ຂະແໜງພະລັງງານ ແລະບໍ່ແຮ່ ຕົວຂັບເຂື່ອນສຳຄັນຂອງເສດຖະກິດ ປີແລ້ວສ້າງລາຍຮັບເຂົ້າງົບ 2,6 ພັນຕື້ກີບ

  ຂະແໜງພະລັງງານ ແລະບໍ່ແຮ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງລວມຍອດມູນຄ່າການຜະລິດ ໃນປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11%, ຊຶ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 316,3 ລ້ານໂດລາສະຫະລັດ ຫຼື ປະມານ 2.688 ຕື້ກວ່າກີບ ໂດຍໄດ້ປະກອບສ່ວນ GDP 16,8%.

ທ່ານ ຄໍາມະນີ ອິນທິລາດ ໄດ້ກ່າວ ຕໍ່ກອງປະຊຸມສະຫຼຸບຕີລາຄາຂອງຂະ ແໜງພະລັງງານ-ບໍ່ແຮ່ ປະຈໍາປີ 2018 ແລະໄຕມາດ I ປີ 2019 ວ່າ: ປະຈຸບັນ ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ, ມີກໍາລັງຕິດຕັ້ງ 7.213 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ປະມານ 37.035 ລ້ານກິໂລວັດໂມງຕໍ່ປີ, ມີແຫຼ່ງ ຜະລິດພະລັງງານໄຟຟ້າທີ່ກໍາລັງຈະເລີ່ມ ລົງມືກໍ່ສ້າງ 37 ແຫ່ງ ຊຶ່ງຄາດຄະເນວ່າ ຈະໃຫ້ສໍາເລັດທັງໝົດຮອດປີ 2020-2021 ແລະໃນເວລານັ້ນປະເທດລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ ມີກໍາລັງຕິດຕັ້ງປະມານ 13.062 ເມກາວັດ, ມີກໍາລັງຜະລິດປະມານ 66.944 ລ້ານກິໂລວັດໂມງຕໍ່ປີ ໃນນີ້ ປະມານ 85% ຈະສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ.

  ໃນຂະນະທີ່ລະບົບສາຍສົ່ງ ແລະສະຖານີກໍໄດ້ຮັບການພັດທະນາເປັນລະບົບຄົບຊຸດ ແລະມີການຂະຫຍາຍຕົວທີ່ວ່ອງໄວ, ປະຈຸບັນລະບົບສາຍສົ່ງແຮງດັນສູງ, ແຮງດັນກາງ ແລະແຮງດັນຕໍ່າໄດ້ຮັບການກໍ່ສ້າງ ແລະນໍາໃຊ້ແລ້ວ ມີຄວາມຍາວເຖິງ 62 ພັນກວ່າກິໂລແມັດວົງຈອນ ແລະມີສະຖານີຈ່າຍໄຟຟ້າ 70 ແຫ່ງ. ພ້ອມດຽວກັນນີ້ ການພັດທະນາວຽກງານໄຟຟ້າຍັງຕິດພັນກັບການພັດທະນາຊົນນະບົດ, ການ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າບົນພື້ນຖານຖືເອົາການຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດຊຶ່ງເປັນແຜນງານບຸລິມະສິດໃນການ ພັດທະນາໄຟຟ້າໃນໄລຍະໃໝ່ຊຶ່ງມາຮອດປະຈຸບັນນີ້ 90% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄົວເຮືອນໃນທົ່ວປະເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວ.

  ສໍາລັບດ້ານບໍ່ແຮ່, ມາຮອດປະຈຸບັນການຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າ ກັບ 70% ຂອງເນື້ອທີ່ທົ່ວປະເທດ, ປະຈຸບັນມີ 271 ບໍລິສັດ, ມີ 424 ກິດຈະການ, ໃນນີ້ມີບໍລິສັດທີ່ພວມຊອກຄົ້ນ-ສຳຫຼວດ 151 ບໍລິສັດ ມີ 239 ກິດ ຈະການ ແລະ ມີບໍລິສັດກະກຽມດຳເນີນການຂຸດຄົ້ນ 120 ບໍລິສັດ ມີ 185 ກິດຈະການ.

ຈາກການພັດທະນາຢ່າງດັ່ງກ່າວ ເຮັດໃຫ້ລວມຍອດມູນຄ່າການຜະລິດຂອງ ຂະແໜງພະລັງງານ-ບໍ່ແຮ່ ໃນປີ 2018 ບັນລຸເຖິງ 28.247 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11% ຊຶ່ງໄດ້ປະກອບ ສ່ວນ GDP 16,8% ໃນນັ້ນ ຂະແໜງພະ ລັງງານເພີ່ມຂຶ້ນ 13,5% ແລະຂະແໜງ ບໍ່ແຮ່ເພີ່ມຂຶ້ນ 7,5%. ຊຶ່ງສາມາດສ້າງ ລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 316,3 ລ້ານໂດລາ ຫຼື ປະມານ 2.688 ຕື້ກວ່າກີບ ໃນນັ້ນ ຂະແໜງພະລັງງານປະຕິບັດໄດ້ 230 ກວ່າໂດລາ ແລະບໍ່ແຮ່ປະຕິບັດໄດ້ 85 ລ້ານກວ່າ ໂດລາ.

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ