ບໍລິສັດ ພາຫະນະເປີດສູນຈຳໜ່າຍລົດຢູ່ລາວ

  ບໍລິສັດ “ພາຫະນະ” ເປັນບໍລິສັດຈໍາໜ່າຍລົດຍີ່ຫໍ້ທີ່ມີຄຸນນະພາບ ແລະໃຫ້ບໍລິການສ້ອມແປງລົດໃຫຍ່ລະດັບສູງທຸກຍີ່ຫໍ້ດ້ວຍເຄື່ອງມືທັນສະໄໝ ແລະ ເຄື່ອງອາໄລ່ທີ່ມີມາດຕະຖານໂດຍແມ່ນບັນດານັກຊ່ຽວຊານ ແລະວິຊາການທີ່ມີສີມືລະດັບສາກົນ.

  ໃນວັນທີ  31 ພຶດສະພາ 2019, ບໍລິສັດ “ພາຫະນະ” ໄດ້ເປີດສູນຈໍາໜ່າຍຢູ່ ສປປ ລາວ ເຊິ່ງຕັ້ງຢູ່ບ້ານໂພນທັນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມງານດັ່ງກ່າວມີ ທ່ານ ບໍ່ວຽງ ຄຳວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ອະທິຊາດ ຊຸມນານົນ ປະທານບໍລິສັດ ພາຫະນະຈາກປະເທດໄທ, ມີບັນດາແຂກຖືກເຊີນ,ນັກທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

  ທ່ານ ນາງ ກົງຕາວັນ ແກ້ວດວງສິນ ປະທານບໍລິສັດ “ພາຫະນະ” ກ່າວວ່າ: ບໍລິສັດ “ພາຫະນະ” ເປັນບໍລິສັດ ຈໍາໜ່າຍລົດໃໝ່ທີ່ມີຄຸນນະພາບໂດຍມີບໍລິ ສັດໃຫຍ່ຢູ່ປະເທດໄທ. ສ່ວນການເປີດສູນຈໍາໜ່າຍຢູ່ປະເທດລາວຄັ້ງນີ້ແມ່ນຈະນໍາເຂົ້າລົດຍົນລະດັບສູງຈາກຕ່າງປະເທດເປັນຕົ້ນແມ່ນຍີ່ຫໍ້ Lexus (ເລັກຊັດ) ແລະ ຈະໃຫ້ການບໍລິການສ້ອມແປງລົດຍົນລະດັບສູງທຸກຍີ່ຫໍ້ດ້ວຍເຄື່ອງມືທັນສະໄໝ, ເຄື່ອງອາໄລ່ທີ່ມີມາດຕະຖານລະດັບສາກົນໂດຍແມ່ນບັນດານັກ ຊ່ຽວຊານ ແລະວິຊາການທີ່ມີສີມືລະດັບສາກົນທີ່ຮັບປະກັນຄຸນນະພາບເປັນຢ່າງດີ.

  ສໍາລັບກຸ່ມລູກຄ້າຫຼັກຂອງບໍລິສັດພາຫະນະແມ່ນກຸ່ມບຸກຄົນທີ່ມີຄວາມສົນໃຈ ແລະມັກໃນລົດຍົນນໍາເຂົ້າທີ່ມີຄວາມຫຼູຫຼາ, ເອກະລັກສະເພາະເພື່ອສົ່ງເສີມພາບລັກໃຫ້ມີຄວາມໂດດເດັ່ນໜ້າເຊື່ອຖື ແລະ ມີຜູ້ລົດນິຍົມເຊັ່ນ: ນັກທຸລະກິດ ແລະບຸກຄົນທີ່ມີຊື່ສຽງ.

  ທ່ານ ນາງ ກົງຕາວັນ ແກ້ວດວງສິນ ໃຫ້ຮູ້ຕື່ມວ່າ: ບໍລິສັດ ພາຫະນະມີຄວາມ ໝັ້ນໃຈເປັນຢ່າງຍິ່ງວ່າຈາກປະສົບການໃຫ້ບໍລິການ ແລະມາດຕະຖານການເບິ່ງແຍງລູກຄ້າການເຂົ້າໃຈໃນຄວາມຕ້ອງການຂອງລູກຄ້າ ແມ່ນຈຸດແຂງທີ່ເຮັດໃຫ້ບໍລິສັດສາມາດສ້າງຄວາມເຊື່ອໝັ້ນ ແລະຄວາມເພິ່ງພໍໃຈໃຫ້ກັບກຸ່ມລູກຄ້າ ໄດ້ຢ່າງດີເລີດຕະຫຼອດມາ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ