2018 ລາຍຮັບໄຊຍະບໍ່ເຖິງແຜນໝົດປີເກັບໄດ້ 92,05ເປີເຊັນ

    ປີ 2018 ຜ່ານມາ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 796 ຕື້ກວ່າກີບ ເທົ່າກັບ 92,05% ຂອງແຜນການປີ, ທຽບໃສໄລຍະດຽວກັນຂອງປີກ່ອນລື່ນ 28,92% ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 218,92 ຕື້ກີບ, ເທົ່າກັບ 82,23% ຂອງແຜນການປີ ສ່ວນລາຍຮັບພາສີພູດສູນກາງປະຕິບັດໄດ້ 577,08 ຕື້ກີບ ເທົ່າກັບ 96,42% ຂອງແຜນການປີ.

   ສະຫາຍ ບຸນແທນ ທິແກ້ວ ເລຂາຄະນະພັກຮາກຖານຫົວໜ້າພະແນກການເງິນແຂວງໄຊຍະບູລີ, ໄດ້ກ່າວລາຍງານໃນກອງປະຊຸມກວດກາປະເມີນຜົນການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປະຈຳປີ 2018 ແລະແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2019 ວ່າ: ໃນໜື່ງປີຜ່ານມານີ້ຄະນະພັກໄດ້ຊີ້ນຳ-ນຳພາເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ ແລະໜ້າທ່ີ, ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ, ພ້ອມນີ້ຍັງໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ນິຕິຕ່າງໆ ແລະ ລົງຊຸກຍູ້ຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍຢູ່ບັນດາເມືອງ.

   ມາຮອດປະຈຸບັນ ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 796 ຕື້ກວ່າກີບເທົ່າກັບ 92,05% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີກ່ອນລື່ນ 28,92% ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 218,92 ຕື້ກີບ, ລາຍຮັບສ່ວຍສາອາກອນປະຕິບັດໄດ້ 212,77 ຕື້ກີບ, ເທົ່າກັບ 82,41% ຂອງແຜນການປີ, ລາຍຮັບຊັບສີນປະ ຕິບັດໄດ້ 6 ຕື້ກວ່າກີບ ເທົ່າກັບ 75,06% ຂອງແຜນການປີ, ລາຍຮັບຄຸ້ມຄອງການເງິນລັດວິສາຫະກິດ ແລະປະກັນໄພ 150 ລ້ານກີບ ເທົ່າກັບ 300,65% ຂອງ ແຜນການປີສ່ວນລາຍຮັບພາສີພູດສູນ ກາງປະຕິບັດໄດ້ 577,08 ຕື້ກີບ ເທົ່າກັບ 96,42% ຂອງແຜນການປີ, ຮັບດຸນດ່ຽງຈາກສູນກາງ  272,61 ຕື້ກີບ ເທົ່າກັບ 100% ຂອງແຜນການປີດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 495,44 ຕື້ກີບ ເທົ່າກັບ 89,24% ຂອງແຜນການປີ.

   ພາຍໃນພະແນກການເງິນມີພະນັກງານລັດຖະກອນທັງໝົດ 133 ຄົນ, ຍິງ 67 ຄົນ, ອາສາສະໝັກ 23 ຄົນ, ຍິງ 12 ຄົນ, ໃນນີ້ມີສະ ມາຊິກພັກ 92 ສະຫາຍ, ຍິງ 43 ສະຫາຍ, ສຳຮອງ 4 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນບໍ່ດົນຜ່ານມານີ້ທີ່ແຂວງໄຊຍະບູລີ, ໂດຍ ການເປັນປະທານຂອງສະຫາຍ ບຸນແທນ ທິແກ້ວ ກຳມະການພັກແຂວງຫົວໜ້າພະແນກການເງິນແຂວງ, ເຂົ້າຮ່ວມມີສະຫາຍ ເພັງນິລັນ ຄຳພັນເພັງ ຄະນະປະຈຳພັກແຂວງຮອງເຈົ້າແຂວງ ໄຊຍະບູລີ, ມີແຂກຖືກເຊີນພ້ອມດ້ວຍສະມາຊິກພັກ, ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ 100 ກ່ວາສະຫາຍ.