ໃຊ້ງົບ 22,7 ຕື້ກີບ ສ້າງອາຄານໃໝ່ພະແນກແຜນການແຂວງອຸດົມໄຊ

   ໂຄງການກໍ່ສ້າງອາຄານພະແນກແຜນການ, ການລົງທຶນ ແລະສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ພາຍຫຼັງກໍ່ສ້າງມາເປັນເວລາ 4 ປີ ປະຈຸບັນສຳເລັດ ແລະ ກໍໄດ້ຈັດພິທີມອບ-ຮັບ ພ້ອມເປີດນຳໃຊ້ຢ່າງເປັນທາງການໃນອາທິດຜ່ານມາ. ໂດຍເຂົ້າຮ່ວມມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ. ມີບັນດາການນຳຂອງແຂວງ, ພະແນກການພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ. 

ໂຄງການກໍ່ສ້າງອາຄານພະແນກແຜນການ, ການລົງທຶນ ແລະສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ເປັນໂຄງການບຸລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານກໍ່ຄືແຂວງອຸດົມໄຊ ໂດຍມີຈຸດປະສົງເພື່ອເປັນການພັດທະນາ, ຍົກລະດັບອາຄານຫ້ອງການສຳນັກງານ ແລະບຸກຄະລາກອນ ເພື່ອໃຫ້ທຽບເທົ່າກັບບັນດາປະເທດໃນກຸ່ມອາຊຽນ ແລະພາກພື້ນ.

ໂຄງການດັ່ງກ່າວປະກອບມີອາຄານ 2 ຫຼັງຄື: ອາຄານຫ້ອງການ 1 ຫຼັງ ເປັນອາຄານ 3 ຊັ້ນ ມີຂະໜາດກວ້າງ13,5 ແມັດ, ຍາວ 53,25 ແມັດ, ສູງ 20,52 ແມັດ, ມີເນື້ອທີ່ 2.362,35 ຕາແມັດ ແລະອາຄານສະໂມສອນ 1 ຊັ້ນ 1 ຫຼັງ ມີຂະໜາດກວ້າງ 19 ແມັດ ຍາວ 42 ແມັດ, ສູງ 10,50 ແມັດ ມີເນື້ອທີ່ 798 ຕາແມັດ. ແບບແຜນຜັງຂອງອາຄານເປັນຮູບແບບຊົງລາວປະຍຸກ. ລວມມູນຄ່າການກໍ່ສ້າງທັງໝົດ 22 ຕື້ 7 ລ້ານ ກວ່າກີບ ໂດຍແມ່ນບໍລິສັດ ໄຊມ້ອນ ວິສະວະກຳກໍ່ສ້າງຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງໂດຍໃຊ້ເວລາໃນການກໍ່ ສ້າງທັງໝົດ 4 ປີກວ່າຈິ່ງສຳເລັດ.