ປາແດກຮຸ່ງເຮືອງສິນ ເນັ້ນປຸງແຕ່ງທີ່ສະອາດເພື່ອສ້າງຍອດຂາຍເພີ່ມຂື້ນ

 ປາແດກຮຸ່ງເຮື່ອງສິນຊຶ່ງເປັນຜະລິດຕະພັນອາຫານພື້ນບ້ານທີ່ຫຼາຍໆຄົນເປັນທີ່ຮູ້ຈັກກັນດີໃນສັງຄົມປະຈຸບັນແມ່ນໄດ້ພັດທະນາຈົນສົ່ງຜົນໃຫ້ຜູ້ປະກອບການມີຍອດຂາຍເພີ່ມຂຶ້ນ ແລະ ເປັນສິນຄ້າທີ່ໄດ້ຮັບອະນຸຍາດນຳໃຊ້ກາໝາຍ “ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ” ຈາກກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະການຄ້າ.

 ທ່ານ ນາງ ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານປາແດກຮຸ່ງເຮືອງສິນໃຫ້ສຳພາດວ່າ: ໂຮງງານປາແດກຂອງເຮົາເລີ່ມສ້າງຕັ້ງປີ 2007 ໃນເມື່ອກ່ອນແມ່ນ ເຮັດຂາຍລ້ຽງຊີບໃນຄອບຄົວຊຶ່ງເຮັດຂາຍເປັນກິໂລຕອບສະໜອງໃຫ້ບັນດາທ້ອງຕະຫຼາດທີ່ຢູ່ໃກ້ຈົນໄດ້ມີການພັດທະນາ ແລະ ມີຜົນຕອບຮັບຈາກລູກຄ້າເພີ່ ມຂຶ້ນເລື້ອຍໆຫຼາຍມາຮອດປີ 2013 ແມ່ນໄດ້ຮັບອະນຸຍາດນຳໃຊ້ກາໝາຍ “ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ” ຈາກກົມສົ່ງເສີມ ແລະ ພັດທະນາສິນ ຄ້າ, ກະຊວງອຸດສາຫະກຳ ແລະການຄ້າປະຈຸບັນປາແດກຮຸ່ງເຮືອງສິນທີ່ປຸງແຕ່ງສຳເລັດຮູບໄດ້ອອກຈຳໜ່າຍຕາມທ້ອງຕະຫຼາດແມ່ນມີ 10 ຊະນິດຄື: ນໍ້າປາແດກສຸກ, ນ້ຳປາແດກດຳຕົ້ມ, ປາແດກນໍ້າປະສົມຕ່ອນ, ປາແດກໜຽວ, ປາແດກເຄື່ອງ, ປາແດກຝຸ່ນ, ນໍ້າແຈ່ວພັນປາ, ນໍ້າແຈ່ວພັນໝ້ຽງ, ນ້ຳແຈ່ວຊີ້ນດາດ ແລະແຈ່ວຈິ້ງຫຼີດຊຶ່ງທັງໝົດນີ້ໂຮງງານຂອງພວກເຮົາໄດ້ນຳເອົາປານໍ້າງື່ມແລ້ວສ້າງວັດຖຸດິບທີ່ສະອາດມາປຸງແຕ່ງເພື່ອສ້າງຖານໃຫ້ມີຍອດຂາຍເພີ່ມຂຶ້ນ ແລະໃຫ້ໄດ້ຜົນຕອບຮັບຕາມເປົ້າໝາຍທີ່ວາງໄວ້ໂດຍສະເພາະແມ່ນກຸ່ມລູກຄ້າໃນນະຄອນຫຼວງວຽງຈັນ.

 ໂຮງງານປາແດກຮຸ່ງເຮື່ອງສິນເກີດຈາກການຜະລິດພູມປັນຍາຊາວບ້ານທີ່ມີວັດທະນະທຳການກິນປາແດກແລ້ວມາຜ່ານຂະບວນການປຸງແຕ່ງໃຫ້ມີຄຸນນະ ພາບຖືກຫຼັກອະນາໄມ ປະຈຸບັນ ຜະລິດຕະພັນປາແດກຮຸ່ງເຮືອງສິນແມ່ນສະອາດປອດໄພຜ່ານການກວດກາ ກອຢ ທຸກປະເພດ ໂດຍສະເພາະກຸ່ມລູກຄ້າທີ່ມີໃນປະ ຈຸບັນແມ່ນຕະຫຼາດສວນມອນ ແລະ ຮ້ານຄ້າຂາຍເຄື່ອງຍ່ອຍ ສຳລັບ ຜະລິດຕະພັນທີ່ມີຍອດຂາຍດີທີ່ສຸດ ແມ່ນນໍ້າປາແດກສຸກ ຊຶ່ງເປັນຜະລິດຕະພັນຕົ້ນສະບັບຕຳນານຂອງໂຮງງານພາຍຫຼັງການດຳເນີນທຸລະກິດຈົນຮອດປະຈຸບັນການເຫັນວ່າໄດ້ຮັບຄວາມສົນໃຈຈາກສັງຄົມເພີ່ມຂຶ້ນເລື້ອຍໆເພາະໂຮງງານເຮົ າດຳເນີນທຸລະກິດຖືກຕ້ອງ ຕາມກົດໝາຍບໍ່ວ່າຈະເປັນທາງດ້ານເອກະສານ, ການປະຕິບັດຕາມນະໂຍບາຍພັກລັດ ແລະທັງສະແດງຍຶດໝັ້ນການບໍລິການທີ່ຈິງ ໃຈ, ຊື່ສັດ ແລະສ້າງຄວາມພຶງພໍໃຈ ໃຫ້ແກ່ລູກຄ້າ ສຳລັບຫ້າງຮ້ານ ໃດຢາກເປັນຕົວແທນຈຳໜ່າຍ ຫຼື ຕ້ອງການສິນຄ້າທີ່ມີຄຸນນະພາບກໍ່ສາມາດຕິດຕໍ່ຫາໂຮງງານປາແດກ ຮຸ່ງເຮືອງສິນຂອງເຮົາໄດ້ທີ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂທລະສັບ: 021 350302.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ