ໃນທາງພຸດທະສາສະໜາການອອກບວດຖືເປັນຍອດມະຫາກຸສົນແລະການເສຍສະຫຼະທີ່ຍິ່ງໃຫຍ່,ນັບແຕ່ພຣະພຸດທະອົງຊົງຕັດສະຮູ້ແລ້ວໝູ່ຄົນອອກຕາມສະເດັດຈຳ ນວນຫຼວງຫຼາຍ ແລະຊາວພຸດນາໆ ປະເທດກໍຍັງນິຍົມການບວດຈົນ ເຖິງປະຈຸບັນນີ້.
ການເຂົ້າບວດໃນພຣະພຸດທະສາສະໜານັ້ນຖືວ່າມະນຸດທຸກຄົນມີສິດ ທິ ໂດຍອາໄສສັດທາເປັນຫຼັກຜູ້ມີສັດ ທາຕໍ່ຄຳສອນຂອງພຣະພຸດທະສາ ສະໜາແລ້ວຍ່ອມມີສິດນ້ອມຕົວຂໍ ເຂົ້າບວດໄດ້ທຸກຄົນ.ຊາວພຸດລາວຕັ້ງແຕ່ອະດີດນັບແຕ່ພຣະພຸດທະສາສະໜາເຂົ້າສູ່ລາວເປັນຕົ້ນມານັຍົມການບວດເປັນອັນດັບໜຶ່ງ ຊຶ່ງຖື ກັນວ່າຜູ້ໃດໄດ້ບວດຖືວ່າເປັນຄົນສຸກແລ້ວຈະຢູ່ ຫຼື ໄປໃນສັງຄົມໃດໆກໍມີຜູ້ນັບໜ້າຖືຕາສະນັ້ນຜູ້ທີ່ບວດແມ່ນ ແຕ່ພຽງເປັນສຳມະເນນສິກອອກໄປ ຄົນກໍຮຽກວ່າຊຽງຄື ເປັນຜູ້ຮູ້ຜູ້ຊຽງ, ຍິ່ງໄດ້ບວດເປັນພຣະພິກຂຸກໍຍົກຍ້ອງໃຫ້ເປັນທິດ ຫຼື ບັນດິດຫາກໄດ້ຮຽນ ສູງຂຶ້ນຈະຮຽກພຣະອາຈານລະດັບຕ່າງໆ ສິກໄປກໍຖືກຮຽກໃນຖານະ ເດີມຄື: ທິດ,ຈານ ແລະມະຫາດັ່ງ ນີ້ເປັນຕົ້ນ.
ສໍາລັບຊຽງແມ່ນໝາຍເຖິງສໍາມະເນນ ຫຼື ຈົວ ທີ່ບວດຮຽນແຕ່ນ້ອຍ ແຕ່ບວດບໍ່ດົນປານໃດກໍສິກອອກໄປຈຶ່ງເອີ້ນຊື່ວ່າ “ຊຽງ”.ສ່ວນທິດ ໝາຍເຖິງຜູ້ທີ່ບວດພຣະແລ້ວຍັງບໍ່ທັນດົນປານໃດຄົນບູຮານມັກນິຍົມ ເອີ້ນວ່າ: ໝ່ອມ ແລະຍັງບໍ່ໄດ້ມີພິທີການເຖຣະພິເສກ ຫຼື ເລື່ອນຍົດແຕ່ສິກອອກມາກ່ອນເພິ່ນຈຶ່ງເອີ້ນວ່າ “ທິດ”ຈານໝາຍເຖິງພຣະຜູ້ທີ່ເພິ່ນ ບວດມາດົນແລ້ວ ແລະມີສັດທາ ຈາກອອກຕົນຍາດໂຍມທັງພາຍໃນ ແລະພາຍນອກເຫຼຶ້ອມໄສຂໍຕັ້ງກອງ ເຖຣະພິເສກ (ກອງຫົດ) ເພື່ອເລື່ອນຍົດ ໂດຍແມ່ນການຫົດເທື່ອທໍາອິດ ເພິ່ນຈະເອີ້ນວ່າ: ສົມເດັດ (ຕອນຍັງ ບໍ່ສິກ) ຫົດເທື່ອທີ 2 ເອີ້ນວ່າ:ຫົວ ຊາ ແລະຫົດເທື່ອທີ 3 ເອີ້ນວ່າ:ຫົວຄູຖ້າສິກອອກມາກໍຈະເອີ້ນຕາມລໍາດັບທີ່ຫົດນັ້ນຄື “ຈານສົມເດັດ, ຈານຊາ ແລະຈານຄູ”.ສະເພາະມະຫາແມ່ນໝາຍເຖິງພຣະທີ່ເພິ່ນຮຽນສຶກສາທັມມະ,ພາສາບາລີ ແລະມີການສອບເສັງນັກທັມ “ຕີ, ເອກ, ໂທ”ສາມາດສອບເສັງຜ່ານປະລິນຍາທັມ,ນັກທັມ ແລະພາສາບາລີຕັ້ງແຕ່ປະໂຫຍກ 3 ຂຶ້ນ ໄປຫາປະລິນຍາທັມປະໂຫຍກ 9 ເພິ່ນຈຶ່ງເອີ້ນວ່າ:“ມະຫາ”
ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ