍຊີວິດ 4 ຄົນ ແລະເຈັບໜັກ 1 ຄົນ ໃນເວລາ 3 ວັນທີ 2 ມິຖຸນາຜ່ານມາ ຢູ່ບ້ານນາກາງ ເມືອງໃໝ່ ແຂວງຜົ້ງສາລີ ໃນວັນດຽວກັນທາງອົງການປົກຄອງແຂວງຜົ້ງສາລີ ຈິ່ງໄດ້ນຳເອົາເງິນສົດຈຳນວນ 10 ລ້ານກີບ, ເຂົ້າສານ 200 ກິໂລ ແລະສາດປູ 10 ຜືນ ພ້ອມເງິນສົດ 5 ລ້ານກີບ ຂອງ ອົງການປົກຄອງເມືອງໃໝ່ໄປມອບໃຫ້ ຜູ້ຖືກເຄາະຮ້າຍດ່ັງກ່າວ ຊຶ່ງຕາງໜ້າອົງ ການປົກຄອງແຂວງຜົ້ງສາລີກ່າວມອບ ໂດຍແມ່ນ ທ່ານ ທອງສີ ເສົາສຸລິພົມ ຮອງ ເຈົ້າແຂວງຜົ້ງສາລີ ແລະ ທ່ານ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່ ແລະກ່າວຮັບ ໂດຍແມ່ນຍາດພີ່ນ້ອງຂອງຜູ້ຖືກເຄາະ ຮ້າຍ ໂດຍຊ້ອງໜ້າຈາກອົງການປົກ ຄອງແຂວງ, ເມືອງ ແລະບ້ານນາກາງ ເຂົ້າຮ່ວມເປັນສັກຂີພິຍານ.

  ສຳລັບຜົນເສຍຫາຍໃນຄັ້ງນີ້ຕາມການລົງປະເມີນເບື້ອງຕົ້ນຂອງຫ້ອງການແຮງງານ-ສະຫວັດດີການສັງຄົມ ເມືອງໃໝ່ ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດ 4 ຄົນ ຊຶ່ງໃນຄອບຄົວດັ່ງກ່າວມີ 5 ຄົນ ໃນນັ້ນ ພໍ່, ແມ່ ແລະລູກຊາຍແຝດອີກ 2 ຄົນເສຍ ຊີວິດຄາທີ່; ສຳລັບຜູ້ໄດ້ຮັບບາດເຈັບໜັກ ແມ່ນເປັນລູກຊາຍອາຍຸ 8 ປີ ລົດຈັກ 2 ຄັນ ແລະເຄື່ອງໃຊ້ໃນເຮືອນເສຍຫາຍ 100% ປະເມີນມູນຄ່າເສຍຫາຍເບື້ອງຕົ້ນປະມານ 385 ລ້ານກີບ.

  ຊຶ່ງທ່ານ ທອງເລົາ ວົງອິນຄຳ ຮອງຫົວໜ້າພະແນກແຮງງານສະຫວັດດີການສັງຄົມແຂວງຜົ້ງສາລີໃຫ້ຮູ້ວ່າ: ສຳລັບເຫດການດິນເຈື່ອນທັບເຮືອນເຮັດໃຫ້ມີ ຜູ້ເສຍຊີວິດ 4 ຄົນ ແລະລອດ 1 ຄົນ ຢູ່ເມືອງໃໝ່ນັ້ນເດັກທີ່ລອດຕາຍ 1 ຄົນແມ່ນຄົນພິການ,ສະນັ້ນຕໍ່ເຫດການດັ່ງກ່າວມາຮອດປະຈຸບັນອົງການປົກຄອງແຕ່ລະ ຂັ້ນໄດ້ນຳເອົາວັດຖຸ ແລະເງິນໄປຊ່ວຍເຫຼືອແລ້ວ, ພີ່ນ້ອງ ແລະປະຊາຊົນບັນດາເຜົ່າ ພວມໃຫ້ການຊ່ວຍເຫຼືອ ແລະໃຫ້ກຳລັງໃຈແກ່ຜູ້ລອດຊີວິດ ແລະພີ່ນ້ອງຜູ້ຖືກເຄາະຮ້າຍຢ່າງໃກ້ຊິດ ແລະສຳລັບທ່ານໃດທີ່ມີນຳໃຈຢາກໃຫ້ການຊ່ວຍເຫຼືອຜູ້ ຖືກເຄາະຮ້າຍຄັ້ງນີ້ແມ່ນສາມາດພົວພັນນຳພີ່ນ້ອງຂອງຜູ້ກ່ຽວໂດຍກົງ ຫຼື ພົວພັນນຳອົງການປົກຄອງແຂວງຜົ້ງສາລີ, ອົງການປົກຄອງເມືອງໃໝ່ກໍ່ໄດ້.

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ